Saturday, October 19, 2024
Homeຂ່າວໜ້າໜຶ່ງກະຊວງການເງິນແຈ້ງ! ອຸດໜຸນຄ່າຄອງຊີບເພີ່ມ ແກ່ພະນັກງານ-ລັດຖະກອນ

ກະຊວງການເງິນແຈ້ງ! ອຸດໜຸນຄ່າຄອງຊີບເພີ່ມ ແກ່ພະນັກງານ-ລັດຖະກອນ

ກະຊວງການເງິນ ອອກຄຳແນະນຳ ເງິນອຸດໜູນຄ່າຄອງຊີບເພີ່ມ ແກ່ພະນັກງານ-ລັດຖະກອນ ທີ່ໄດ້ຮັບເງິນເດືອນຕ່ຳກວ່າ 1.700.000 ກີບ

ເພື່ອເປັນການຈັດຕັ້ງ ແລະ ຜັນຂະຫຍາຍ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບ ທິດຊີ້ນໍາໃນການ ຄົ້ນຄວ້າ ຄວາມສາມາດເພີ່ມເງິນເດືອນ ແລະ ເງິນອຸດໜູນ ໃຫ້ພະນັກງານລັດຖະກອນ ທີ່ໄດ້ຮັບເງິນເດືອນຕໍ່າກວ່າ ນະໂຍບາຍແຮງງານຂັ້ນຕໍ່າ ໃຫ້ສະເພາະ ພະນັກງານ-ລັດຖະກອນ ທີ່ມີເງິນເດືອນພື້ນຖານ, ເງິນເດືອນພະນັກງານບໍານານ, ຜູ້ເສຍອົງຄະ ບວກກັບເງິນອຸດໜູນຄ່າຄອງຊີບ ທີ່ໄດ້ຮັບຜ່ານມາ ຍັງຕໍ່າກວ່າ 1.700.000 ກີບ ໂດຍໃຫ້ເລີ່ມປະຕິບັດ ໃນງວດ 4 ປີ 2023 ເປັນຕົ້ນໄປ, ຊຶ່ງການເພີ່ມເງິນອຸດໜູນຄ່າຄອງຊີບດັ່ງກ່າວ ໃຫ້ຍົກເວັ້ນອາກອນລາຍໄດ້ ແລະ ການຫັກເງິນສົມທົບເຂົ້າອົງການປະກັນສັງຄົມ, ໂດຍໄດ້ກໍານົດ ເປົ້າໝາຍ, ຂັ້ນຕອນ ແລະ ວິທີການຄິດໄລ່ ເພື່ອ ໃຫ້ຫົວໜ່ວຍງົບປະມານທຸກຂັ້ນ ສາມາດຈັດຕັ້ງປະຕິບັດ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ຂ່າວກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments