Saturday, October 19, 2024
Homeຂ່າວພາຍໃນເປີດວາລະສານອາລຸນໃໝ່ເອເລັກໂຕຣນິກ ຢ່າງເປັນທາງການ

ເປີດວາລະສານອາລຸນໃໝ່ເອເລັກໂຕຣນິກ ຢ່າງເປັນທາງການ

ພິທີເປີດວາລະສານອະລຸນໃໝ່ເອເລັກໂຕຣນິກຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 9 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ,​ ສະຫາຍ​ນາງ​ ວິລະ​ວອນ​ ພັນທະ​ວົງ​ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ມີພາກສ່ວນທີ່ກ່ຽວເຂົ້າຮ່ວມ.​

ສະຫາຍ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າບັນນາທິການວາລະ ສານອະລຸນໃໝ່ກ່າວວ່າ: ການເປີດເວັບໄຊ ວາລະສານອະລຸນໃໝ່ເອເລັກໂຕຣ ນິກ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່, ຄວາມພະຍາຍາມບຸກບືນ ແລະ ບົນຈິດ ໃຈສ້າງການຫັນປ່ຽນສູ່ຄຸນນະພາບໃໝ່ ຂອງວາລະສານອະລຸນໃໝ່ ດ້ວຍຄວາມເປັນເຈົ້າການ, ປະດິດສ້າງ ແລະ ປັບປຸງຢ່າງຕັ້ງໜ້າ ເພື່ອຕອບ ສະໜອງ ຄວາມຕ້ອງການດ້ານຂໍ້ມູນຂ່າວສານໃຫ້ຜູ້ອ່ານ ທີ່ເພີ່ມສູງຂຶ້ນນັບມື້, ວາລະສານ ອະລຸນໃໝ່ເອເລັກໂຕຣນິກ ຈະຕ້ອງປະສານ ສົມທົບກັບ ພາກສ່ວນຕ່າງໆ ເພື່ອ ຍົກລະດັບ, ຍົກສູງຄວາມສາມາດດ້ານຕ່າງໆ ເພື່ອເພີ່ມປະສິດທິພາບ, ປະສິດທິຜົນໃນວຽກງານໂຄສະນາສຶກອົບຮົມ, ປະຕິບັດໜ້າທີ່ ການເມືອງທີ່ໄດ້ຮັບມອບ ໝາຍເປັນຢ່າງດີ, ກຳແໜ້ນສະຖານະການ ແລະ ຕອບສະໜອງຢ່າງທັນການ ຜ່ານສື່ມວນຊົນ ເປັນຕົ້ນຜ່ານສື່ແບບໃໝ່ ໃຫ້ ແກ່ການນຳ, ພະນັກງານ, ສະມາຊິກພັກ ທັງສູນກາງ ແລະ ທ້ອງຖິ່ນໃຫ້ ກວ້າງຂວາງກວ່າເກົ່າ, ປະກອບສ່ວນ ຕົວຈິງໃນການແກ້ໄຂບັນຫາ ແລະ ສະພາບຕ່າງໆທີ່ມີຄວາມສະຫຼັບສັບຊ້ອນ-ມີຫຼາຍຮູບແບບ ໃນຍຸກແຫ່ງຂໍ້ມູນ ຂ່າວສານປັດຈຸບັນ, ປະກອບສ່ວນໃຫ້ ວາລະສານອະລຸນໃໝ່ ເຮັດສຳເລັດ ໜ້າທີ່ການເມືືອງຂອງຕົນໃນ ການຫັນເປັນທັນສະໄໝ, ສົມກັບຄວາມເຊື່ອໝັ້ນ ຂອງພັກ-ລັດ ແລະ ປະຊາຊົນ.

ສະຫາຍ ຄຳພັນ ເຜີຍຍະວົງ ກ່າວຄຳເຫັນວ່າ: ກ່ອນໜ້ານີ້ 38 ປີ, ເນື່ອງ ໃນໂອກາດວັນສ້າງຕັ້ງ ແລະ ພິມຈຳໜ່າຍວາລະສານ ອະລຸນໃໝ່ ປະທານ ໄກ ສອນ ພົມວິຫານ ໄດ້ມີຄຳເຫັນວ່າ: “ວາລະສານອະລຸນໃໝ່ ແມ່ນອົງການ ທິດສະດີ ແລະ ການເມືອງຂອງສູນກາງພັກ ຊຶ່ງມີໜ້າທີ່ສໍາຄັນໃນການ ເຜີຍ ແຜ່, ສຶກສາອົບຮົມທິດສະດີມາກ-ເລນິນ, ທັດສະນະ, ແນວທາງ, ນະໂຍບາຍ ຂອງພັກ, ວາລະສານອະລຸນໃໝ່ ຍັງມີໜ້າທີ່ປະກອບສ່ວນເຂົ້າໃນ ການສະຫຼຸບສັງລວມ, ຖອດຖອນບົດຮຽນການນຳພາຂອງພັກໃນທຸກຂົງເຂດ ວຽກງານ ປະຕິວັດໃນແຕ່ລະໄລຍະ

ສະຫາຍ ຄຳພັນ ເຜີຍຍະວົງ ກ່າວຕື່ມວ່າ: ພາຍໃຕ້ການນຳພາຂອງພັກ ໂດຍສະເພາະການຊີ້ນຳ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກ, ນັບແຕ່ປີ 1985 ຈົນ ເຖິງປັດຈຸບັນ ວາລະສານ ອະລຸນໃໝ່ ໄດ້ເຕີບໃຫຍ່ ຂະຫຍາຍຕົວ ແລະ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າໃນວຽກງານການເມືອງ-ແນວຄິດ, ວຽກງານ ໂຄສະນາອົບຮົມຂອງພັກ ໂດຍສະເພາະໄດ້ ປະກອບສ່ວນ ສ້າງຄວາມຮູ້ ກ່ຽວກັບການປ່ຽນແປງໃໝ່ດ້ານຈິນຕະນາການ, ຄວາມຮັບຮູ້ກ່ຽວ ກັບການ ສ້າງສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນຂອງປະເທດຊາດ, ເຊື່ອມຊຶມກຳ ແໜ້ນແນວທາງ ປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ດ້ວຍການ ຄົ້ນຄວ້າຂຽນບົດຕ່າງໆ, ແປ, ກວດແກ້, ຮຽບຮຽງ, ຈັດພິມລົງໃນບັນດາຄໍລຳຂອງວາລະສານເປັນປົກກະຕິ ແລະ ຕໍ່ເນື່ອງ.

ໂດຍເຫັນໄດ້ບົດບາດຄວາມ ສຳຄັນຂອງໜ້າທີ່ການເມືອງນັບມື້ສູງຂຶ້ນ, ວາລະສານ ອະລຸນ ໃໝ່ ຊຶ່ງເປັນ ວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນປະຕິວັດລາວ ມີຄວາມ ຈຳເປັນຢ່າງຍິ່ງ ຈະຕ້ອງໄດ້ພັດທະນາ, ຍົກລະດັບ ແລະ ຫັນປ່ຽນໄປສູ່ ຄວາມທັນສະໄໝເທື່ອລະກ້າວ ກໍຄື ການສ້າງວາລະສານເອເລັກໂຕຣນິກ ເພື່ອຍົກ ລະດັບຄວາມສາມາດຕົວຈິງ ການປະຕິບັດພາລະບົດບາດ ແລະ ເຮັດຫຼຸ້ອນ ໜ້າທີ່ການເມືອງຂອງຕົນໃຫ້ນັບມື້ດີຂຶ້ນ ແລະ ສ້າງການຫັນປ່ຽນໃໝ່ສູ່ຄຸນ ນະພາບໃໝ່ເທື່ອລະກ້າວ ທັງເນື້ອໃນ ແລະ ຮູບການ, ເຮັດໃຫ້ວາລະສານ ມີຫຼາຍຮູບ, ຫຼາຍສີ, ທັນກັບສະພາບການ ແລະ ສາມາດຕອບສະໜອງດ້ານ ຂໍ້ມູນ-ຂ່າວສານໃຫ້ແກ່ກັບຜູ້ບໍລິໂພກໄດ້ຢ່າງສະດວກ, ວ່ອງໄວ ແລະ ກວ້າງຂວາງກວ່າເກົ່າ ສະນັ້ນການເປີດເວັບໄຊວາລະສານອະລຸນໃໝ່ເອເລັກໂຕຣນິກ ຖືເປັນ ເຫດການທີ່ມີຄວາມໝາຍຄວາມສໍາຄັນຂອງສື່ມວນຊົນ, ຕີລາຄາສູງ ແລະ ຊົມເຊີຍ ໃນຈິນຕະນາການໃໝ່, ວິໄສທັດ ແລະ ການປັບປຸງປ່ຽນແປງ ຢ່າງ ປະດິດສ້າງຂອງວາລະ ສານອະລຸນໃໝ່ ໂດຍ ສະເພາະແມ່ນຄວາມຕັດສິນ ໃຈຂອງການນຳແຕ່ລະຮຸ່ນ, ພິເສດແມ່ນ ຄວາມພະຍາຍາມຂອງຄະນະບັນ ນາທິການວາລະສານ ແລະ ພະນັກງານທັງໝົດຂອງວາລະສານອະລຸນໃໝ່, ພ້ອມນີ້ສະແດງຄວາມຊົມເຊີຍ ມາຍັງພາກ ສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດເປັນຕົ້ນແມ່ນວາລະສານ ກົງສານ ສສ ຫວຽດນາມ ທີ່ໄດ້ໃຫ້ ການ ຊ່ວຍເຫຼືອ, ສະໜັບສະໜູນ ດ້ວຍດີ ຕະຫຼອດມາ. ເຊື່ອໝັ້ນວ່າ ວາລະ ສານອະລຸນໃໝ່ເອເລັກໂຕຣນິກ ຈະກາຍເປັນ ແຫຼ່ງສະໜອງ ຂໍ້ມູນ-ຂ່າວ ສານ ອັນຈຳເປັນ ເພື່ອຮັບໃຊ້ໃນວຽກງານສື່ມວນຊົນ ຂອງພັກ-ລັດ ກໍຄືໃນການໂຄ ສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ,ນະໂຍບາຍຂອງລັດ ແລະ ເວົ້າສະເພາະ ແມ່ນໃນວຽກ ງານການເມືອງ-ແນວຄິດ, ວຽກງານໂຄສະນາອົບ ຮົມຢ່າງມີປະສິດພາບ-ປະສິດທິຜົນສູງຂຶ້ນໃນຕໍ່ໜ້າ.

(ຂ່າວ-ພາບ:ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments