Saturday, October 19, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີລາວ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ

ນາຍົກລັດຖະມົນຕີລາວ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ

ຕອນບ່າຍວັນທີ 11 ຕຸລາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ ໃນໂອກາດນໍາພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11-12 ຕຸລາ 2023.

ໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ຄາມິກາວະ ໂຢໂກະ ທີ່ໄດ້ນໍາພາຄະນະຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນຂີດໝາຍອັນສໍາຄັນປະກອບສ່ວນເຂົ້າໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນີ້ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ ທ່ານ ນາງ ຄາມິກາວະ ໂຢໂກະ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາເຊື້ອເຊີນ ໄປຍັງ ທ່ານ ກິຊິດະ ຟຸມິໂອະນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃຫ້ເດິນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ ແລະ ຍັງໄດ້ແຈ້ງໃຫ້ຊາບວ່າ ນາຍົກລາວ ຍິນດີຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ສະໄໝພິເສດ ທີ່ ຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ AZEC (Asia Zero Emission Community) ສະໄໝພິເສດ ທີ່ ຍີ່ປຸ່ນ ຈະເປັນເຈົ້າພາບ ໃນເດືອນທັນວາ 2023 ທີ່ຈະມາເຖິງນີ້.

ທ່ານ ນາຍົກລັດຖະມົນຕີ ໄດ້ຢືນຢັນຄືນຄໍາໝາຍໝັ້ນ ຂອງລັດຖະບານ ສປປ ລາວ ໃນການສືບຕໍ່ເຮັດວຽກຮ່ວມກັບ ລັດຖະບານຍີ່ປຸ່ນ ຢ່າງໃກ້ຊິດ ແລະ ປະກອບສ່ວນຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໃນການສົ່ງເສີມການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ ນອກນັ້ນ ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຝ່າຍຍີ່ປຸ່ນຊາບ ກ່ຽວກັບ ການກະກຽມເປີດປີທ່ອງທ່ຽວລາວ ໃນປີ 2024 ພ້ອມທັງໄດ້ເຊື້ອເຊີນນັກທ່ອງທ່ຽວ ປະຊາຊົນ ແລະ ນັກທຸລະກິດຂອງຍີ່ປຸ່ນ ເຂົ້າມາທ່ອງທ່ຽວ ແລະ ຮ່ວມມືລົງທຶນໃນດ້ານຕ່າງໆທີ່ຍີ່ປຸ່ນມີຄວາມສົນໃຈຕື່ມ ທັງໄດ້ຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ຕະຫຼອດໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ລວມເຖິງການພົວພັນຮ່ວມມື ແລະ ການໄປມາຫາສູ່ ເຊິ່ງກັນ ແລະ ກັນ ຂອງປະຊາຊົນສອງຊາດ ໄດ້ດໍາເນີນເປັນປົກກະຕິ ພິເສດ, ແຜນງານການຮ່ວມມື ລາວ-ຍີ່ປຸ່ນ (Action Plan Laos-Japan) ທີ່ສອງປະເທດໄດ້ຮັບຮອງຮ່ວມກັນ ໃນເດືອນເມສາ 2021 ຜ່ານມາ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຈາກພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ການລົງທຶນຂອງພາກທຸລະກິດຍີ່ປຸ່ນ ຢູ່ ສປປ ລາວ ກໍມີທ່າອ່ຽງດີຂຶ້ນ, ໂດຍສະເພາະ ການລົງທຶນດ້ານກະສິກໍາ ອຸດສາຫະກໍາ ແລະ ການບໍລິການ ພ້ອມກັນນັ້ນ ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃນຕໍ່ໜ້າ ເພື່ອສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ໜັກແໜ້ນຂຶ້ນກວ່າເກົ່າ ໂດຍສະເພາະ ການຮ່ວມມືດ້ານເສດຖະກິດ ກໍຄືການຮ່ວມມືດ້ານການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ລວມເຖິງການຮ່ວມມືດ້ານການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຍີ່ປຸ່ນ ແລະ ການຮ່ວມມືດ້ານພະລັງງານສະອາດ ແລະ ດິຈິຕອນ.

ໃນຂະນະດຽວກັນ ທ່ານ ນາງ ຄາມິກາວະ ໂຢໂກະ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຂອງ ພະນະທ່ານ ນາຍົກລັດຖະມົນຕີ ກິຊິດະ ຟຸມິໂອະ ມາຍັງ ທ່ານນາຍົກລັດຖະມົນຕີ ພ້ອມນີ້ ຍັງໄດ້ສະແດງຄວາມພ້ອມທີ່ຈະເຮັດວຽກຮ່ວມກັບຝ່າຍ ສປປ ລາວ ຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວ ກໍຄືການພົວພັນຮ່ວມມື ຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ພ້ອມທັງໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງຍີ່ປຸ່ນ ທີ່ຈະໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments