Saturday, October 19, 2024
Homeຂ່າວການເມືອງສປປ ລາວ ມີຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນໃນປີ 2024

ສປປ ລາວ ມີຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນໃນປີ 2024

ໃນໂອກາດເຂົ້າຮ່ວມກອງປະຊຸມລາຍງານຄວາມຄືບໜ້າກ່ຽວກັບການກະກຽມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ATF 2024 ຊຶ່ງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄົມ ດວງຈັັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ຕາງໜ້າໃຫ້ກອງເລຂາ ATF 2024 ໄດ້ລາຍງານຄວາມຄືບໜ້າໃນການກະກຽມເປັນເຈົ້າພາບ ATF 2024 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22-27 ມັງກອນ 2024 ທີ່ນະຄອນຫຼວງວຽງຈັນ ຊຶ່ງທ່ານໄດ້ກ່າວວ່າ: ໃນວັນທີ 23-24 ມັງກອນ 2024 ຈະຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ, ສ່ວນວັນທີ 25-26 ມັງກອນ 2024 ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ, ສະຖານທີ່ແມ່ນຢູ່ໂຮງແຮມແລນມາກ. ສຳລັບພິທີເປີດ ATF 2024 ຈະຈັດຂຶ້ນໃນວັນທີ 24 ມັງກອນຢູ່ໂຮງແຮມດອນຈັນພາເລດ. ງານມະຫະກໍາການທ່ອງທ່ຽວຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ຄວາມຮັບຜິດຊອບ ເພື່ອຄວາມຍືນຍົງໃນອະນາຄົດຂອງອາຊຽນ (Quality and Responsible Tourism-Sustaining ASEAN Future).

ສຳລັບດ້ານທີ່ພັກໄດ້ກຳນົດເອົາ 6 ໂຮງແຮມທາງການຄື: ໂຮງແຮມແລນມາກ 1-2, ໂຮງແຮມລາວພຣາຊາ, ໂຮງແຮມຄຣາວພາຊາ, ໂຮງແຮມເມືອງແທັງ, ໂຮງແຮມໂປລີ້ວຽງຈັນ ແລະ ໂຮງແຮມ ST ວັດໄຕ ສາມາດຮອງຮັບພຽງພໍຄະນະຜູ້ແທນມາຮ່ວມກອງປະຊຸມ ແລະ ມາຮ່ວມງານວາງສະແດງ. ຄາດຄະເນຜູ້ແທນທີ່ຈະມາຮ່ວມງານ ATF 2024 ປະມານ 250-300 ຄົນ. ວຽກງານສິລະປະ ແລະ ການສະແດງໄດ້ກະກຽມລາຍການສະແດງຮັບໃຊ້ພິທີເປີດ ATF 2024 3 ລາຍການຄື: ເປົ່າແຄນວົງ, ຮ້ອງເພງຄູ່ຍິງ-ຊາຍ (ເພງໃໝ່), ຟ້ອນຍິນດີຕ້ອນຮັບ ແລະ ອີກ 7 ລາຍການໃນງານລ້ຽງວັນທີ 24 ມັງກອນ 2024. ສ່ວນວຽກງານມອບລາງວັນມາດຕະຖານທ່ອງທ່ຽວອາຊຽນ, ວຽກງານສື່ມວນຊົນ, ວຽກງານວາງສະແດງການທ່ອງທ່ຽວອາຊຽນ ແລະ ວຽກງານອື່ນໆ ກໍໄດ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເຫັນວ່າມີຜົນສຳເລັດໃນຫຼາຍດ້ານ.

ໂດຍ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments