Monday, October 21, 2024
Homeຂ່າວພາຍໃນການນຳແຂວງຜົ້ງສາລີອອກຕ້ອນຮັບຄະນະຜູ້ແທນການນຳຂັ້ນສູງຂອງແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ.

ການນຳແຂວງຜົ້ງສາລີອອກຕ້ອນຮັບຄະນະຜູ້ແທນການນຳຂັ້ນສູງຂອງແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ.

ໃນຕອນເຊົ້າຂອງວັນທີ 9 ຕຸລາ 2023 ນີ້, ທ່ານ ຄຳເຫຼັກ ໃຈອິສານ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ຄະນະຜູ້ແທນການນຳຂັ້ນສູງຂອງແຂວງຜົ້ງສາລີ ອອກຕ້ອນຮັບ ຄະນະຜູ້ແທນການນຳຂັ້ນສູງຂອງແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເຊິ່ງນຳໂດຍ ທ່ານ ມົວ ອາ ເສີ້ນ ຮອງເລຂາພັກແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ຢູ່ທີ່ດ່ານສາກົນ ປາງຫົກ ເມືອງໃໝ່, ແຂວງຜົ້ງສາລີ.

ຈຸດປະສົງຂອງການມາເຄື່ອນໄຫວວຽກງານຂອງຄະນະຜູ້ແທນການນຳຂັ້ນສູງຂອງແຂວງດຽນບ່ຽນ ໃນຄັ້ງນີ້​ ເພື່ອເປັນການຢ້ຽມຢາມ ແລະ ພົບປະມິດຕະພາບ ລະຫ່ວາງຄະນະຜູ້ແທນການນຳຂັ້ນສູງຂອງແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ຄະນະຜູ້ແທນການນຳຂັ້ນສູງຂອງແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ໃນການຮ່ວມມືໃນໄລຍະທີ່ຜ່ານມາ ພ້ອມທັງເຊັນບົດບັນທຶກການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ຄະນະຜູ້ແທນແຂວງດຽນບ່ຽນຈະໄດ້ໄປທັດສະນະທ່ຽວຊົມພະທາດມິ່ງຂວັນພູຟ້າ ແລະ ໂຮງຮຽນມັດທະຍົມສົມບູນເທດສະບານເມືອງບຸນເໜືອ ເຊິ່ງເປັນໂຮງຮຽນທີ່ໄດ້ຮັບການຊ່ວຍເຫຼື່ອຫຼາຈາກ ສສ ຫວຽດນາມ ແລະ ຈະໄດ້ແວ່ຢ້ຽມຢາມໂຮງຮຽນມັດທະຍົມສົມບູນບ້ານນໍ້າລີ ແລະ ພູພາເຜິ້ງ ຕື່ມອີກ.​

ຊຶ່ງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້ແມ່ນຈະດຳເນີນໄປຮອດວັນທີ 11 ຕຸລາ 2023 ຈຶ່ງຈະສຳເລັດ ແລະ ຈະໄດ້ໄປສືບຕໍ່ຢູ່ບັນດາແຂວງພາກເໜືອຂອງລາວອີກດ້ວຍ.​

( ພາບ – ຂ່າວ: ແສງຄຳ ສາລີວັນ )

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments