Saturday, October 19, 2024
Homeຂ່າວຕ່າງປະເທດຄວາມຕ້ອງການອາຍແກັສທົ່ວໂລກ ມີທ່າອຽງຫລຸດລົງ

ຄວາມຕ້ອງການອາຍແກັສທົ່ວໂລກ ມີທ່າອຽງຫລຸດລົງ

ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ,ວັນທີ11 ຕຸລານີ້, ອົງການ ພະລັງງານ ສາກົນ(IEA) ເປີດເຜີຍວ່າ: ຄວາມຕ້ອງການ ອາຍແກັສ ທົ່ວໂລກ ມີທ່າອ່ຽງ ເຕີບໂຕ ຊ້າລົງ ລະຫວ່າງ ປີ 2022-2026 ຫລັງຈາກ ຂະຫຍາຍຕົວ ຢ່າງເຂັ້ມແຂງ ໃນໄລຍະຜ່ານມາ ແລະ ມີສ່ວນສົ່ງເສີມ ການເຕີບໂຕ ຂອງຄວາມຕ້ອງການ ພະລັງງານ ທົ່ວໂລກ ປະມານ 40%.ຂະນະທີ່ ການນຳໃຊ້ ອາຍແກັສ ໂດຍລວມ ໃນຕະຫລາດ ອາຊີ-ປາຊີຟິກ, ເອີຣົບ ແລະ ອາເມລິກາເໜືອ ມີທ່າອ່ຽງ ຫລຸດລົງ ຍ້ອນຜົນຈາກ ການໃຊ້ ພະລັງງານ ໝູນວຽນ ແລະ ມາດຕະຖານ ປະສິດທິພາບ ທາງພະລັງງານ ທີ່ພັດທະນາດີຂຶ້ນ ໂດຍຕະຫລາດ ອາຊີ ທີ່ເຕີບໂຕ ວ່ອງໄວ ແລະ ກຸ່ມປະເທດ ແຫ່ງອາຍແກັສ ໃນອາຟຣິກາ ແລະ ຕາເວັນອອກກາງ ຈະເປັນຜູ້ນຳ ການເຕີບໂຕ ຂອງຄວາມຕ້ອງການ ອາຍແກັສ ທົ່ວໂລກ. ຂະນະທີ່ ເອີຣົບ ມີທ່າອ່ຽງ ການນຳໃຊ້ ອາຍແກັສ ຫລຸດລົງ 5%ໃນປີນີ້ ໂດຍ ສາເຫດ ຫລັກ ຈາກການເຜົາໄໝ້ ອາຍແກັສ ຫລຸດລົງ ໃນພາກພະລັງງານ ຊຶ່ງຫລຸດລົງ ເກືອບ 15% ທ່າມກາງ ການຂະຫຍາຍຕົວ ຢ່າງວອງໄວ ຂອງພະລັງງານ ໝູນວຽນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments