Saturday, October 19, 2024
Homeຂ່າວການເມືອງທູດລາວ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາປະທານສະພາແຫ່ງຊາດ ສສ ຫວຽດນາມ

ທູດລາວ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາປະທານສະພາແຫ່ງຊາດ ສສ ຫວຽດນາມ

ຂປລ. ວັນທີ 5 ຕຸລາ 2023 ທີ່ຫໍສະພາແຫ່ງຊາດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ເຂົ້າຢ້ຽມອຳລາ ສະຫາຍ ເວືອງ ດິງ ເຫະ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມ ເນື່ອງໃນໂອກາດທີ່ ສະຫາຍຈະຈົບວາລະການດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.

ໂອກາດນີ້, ສະຫາຍ ປະທານສະພາແຫ່ງຊາດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສຳເລັດທີ່ຍາດມາໄດ້ໃນ ໄລຍະ 4 ປີ ທີ່ປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ ຂອງສະຫາຍເອກອັກຄະລັດຖະທູດ. ຕະຫລອດໄລຍະປະຈໍາ ການ ສະຫາຍເອກອັກຄະລັດຖະທູດ ໄດ້ປະກອບສ່ວນສໍາຄັນໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ, ເຖິງວ່າ ໃນ ໄລຍະດັ່ງກ່າວ ສອງປະເທດ ກໍຄື ທົ່ວໂລກ ພວມຜະເຊີນກັບການແພ່ລະບາດຂອງພະຍາດໂຄວິດ-19 ແຕ່ທັງສອງ ປະເທດ ກໍສາມາດຮ່ວມກັນຈັດບັນດາບຸນໃຫຍ່ ແລະ ກິດຈະກຳສຳຄັນຫລາຍຢ່າງ ຂອງທັງສອງປະເທດ ຢ່າງເປັນຂະ ບວນຟົດຟື້ນ. ສະເພາະ ສະພາແຫ່ງຊາດຂອງສອງປະເທດ ກໍມີການຮ່ວມມືກັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ສະເພາະໃນປີ 2021 ຜ່ານມາ ສອງປະທານສະພາແຫ່ງຊາດ ກໍໄດ້ມີການພົບປະແລກປ່ຽນກັນຢ່າງເປັນປົກກະຕິ. ໃນນັ້ນ, ຍັງມີບັນດາຮອງປະທານສະພາແຫ່ງຊາດຂອງທັງສອງປະເທດ ກໍໄດ້ຜັດປ່ຽນກັນຢ້ຽມຢາມ ແລະ ແລກ ປ່ຽນຫົວຂໍ້ສະເພາະເຊິ່ງກັນ ແລະ ກັນ. ປະທານສະພາແຫ່ງຊາດຫວຽດນາມ ກໍໄດ້ສະແດງຄວາມຂອບໃຈມາຍັງ ສະ ພາແຫ່ງຊາດລາວ ທີ່ໄດ້ສົ່ງຄະນະຜູ້ແທນ ມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສະພາໜຸ່ມສາກົນ ຄັ້ງທີ 9 ທີ່ສະພາ ແຫ່ງຊາດຫວຽດນາມ ເປັນເຈົ້າພາບ. ພ້ອມນີ້, ສອງຝ່າຍຍັງໄດ້ຮ່ວມກັນສ້າງກົນໄກໃໝ່ ທີ່ມີປະໂຫຍດເພື່ອຮັບໃຊ້ ໃຫ້ແກ່ການຮ່ວມມືສອງປະເທດ ແລະ ສ້າງກົນໄກ 3 ຝ່າຍ ລາວ-ຫວຽດນາມ-ກຳປູເຈຍ ໃນນັ້ນມີ ການພົບປະສຸດ ຍອດຂອງສາມຜູ້ນຳພັກ ເຊິ່ງຈັດຂຶ້ນສອງຄັ້ງໃນປີ 2021 ແລະ 2023 ຜ່ານມາ, ການກະກຽມຈັດການພົບປະສຸດ ຍອດ ປະທານສະພາສາມປະເທດ ລາວ-ຫວຽດນາມ-ກຳປູເຈຍ ທີ່ຈະຈັດໃນທ້າຍປີ 2023 ນີ້ ເຊິ່ງເປັນຄັ້ງທຳອິດ ທີ່ຈະໄດ້ຈັດຂຶ້ນທີ່ ສປປ ລາວ. ສໍາລັບ ປີ 2024 ທີ່ຈະມາເຖິງນີ້, ສປປ ລາວ ຈະເປັນປະທານກອງປະຊຸມສຸດຍອດ ອາຊຽນ ລວມທັງກອງປະຊຸມສຳຄັນຫລາຍກອງປະຊຸມ ໃນນັ້ນລວມມີກອງປະຊຸມໄອປາ (AIPA) ຄັ້ງທີ 45 ອີກ ດ້ວຍ, ສະຫາຍປະທານສະພາແຫ່ງຊາດຫວຽດນາມ ຍັງໄດ້ແຈ້ງໃຫ້ຊາບວ່າ ສະພາແຫ່ງຊາດຫວຽດນາມ ພ້ອມທີ່ຈະ ໃຫ້ການສະໜັບສະໜູນຢ່າງສຸດຄວາມສາມາດຂອງຕົນແກ່ ສປປ ລາວ ຂອງພວກເຮົາ. ຕອນທ້າຍ ສະຫາຍ ຍັງໄດ້ ຝາກຄວາມຢື້ຢາມຖາມຂ່າວເຖິງ ສະຫາຍເລຂາທິການໃຫຍ່, ປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ອີກດ້ວຍ.

ສະຫາຍເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ມາຍັງສະພາແຫ່ງຊາດຫວຽດນາມ ໂດຍສະ ເພາະ ສະຫາຍປະທານສະພາແຫ່ງຊາດ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ສະຖານທູດລາວປະຈຳຫວຽດນາມ ມາຕະຫລອດ ເຮັດໃຫ້ສາມາດສໍາເລັດໜ້າທີ່ອັນສໍາຄັນທຸກຢ່າງ ທີ່ປະເທດຊາດມອບໝາຍໃຫ້; ຕີລາຄາສູງ ພັກ, ລັດ ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫລືອ ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ຕະຫລອດມາ ບໍ່ວ່າໃນຍາມພົບກັບວິກິດການຕ່າງໆ ເຊັ່ນ: ໄພພິບັດທາງທຳມະຊາດ, ພະຍາດລະ ບາດ. ພ້ອມທັງຕີລາຄາສູງ ຕໍ່ຜົນສຳເລັດຂອງຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ເຮັດ ໃຫ້ປະເທດ ແລະ ປະຊາຊົນຫວຽດນາມ ນັບມື້ພັດທະນາຂຶ້ນເປັນກ້າວໆ, ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ເຮັດໃຫ້ ປະເທດຫວຽດນາມ ສາມາດຟື້ນໂຕໄດ້ໂດຍໄວ ຈາກຜົນກະທົບຂອງການແພ່ລະບາດພະ ຍາດໂຄວິດ-19 ແລະ ກາຍເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງໃນໂລກ ແລະ ໄດ້ຮັບບົດບາດສໍາຄັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ການເປັນປະທານອາຊຽນປີ 2020 ແລະ ໄດ້ຮັບເລືອກເປັນສະມາຊິກ ບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ພ້ອມກັນນັ້ນ, ສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຊົມເຊີຍຫວຽດນາມ ໃນການເພີ່ມ ທະວີ ແລະ ຍົກລະດັບການພົວພັນຮ່ວມມືກັບຫລາຍປະເທດມະຫາອຳນາດ ເຮັດໃຫ້ບົດບາດຂອງຫວຽດນາມ ໃນ ເວ ທີສາກົນນັບມື້ເພີ່ມຂຶ້ນ. ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດຄັ້ງທີ 13 ຂອງພັກ ໃຫ້ສຳເລັດຜົນຢ່າງຈົບງາມ ເພື່ອກາຍເປັນປະເທດພັດທະນາ ແລະ ມີລາຍຮັບສູງໃນປີ 2045.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments