Saturday, October 19, 2024
Homeຂ່າວກິລາສຸລິຍາ ສະນຸກເກີລາວ ຊະນະ 3 ນັດລວດ! ລາຍການ World Chinese 8-ball Championship ທີ່ຈີນ

ສຸລິຍາ ສະນຸກເກີລາວ ຊະນະ 3 ນັດລວດ! ລາຍການ World Chinese 8-ball Championship ທີ່ຈີນ

ລິຍາ ມີນາລາວົງ ສະນຸກເກີທີມຊາດລາວ ຄວ້າໄຊຊະນະ 3 ນັດລວດ ໃນການແຂ່ງຂັນບິນລ້ຽດ-ສະນຸກເກີ ປະເພດຄິວສະປອດ (Cue sports) ລາຍການ World Chinese 8-ball Championship ທີ່ຢູ້ຊານ ແຂວງຈ່ຽງຊີ ປະເທດຈີນ ໃນລະຫວ່າງເດືອນຕຸລາ 2023.

ສຸລິຍາ (ຊ້າງ) ເຈົ້າຂອງຫລຽນເງິນ ສະນຸກເກີປະເພດຄູ່ຊາຍ ຊີເກມ ຄັ້ງທີ 32 ລົງແຂ່ງຮອບຄັດເລືອກ ຊະນະ 3 ນັດລວດ, ນັດທີໜຶ່ງ ຊະນະນັກກິລາຈາກມົງໂກລີ 7-6 ເຟຣມ, ນັດທີສອງ ຊະນະນັກກິລາຈາກຣັດເຊຍ 7-1 ເຟຣມ ແລະ ນັດທີສາມ ຊະນະອີກໜຶ່ງນັກກິລາຈາກມົງໂກລີ 7-0 ເຟຣມ ເຂົ້າສູ່ຮອບທຳອິດ ຫລື ຮອບ 128 ຄົນສຸດທ້າຍ.

ຂະນະທີ່ດາວພະຈັນ ພຸດທະບັນດິດ ເສຍໃຫ້ ນັກກິລາຈາກກຳປູເຈຍ 4-7 ເຟຣມ, ພອນປະເສີດ ອິນທະວົງ ເສຍໃຫ້ ນັກກິລາຈາກໄຕ້ຫວັນ 3-7 ເຟຣມ, ສ່ວນພອນໄຊ ຮຸ່ງເຮືອງ ຈະແຂ່ງໃນຮອບຄັດເລືອກຮອບທີສອງ ໃນວັນທີ 12 ຕຸລານີ້, ທາງດ້ານ ສ່ວນ ສິດທິເດດ ສັກບ່ຽງ ມື 1 ຂອງລາວ ແລະ ຫົງສາວະດີ ວົງໄຊ ໄດ້ສິດລໍຖ້າໃນຮອບທຳອິດ ເນື່ອງຈາກມີອັນດັບແຣັງກິ້ງທີ່ດີ, ຮອບທຳອິດຈະແຂ່ງຂັນວັນທີ 15 ຕຸລານີ້.

ນີ້ເປັນຄັ້ງທີ 3 ທີ່ນັກສະນຸກເກີລາວເຂົ້າຮ່ວມລາຍການນີ້ ເຊິ່ງເປັນລາຍການໃຫຍ່ລະດັບໂລກ ມີນັກກິລາຈາກ 48 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ, ນັກກິລາສະນຸກເກີລາວ ພ້ອມດ້ວຍຄະນະເຂົ້າຮ່ວມ 6 ຄົນ ເປັນການກຽມຄວາມພ້ອມກ່ອນໄປຮ່ວມງານ ເອຊຽນ ອິນດໍຣເກມ ຄັ້ງທີ 6 ທີ່ບາງກອກ ປະເທດໄທ ຕົ້ນປີ 2024.

Photo: ສະຫະພັນກິລາບິນລ້ຽດ-ສະນຸກເກີແຫ່ງຊາດລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments