Monday, October 21, 2024
Homeຂ່າວການເມືອງເຜີຍແຜ່ກົດໝາຍ-ລະບຽບປ້ອງກັນຄວາມສະຫງົບ ປອດໄພ ທາງລົດໄຟ

ເຜີຍແຜ່ກົດໝາຍ-ລະບຽບປ້ອງກັນຄວາມສະຫງົບ ປອດໄພ ທາງລົດໄຟ

ແຫລ່ງຂ່າວຈາກ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ພະແນກຕຳຫລວດທາງລົດໄຟ ປກສ ແຂວງຫລວງນໍ້າທາ ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບປ້ອງກັນຄວາມສະຫງົບ ປອດໄພທາງລົດໄຟ ຢູ່ບ້ານຫ້ວຍຫ້ອມ ເມືອງຫລວງນໍ້າທາ ໂດຍການນໍາພາຂອງ ທ່ານ ພັນຕີ ນາງ ບົວວັນ ວິຈິດຫລວງຄຳ ຮອງຫົວໜ້າພະແນກຕຳຫລວດທາງລົດໄຟ ປກສ ແຂວງ, ມີເລຂາພັກບ້ານ-ນາຍ ບ້ານຫ້ວຍຫ້ອມ, ມີອຳນາດການປົກຄອງບ້ານ ແລະ ປະຊາຊົນ ພາຍໃນບ້ານດັ່ງກ່າວ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮ້ອຍໂທ ສິງທັດ ຕ໋ອງຫວັນຄຸດ ຮອງຫົວໜ້າໜ່ວຍງານ ພະແນກຕຳຫລວດທາງລົດໄຟ ປກສ ແຂວງ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງລົດໄຟ ລາວ-ຈີນ ເຊິ່ງລັດຖະບານແຫ່ງ ສປປ ລາວ ມີເປົ້າໝາຍຍຸດທະສາດໃນການພັດທະນາເສັ້ນທາງລົດໄຟ ໃຫ້ກາຍເປັນແລວທາງເສດຖະ ກິດທີ່ມີລາຍຮັບຢ່າງຫລວງຫລາຍໃຫ້ແກ່ປະເທດຊາດ, ຍົກສູງປະສິດທິພາບ ຂອງວຽກງານຄົມມະນາ ຄົມຂົນສົ່ງ, ສ້າງໂອກາດໃຫ້ມີວຽກເຮັດງານທຳ, ຍົກສູງຄຸນນະພາບຊີວິດການເປັນຢູ່ ໃຫ້ແກ່ປະຊາຊົນລາວ ແລະ ເປັນການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ ຈາກ ສປປ ລາວ ສູ່ບັນດາອາຊຽນ.

ພ້ອມນີ້, ກໍໄດ້ເຜີຍແຜ່ບັນດາຂໍ້ຫ້າມທົ່ວໄປ ແລະ ອະທິບາຍກ່ຽວກັບລະບຽບສຳລັບຜູ້ໂດຍ ສານ ທີ່ຈະກະກຽມໃນການເດີນທາງ ແລະ ເງື່ອນໄຂຕ່າງໆໃນການຂຶ້ນລົດໄຟ ເພື່ອເຮັດໃຫ້ບຸກຄົນ ຫລື ກຸ່ມຄົນ ທີ່ຈະເດີນທາງດ້ວຍລົດໄຟໄດ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບປ້ອງກັນຄວາມສະຫງົບ, ປອດໄພທາງລົດໄຟ, ຍົກໃຫ້ເຫັນເຖິງການກະທຳຜິດ ທີ່ເເຕະຕ້ອງເຖິງຄວາມບໍ່ສະຫງົບ ແລະ ເປັນການກົດໜ່ວງທ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ສ້າງຄວາມເສຍຫາຍຕໍ່ອັນລວມ. ໃນ 1 ປີຜ່ານມາ ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 117 ເລື່ອງ (ສະເພາະ ແຂວງຫລວງນ້ຳທາ ມີ 13 ເລື່ອງ), ກັກຕົວຜູ້ກະທຳຜິດໄດ້ 59 ຄົນ, ຍິງ 12 ຄົນ ເປັນຕົ້ນ ແມ່ນຄະດີລັກຊັບ ປະເພດວັດຖຸ-ອຸປະກອນທາງລົດໄຟ 75 ເລື່ອງ.

ທ່ານ ພັນຕີ ນາງ ບົວວັນ ວິຈິດຫລວງຄຳ ກໍໄດ້ເນັ້ນໃຫ້ປະຊາຊົນ ຫລັງຈາກທີ່ໄດ້ຮັບຟັງ, ເຊື່ອມຊຶມບັນດາກົດໝາຍ ແລະ ລະບຽບຄວາມປອດໄພທາງລົດໄຟແລ້ວ ກໍໃຫ້ພ້ອມກັນສືບຕໍ່ນໍາເອົາເນື້ອໃນຈິດໃຈຄັ້ງນີ້ ໄປເຜີຍແຜ່ໃຫ້ຄອບຄົວ, ລູກຫລານ, ຍາດຕິພີ່ນ້ອງ ໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈເພີ່ມເຕີມ ແລະ ພ້ອມກັນປະກອບສ່ວນ ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ.

ຂ່າວ: ສິບເອກ ນໍລະສິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments