Home ຂ່າວການເມືອງ ເປີດໂຄງການພະສະມະນະທູດລາວກຳມາທິການ ການຕ່າງປະເທດ

ເປີດໂຄງການພະສະມະນະທູດລາວກຳມາທິການ ການຕ່າງປະເທດ

0
344

ພິທີເປີດໂຄງການພະສະມະນະທູດລາວກຳມາທິການ ການຕ່າງປະເທດ ໄດ້ຈັດຂຶ້ນໃນວັນທີ 28 ມີຖຸນາ ນີ້ ທີ່ ຫໍປະຊຸມສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍໃຫ້ກຽດເຂົ້າຮ່ວມຂອງພະອາຈານໃຫຍ່ ມະຫາບຸນມາ ສິມມາພົບ ປະທານສູນກາງ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ), ພະອາຈານໃຫຍ່ບຸນສ່ວນ ພັນທະວົງ ຮອງປະທານ ອພສ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການປະເທດ, ມີພະສົງສຳມະເນນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງໂຄງການພະສະມະນະທູດລາວແມ່ນເພື່ອຝຶກອົບຮົມ ພະສະມະນະທູດລາວໃຫ້ມີຄວາມຮູ້ຄວາມສາມາດໃຫ້ມີຄວາມໝັ້ນໃຈ ໃນການປະຕິບັດສາສະນະກິດຕາມວັດຖຸປະສົງ, ເພື່ອກຽມພ້ອມພະສະມະນະທູດລາວທີ່ມີຄຸນສົມບັດເໜາະສົມໃນການສະໜອງຂອງວັດຕ່າງໆພາຍໃຕ້ກຳມາທິການການຕ່າງປະເທດ ແລະ ໃນປະເທດອື່ນ, ເພື່ອສົງເສີມສະໜັບສະໜູນພະສົງລາວທີ່ເຮັດໜ້າທີ່ເຜີຍແຜ່ພະພຸດທະສາສະໜາຢູ່ຕ່າງປະເທດ,ເພື່ອສະໜອງນະໂຍບາຍຂອງພັກ-ລັດ ແລະ ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໂດຍລວມ, ໂດຍສະເພາະຄືກຳມາທິການ ການຕ່າງປະເທດທາງດ້ານການພົວພັນວຽກງານຕ່າງປະເທດຂອງພະພຸດທະສາສະໜາ ແລະ ສາສະໜາອື່ນ ແລະ ເຮັດໃຫ້ພະສົງສຳມະເນນລາວ ພໍ່ຂາວ, ແມ່ຂາວ ມີຄວາມຮູ້ມີຄວາມສາມາດ, ມີຄວາມໝັ້ນໃຈຕົນເອງໃນການທີ່ຈະໄປເຜີຍແຜ່ ພະພຸດທະສາສະໜາທັງພາຍໃນປະເທດ ແລະ ຕ່າງປະເທດ, ໄດ້ນຳເອົາພະພຸດທະສາສະໜາຕະຫຼອດເຖິງຮິດຄອງປະເພນີວັດທະນະທຳຂອງລາວ ແນວທາງນະໂຍບາຍຂອງພັກ-ລັດອອກໄປເຜີຍແຜ່ໃຫ້ຕ່າງປະເທດໃນໂລກຮັບຮູ້ຢ່າງກວ້າງຂວາງ, ເຮັດໃຫ້ເກີດການເຜີຍແຜ່ພະພຸດທະສາສະໜາຢ່າງມີຮູບການທີ່ເປັນເອກະລັກ ແລະ ເອກະພາບທັງພາຍໃນ ແລະ ຕ່າງປະເທດ, ຍົກສູງພາລະບາດບາດຂອງພະສົງລາວໃນພາກພື້ນ ແລະ ສາກົນ.

ພະສະມະນະທູດມີພາລະບົດບາດ ແລະ ໜ້າທີ່ສຳຄັນໃນການເຜີຍແຜ່ຫຼັກທຳເປັນຜູ້ນຳໃນການຟື້ນຟູພະພຸດທະສາສະໜາພ້ອມທັງເປັນຜູ້ສົ່ງເສີມການຮຽນຮູ້ ແລະ ສ້າງຄວາມສາມັກຄີໃຫ້ແກ່ຊຸມຊົນດ້ວຍການນຳເອົາຫຼັກທຳຄຳສັງສອນທາງພະພຸດທະສາສະໜາມາເປັນແກນກາງໃນການພັດທະນາ, ມີພາລະບົດບາດ ແລະ ໜ້າທີ່ໃນຖານະເປັນຕົວແທນຂອງພະສຳມາສຳພຸດທະເຈົ້າໃນດ້ານພຸດທະສາສະໜາເພື່ອສັງຄົມທັງພາຍໃນ ແລະ ຕ່າງປະເທດ.

ດັ່ງນັ້ນໜ້າທີ່ການເຜີຍແຜ່ງານດ້ານພະພຸດທະສາສະໜາຂອງພະສະມະນະທູດຈຶ່ງປະຕິບັດຕາມແນວທາງຂອງພະສະມະນະທູດຕົ້ນແບບຕັ້ງແຕ່ສະໄໝພະພຸດທະການ ແລະ ຫຼັງພະພຸດທະການ.

ຂ່າວ-ພາບ: ບຸນອູ້ມ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here