Sunday, October 20, 2024
Homeສຶກສາຄູຄືຜູ້ໃຫ້ ແລະ ເສຍສະລະເພື່ອສ້າງຊັບພະຍາກອນມະນຸດ

ຄູຄືຜູ້ໃຫ້ ແລະ ເສຍສະລະເພື່ອສ້າງຊັບພະຍາກອນມະນຸດ

ໃນໂອກາດວັນຄູແຫ່ງຊາດທີ່ຈະໝູນວຽນມາຄົບຮອບ 29 ປີ (ວັນທີ 7 ຕຸລາ 1994 – ວັນທີ 7 ຕຸລາ 2023), ຕົນເອງ (ຜູ້ຂຽນ) ຂໍສະແດງຄວາມຮູ້ບຸນຄຸນຕໍ່ຄູທຸກໆທ່ານທີ່ໄດ້ເສຍສະລະຕົນເອງ ໃນການປະກອບສ່ວນສ້າງຊັບພະຍາກອນມະນຸດ ໃຫ້ມີ ຄວາມຮູ້, ຄວາມສາມາດ ສົມແລ້ວທີ່ຄູໄດ້ຮັບສົມຍານາມວ່າເປັນແມ່ພິມຂອງຊາດ ເພາະບົດບາດຂອງຄູໄດ້ຕິດພັນກັບວິວັດທະນາການຂອງການພັດທະນາປະເທດຊາດ, ຊັບພະຍາກອນມະນຸດໃຫ້ຄົນມີຄວາມຮູ້ຄວາມສາມາດ, ຮັກຮີດຄອງປະເພນີ, ຂະນົບ ທໍານຽມ, ຮູ້ຈັກການອອກແຮງງານລ້ວນແຕ່ແມ່ນຄູເປັນຜູ້ຖ່າຍຄວາມຮູ້ ແລະ ປະສົບການໃຫ້. ສະນັ້ນ, ເພື່ອຈາລຶກເຖິງບຸນຄຸນຄູມື້ນີ້ຜູ້ຂຽນຂໍນຳສະເໜີບາງຄວາມຮູ້ສຶກ, ຄວາມຄິດເຫັນກ່ຽວກັບການພັດທະນາລະບົບການສຶກສາຢູ່ປະເທດເຮົາຈາກສັງຄົມ ໃຫ້ໄດ້ ຮັບຮູ້ ແລະ ແລກປ່ຽນນຳກັນ. 

ທ່ານນາງ ນົກນ້ອຍ ພົມມະຫາ ໄຊ ໄດ້ສະແດງທັດສະນາຂອງຕົນວ່າ: ໃນນາມຜູ້ປົກຄອງຄິດວ່າອາຊີບຄູສອນບໍ່ແມ່ນເລື່ອງງ່າຍ, ຄູ່ປຽບເໝືອນພໍ່ແມ່ຜູ້ທີສອງຂອງເດັກດັ່ງນັ້ນກ່ອນທີ່ຈະເປັນຄູຕ້ອງມີຄວາມມັກຮັກພາກພູມໃຈ ແລະ ຮັກອາຊີບຄູແທ້ໆ, ຮັກເດັກນ້ອຍດ້ວຍຄວາມຈິງໃຈແທ້ໆ ແລະ ມີລະບຽບວິໄນຈຶ່ງສາມາດເປັນຄູໄດ້. ໃນເມື່ອເປັນຄູແລ້ວ ເຮົາຕ້ອງກໍາຈຸດພິເສດຂອງນັກຮຽນແຕ່ລະຄົນໃຫ້ໄດ້ ຈຶ່ງສາມາດຮູ້ວ່າເດັກນ້ອຍຜູ້ນີ້ມີຄວາມສາມາດດ້ານໃດ ເຮົາຈຶ່ງສາມາດສົ່ງເສີມເຂົາເຈົ້າ. ນອກຈາກນັ້ນ, ກໍ ສ້າງຈິດສໍານຶກໃຫ້ແກ່ເຂົາມີຄວາມຮູ້ຄວາມສາມາດ ຫລື ວ່າມີຄວາມສາມັກຄີຮັກແພງຢູ່ພາຍໃນຫ້ອງກໍຄືໂຮງຮຽນຈຶ່ງສ້າງຄວາມສົນໃຈໃຫ້ກັບນັກຮຽນຢາກສົນໃຈຮຽນນໍາຄູ.

ພ້ອມນີ້, ທ່ານ ສອນໄຊ ໃບຍະວົງ ໃຫ້ທັດສະນະວ່າ: ຕາມທັດສະນະຂອງຕົນເອງຄໍາວ່າຄູດີເດັ່ນສາມາດແຍກອອກເປັນສອງດ້ານຄື: ດ້ານດີຄູແມ່ນສາມາດປະຕິບັດດ້ວຍຕົນເອງກໍຄືຄຸນສົມບັດດີກິລິຍາມາລະຍາດດີ ຮູ້ຮັກອາຊີບແພງເດັກ, ມີຈິດໃຈໂອ ບອ້ອມອາລີຕໍ່ນັກຮຽນ, ພ້ອມມີຄວາມສາມັກຄີຮັກແພງກັບພະນັກງານໃນອົງກອນຂອງຕົນ ແລະ ຄໍາວ່າເດັ່ນແມ່ນສະແດງອອກໃນດ້ານຜົນງານເປັນຮູບປະທໍາ ກໍຄືຜົນງານທີ່ສາມາດສ້າງນັກຮຽນໃຫ້ເປັນຄົນເກັ່ງ, ເສັງໄດ້ຕາມຄາດໝາຍ ແລະ ໄດ້ຮັບ ຄວາມ ຍົກຍ້ອງຈາກອົງການຈັດຕັ້ງ, ຈາກຜູ້ປົກຄອງ ແລະ ນ້ອງນັກຮຽນ. ບ່ອນທີ່ທຸລະກັນດານຫ່າງໄກສອກຫລີກ ຈົ່ງພ້ອມພາກັນເອົາໃຈໃສ່ຕໍ່ລູກ-ຫລານໃນການຕັ້ງໃຈສຶກສາຮໍ່າຮຽນ ເພາະປັດຈຸບັນນເຕັກໂນໂລຊີກໍທັນສະໄໝຫລາຍຢູ່ເຂດຊົນນະບົດ ບາງພື້ນທີ່ກໍ ສາມາດ ຮຽນທາງອອນລາຍໄດ້ແລ້ວ, ຄູສາມາດຊອກຮູ້ບົດຮຽນໃໝ່ໆ ເພື່ອນໍາໄປສິດສອນນັກຮຽນໃຫ້ມີຄວາມຫ້າວຫັນໃນການພັດທະນາຕົນເອງຢູ່ສະເໝີ, ຄູທຸກຄົນຈົ່ງມີສຸຂະພາບເຂັ້ມແຂງ ເຖິງວ່າຈະມີບັນຫາຫຍຸ້ງຍາກກໍຕ້ອງໄດ້ສູ້ຊົນຜ່ານຜ່າໃຫ້ໄດ້ ຮູ້ນຳໃຊ້ ຫລາຍຮູບແບບ, ຫລາຍວິທີສອນເຊັ່ນ: ສອນທາງອອນລາຍ, ບໍ່ວ່າຈະເປັນທາງກູໂກມິດ (Google meet), ກູໂກຊູມ (Google zoom) ແລະ ອື່ນໆທີ່ຄູແຕ່ລະທ່ານ ສາມາດເລືອກເອົາສິ່ງທີ່ຕົນຖະນັດ ເພື່ອສະດວກນໍາໃຊ້ເຂົ້າໃນການສອນ ແລະ ໃຫ້ນັກຮຽນໄດ້ຮຽນເປັນປົກກະຕິ. ບັນດາທັດສະນະຈາກສັງຄົມລ້ວນແຕ່ເປັນການປະກອບສ່ວນ ເພື່ອພັດທະນາຄູກໍຄືລະບົບການຮຽນ-ການສອນຂອງຄູໃຫ້ມີຄຸນນະພາບຍິ່ງໆຂຶ້ນເພື່ອຕອບສະໜອງກັບການພັດທະນາປະເທດຊາດໃນໄລຍະໃໝ່. ເຖິງຢ່າງໃດ ກໍຕາມໃນໂອກາດວັນຄູແຫ່ງຊາດ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງນີ້ ຂໍອວຍໄຊໃຫ້ພອນຄູທຸກຄົນໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນປະຕິບັດໜ້າທີ່ອັນມີກຽດສະຫງ່າດ້ວຍຜົນສຳເລັດຍິ່ງໆຂຶ້ນ.

ໂດຍ: ໄໝຄຳຍ້ອມສິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments