Sunday, October 20, 2024
Homeຂ່າວພາຍໃນຄະນະ ສວສສຊ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ

ຄະນະ ສວສສຊ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ

ໃນລະຫວ່າງວັນທີ 10-11 ຕຸລາ ຜ່ານມານີ້, ຄະນະນໍາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ນໍາໂດຍ ທ່ານ ສອນທະນູ ທໍາມະວົງ ປະທານ ສວສສຊ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກພ້ອມຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄໍາມ່ວນ, ໂອກາດດັ່ງກ່າວໄດ້ເຄື່ອນໄຫວຢ້ຽມຢາມ ພື້ນຖານໂຄງລ່າງດ້ານການບໍລິການຂົນສົ່ງຜ່ານແດນ, ບັນດາບໍລິສັດການລົງທຶນພາຍໃນແຂວງໂດຍການໃຫ້ກຽດພາທາງຂອງ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນພ້ອມດ້ວຍທ່ານຮອງຫົວໜ້າຫ້ອງວ່າການແຂວງ ແລະ ຂະ ແໜງການທີ່ກ່ຽວຂ້ອງ.

ໂດຍເລີ່ມຕົ້ນດ້ວຍການເຄື່ອນໄຫວເບິ່ງສະຖານທີ່ບໍລິການຊັ່ງນໍ້າໜັກສິນຄ້າຢູ່ເຂດຈຸດສຸມຫຼັງຄັງ, ບັນດາພື້ນຖານໂຄງລ່າງຈຸດບໍລິການເພື່ອກວດກາສິນຄ້ານໍາເຂົ້າ ແລະ ສົ່ງອອກຜ່ານແດນຂອງດ່ານພາສີສາກົນນາເພົ້າ. ຈາກນັ້ນກໍໄດ້ເຄື່ອນໄຫວຢ້ຽມຢາມ ໂຄງການພັດທະນາ ແລະ ປັບປຸງແກ້ໄຂຄວາມທຸກຍາກຂອງປະຊາຊົນບ້ານກະບູດ – ຊຽງແຫວນ ເມືອງທ່າແຂກທີ່ໄດ້ຮັບການຊ່ວຍເຫຼືອຈາກ ບໍລິສັດ ຊິໂນອາກຣີ ໂປຕາສ ຈໍາກັດ, ໃຫ້ກຽດຕ້ອນຮັບຄະນະດັ່ງກ່າວໂດຍ ທ່ານ ຈົ່ງກົ໋ວຟູ່ ຮອງປະທານບໍລິສັດ ຊິໂນອາກຣີ ໂປຕາສ ຈໍາກັດ ໃນນາມຜູ້ຮັບຜິດຊອບນໍາພາຈັດຕັ້ງປະຕິບັດໂຄງການ ເພື່ອຊ່ວຍເຫຼືອພັດທະນາ ແລະ ປັບປຸງແກ້ໄຂຄວາມທຸກຍາກຂອງປະຊາຊົນ ບ້ານ ກະບູດ-ຊຽງແຫວນ. ໃນໄລຍະ 1 ປີ ບໍລິສັດໄດ້ດໍາເນີນກິດຈະການເພື່ອການພັດທະນາ ລວມມີທັງໝົດ 10 ໂຄງການ, ທີ່ພົ້ນເດັ່ນແມ່ນໄດ້ປະຕິບັດສໍາເລັດ ໂຄງການກໍ່ສ້າງຂົວຂ້າມຫ້ວຍນໍ້າຊຽງລົງ ເປັນຂົວເບຕົງເສີມເຫຼັກທີ່ມີຄວາມຍາວ 45 ແມັດ ແລະ ໂຄງການກໍ່ສ້າງໂຮງຮຽນປະຖົມຫຼັງໃໝ່ ເປັນອາຄານຖາວອນຊັ້ນດຽວປະກອບມີທັງໝົດ 6 ຫ້ອງ, ໃນນັ້ນມີຫ້ອງຮຽນແຕ່ ປ1 ຮອດ ປ 5 ແລະ ສາມາດຮອງຮັບນັກຮຽນໄດ້ 120 ຄົນ, ຄຽງຄູ່ກັນນັ້ນກໍຄືໂຄງການປູກຜັກໃນເຮືອນຮົ່ມ ເພື່ອຊຸກຍູ້ສົ່ງເສີມອາຊີບໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ຫວ່າງງານ, ໂດຍສະເພາະແມ່ນຄອບຄົວທີ່ທຸກຍາກ ໄດ້ມີວຽກເຮັດງານທໍາ ເພື່ອສ້າງລາຍຮັບໃຫ້ແກ່ການພັດທະນາຊີວິດການເປັນຢູ່ ແລະ ການເຮັດສວນປູກຜັກກາງແຈ້ງ ໂດຍແມ່ນປະຊາຊົນເປັນຜູ້ປູກເອງ ແລະ ນໍາຜົນຜະລິດທີ່ໄດ້ມາຂາຍໃຫ້ບໍລິສັດ.

ຈາກນັ້ນ ຄະນະກໍໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ຢູ່ທີ່ບ້ານດົງໃຕ້ ເມືອງທ່າແຂກ ຊຶ່ງເປັນບໍລິສັດລະດັບສາກົນທີ່ດໍາເນີນການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດເກືອໂປຕາສ (ປຸ໋ຍໂປຕາສ) ແລະ ຈໍາໜ່າຍເກືອໂປຕາສ. ໃນທ້າຍປີ 2021 ສໍາເລັດການກໍ່ສ້າງ ແລະ ທົດລອງຜະລິດໂຄງການເກືອໂປຕາສ 1 ລ້ານໂຕນ ແລະ ໄດ້ກາຍເປັນໂຄງການເກືອໂປຕາສ ລະດັບ 1 ລ້ານໂຕນທໍາອິດ ໃນຂົງເຂດໃໝ່ຂອງການຜະລິດເກືອໂປຕາສໃນໂລກ, ຜະລິດຕະພັນເກືອໂປຕາສຂອງບໍລິສັດ ໄດ້ສົ່ງອອກຈໍາໜ່າຍຢູ່ຫຼາຍປະເທດໃນພາກພື້ນອາຊີ ຊຶ່ງໄດ້ສ້າງອິດທິພົນທີ່ພົ້ນເດັ່ນໃນຕະຫຼາດສາກົນ ໂດຍສະເພາະແມ່ນໃນຕະຫຼາດຂົງເຂດອາຊີຕາເວັນອອກ ສ່ຽງໃຕ້. ປັດຈຸບັນແມ່ນບັນລຸກໍາລັງການຜະລິດ 2 ລ້ານໂຕນ/ປີ ໃນທ້າຍປີ 2023 ຄາດວ່າໃນປີ 2024 ຈະບັນລຸກຳລັງການຜະລິດ 3 ລ້ານໂຕນ/ປີ ແລະ ປີ 2025 ຫາ 2026 ຈະບັນລຸກໍາລັງການຜະລິດ 5 ລ້ານໂຕນ/ປີ, ໃນອະນາຄົດອີງຕາມຄວາມຕ້ອງການຂອງຕະຫຼາດຍັງສາມາດຂະຫຍາຍການຜະລິດເຖິງ 7 ຫາ 10 ລ້ານໂຕນ/ປີ, ເພື່ອຕອບສະໜອງການບໍລິການຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ແກ່ອາຊີ ແລະ ທົ່ວໂລກ. ບໍລິສັດຍັງໄດ້ຈັດຕັ້ງດຳເນີນຫຼາກຫຼາຍກິດຈະກຳ ວິສາຫະກິດ ເພື່ອເສີມສ້າງທີມງານທີ່ສາມັກຄີກົມກຽວ ເພື່ອພ້ອມກັນພະຍາຍາມສູ້ຊົນໃຫ້ບັນລຸຄາດໝາຍ ໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ. ນອກນີ້ໃນເຂດດັ່ງກ່າວຍັງຈະໄດ້ສ້າງເປັນສວນອຸດສາຫະກຳໝູນວຽນອັດສະລິຍະ ອາຊີໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກຳໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະມີເນື້ອທີ່ລວມປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາ. ໂອກາດດຽວກັນ ຄະນະດັ່ງກ່າວຍັງໄດ້ເຄື່ອນໄຫວຢ້ຽມຢາມ ບໍລິສັດ ລາວຄາຍຢວນ ບໍ່ແຮ່ຈໍາກັດ ທີ່ ບ້ານລໍາມະລາດ ເມືອງທ່າແຂກ ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດຈາກ ທ່ານ ໂຈ ສຽວຝານ ຮອງອໍານວຍການບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດພ້ອມດ້ວຍບັນດາພະນັກງານກໍາມະກອນພາຍໃນບໍລິສັດ ຊຶ່ງບໍລິສັດດັ່ງກ່າວໄດ້ເຊັນສັນຍາວ່າດ້ວຍການຊອກຄົ້ນ ແລະ ສໍາຫຼວດແຮ່ເກືອໂປຕາສ ຢູ່ ແຂວງຄໍາມ່ວນ ໃນເດືອນ ຕຸລາ ປີ 2008 ເປັນຕົ້ນມາ, ໂດຍສະເພາະໂຄງການໄລຍະທີ 1 ຊຶ່ງໄດ້ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຢູ່ເມືອງທ່າແຂກ ໃນເດືອນເມສາ ປີ 2011, ມີເຂດສໍາປະທານຕັ້ງຢູ່ ບ້ານ ລໍາມະລາດມີເນື້ອທີ່ ຈໍານວນ 41,69 ກິໂລຕາແມັດ, ປະລິມານສະສົມຂອງເກືອກາລີ ທີ່ໄດ້ຊອກຄົ້ນປະມານ 218 ລ້ານໂຕນ ແລະ ສ້າງຕັ້ງໂຮງງານປຸງແຕ່ງຂື້ນ, ສໍາລັບປີ 2022 ເລີ່ມແຕ່ເດືອນມັງກອນ ຫາ ເດືອນສິງຫາ ຍອດຜະລິດຕະພັນທີ່ສາມາດຜະລິດໄດ້ ຈໍານວນທັງໝົດ 323.064 ໂຕນ, ເທົ່າກັບ 58,74% ຂອງແຜນຈໍາໜ່າຍປະຈໍາປີ 2022, ໃນນັ້ນໄດ້ສົ່ງອອກສູ່ຕ່າງປະເທດທັງໝົດ 294.830 ໂຕນ ແລະ ຈໍາໜ່າຍພາຍໃນ 10.155 ໂຕນ, ແຮ່ດິບທີ່ໄດ້ຂຸດຄົ້ນອອກມາແມ່ນ 1.892.831 ໂຕນ, ສໍາລັບຄວາມຄືບໜ້າຂອງໂຄງການໄລຍະທີ 2, ເຂດສໍາປະທານໂຄງການຢູ່ບ້ານລໍາມະລາດ, ເມືອງທ່າແຂກ, ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ແລະ ເມືອງໄຊບູລີ ແຂວງສະຫວັນນະເຂດ ທີ່ມີເນື້ອທີ່ສໍາປະທານທັງໝົດ 92,24 ກິໂລຕາແມັດ. ຕະຫຼອດເຖິງເປົ້າໝາຍການພັດທະນາຂອງບໍລິສັດ ໃນອະນາຄົດ ທີ່ຈະພະຍາຍາມກາຍເປັນວິສາຫະກິດຜະລິດໂປຕາສ ທີ່ໃຫຍ່ທີ່ສຸດ ໃນອາຊີຕາເວັນອອກສ່ຽງໃຕ້ ໃຫ້ກາຍເປັນໂຮງງານຕົວແບບ ພ້ອມທັງຂັບເຄື່ອນ ແລະ ປັບປຸງດ້ານການຮັກສາອະນາໄມ, ດ້ານການສຶກສາ, ດ້ານວຽກເຮັດງານທໍາ, ດ້ານການດໍາລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ ແລະ ອື່ນໆ .

ພ້ອມດຽວກັນນີ້, ທ່ານ ສອນທະນູ ທຳມະວົງ ຍັງໄດ້ສະແດງຄວາມຄິດເຫັນ ແລະ ຊົມເຊີຍຕໍ່ຜົນງານການເຄື່ອນໄຫວ ດໍາເນີນທຸລະກິດຂອງ 2 ບໍລິສັດ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມໃນການສ້າງວຽກເຮັດງານທໍາ ໃຫ້ແກ່ແຮງງານລາວ, ລວມເຖິງການປະກອບສ່ວນທາງດ້ານສາທາລະນະປະໂຫຍດຕ່າງໆ ແກ່ສັງຄົມໃຫ້ນັບມື້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ພ້ອມດຽວກັນທ່ານຍັງໄດ້ຮັບເອົາຂໍ້ສະເໜີຂອງບໍລິສັດໂດຍສະເພາະແມ່ນກ່ຽວກັບບັນຫາທີ່ຕິດພັນກັບນະໂຍບາຍ ໃນການສົ່ງອອກສິນຄ້າ ເພື່ອຈະໄດ້ນໍາໄປຄົ້ນຄວ້າຮ່ວມກັບອົງການລັດທີ່ກ່ຽວຂ້ອງ ແລະ ຈະໄດ້ສະເໜີຕໍ່ລັດຖະບານ ຊ່ວຍພິຈາລະນາແກ້ໄຂຕາມລະບຽບການ ແລະ ເຊື່ອໝັ້ນວ່າ ທາງບໍລິສັດຈະປະສົບຜົນສໍາເລັດໃນການດໍາເນີນທຸລະກິດ ຕາມລະດັບຄາດໝາຍ.

(ຂ່າວ-ພາບ: ມະນີວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments