Monday, October 21, 2024
Homeຂ່າວໜ້າໜຶ່ງການສໍາຫຼວດໃໝ່ສ່ອງແສງສາເຫດຂອງບັນຫາການຂາດສານອາຫານໃນກຸ່ມເດັກນ້ອຍ ຢູ່ແຂວງຜົ້ງສາລີ

ການສໍາຫຼວດໃໝ່ສ່ອງແສງສາເຫດຂອງບັນຫາການຂາດສານອາຫານໃນກຸ່ມເດັກນ້ອຍ ຢູ່ແຂວງຜົ້ງສາລີ

ວັນທີ 3 ຕຸລາ 2023 ສູນສະຖິຕິແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຜີຍແຜ່ຜົນຈາກການສຳຫຼວດໃໝ່, ເຊິ່ງເປັນການສຳຫຼວດຄົວເຮືອນຢູ່ແຂວງຜົ້ງສາລີ ທີ່ມິຈຸດປະສົງເຈາະຈົງຕໍ່ການສ້າງຄວາມເຂົ້າໃຈກ່ຽວກັບ ສະຖານະການຂອງເດັກນ້ອຍໃນປະເທດ, ໃຫ້ກັບບັນດາການນຳຂັ້ນແຂວງ ເພື່ອປະກອບສ່ວນເຂົ້າຕໍ່ການແກ້ໄຂບັນຫາການຂາດສານອາຫານໃນເດັກໃນຜົ້ງສາລີ.

ການສຳຫຼວດນີ້ ເປັນການລິເລີ່ມອັນສຳຄັນໂດຍສູນສະຖິຕິເເຫ່ງຊາດ ຮ່ວມກັບ ສະຫະພາບເອີຣົບ ແລະ ອົງການຢູນິເຊບ, ເເລະ ເປັນການສຳຫຼວດຄົວເຮືອນຂັ້ນແຂວງຄັ້ງທຳອິດ ເຊິ່ງຈະຊ່ວຍສະໜອງຂໍ້ມູນໃນລະດັບເມືອງ ທີ່ຈະຊ່ວຍອຳນາດການປົກຄອງແຂວງເຂົ້າໃຈຕື່ມເຖິງ ສາເຫດຂອງບັນຫາການຂາດສານອາຫານໃນເດັກ ເພື່ອຊ່ວຍໃນການສ້າງນະໂຍບາຍວ່າດ້ວຍໂພຊະນາການທີ່ມີປະສິດຕິພາບຫຼາຍກ່ວາເກົ່າ. ມີທັງໝົດ 4 ແຂວງທີ່ໄດ້ຮັບການຄັດເລືອກເປັນເເຂວງເປົ້າໝາຍໃນການສໍາຫຼວດນີ້, ນັ້ນກໍ່ຄື: ບໍ່ແກ້ວ, ຫົວພັນ, ຜົ້ງສາລີ ແລະ ສາລະວັນ.

ທ່ານ ທອງສຸກ ເປົາສຸລີ ພະແນກແຜນການ ແລະ ການລົງທຶນ ແຂວງຜົ້ງສາລີ ໄດ້ກ່າວວ່າ: “ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ການສຳຫຼວດຄັ້ງນີ້ ເຊິ່ງໄດ້ສະໜອງຂໍ້ມູນອັນລ້ຳຄ່າ ທີ່ຈະຊ່ວຍໃຫ້ພວກເຮົາເຂົ້າໃຈພາບລວມຂອງ ສະພາບດ້ານໂພຊະນາການຂອງເດັກນ້ອຍ ໃນ ແຂວງ ຜົ້ງສາລີ.” ທ່ານ ຍັງໄດ້ກ່າວອີກວ່າ ໃນຂະນະທີ່ທາງການນຳແຂວງໄດ້ມີຄວາມຄືບໜ້າທີ່ດີ ໃນການແກ້ໄຂບັນຫາການຂາດສານອາຫານຂອງແຂວງນັ້ນ, ເຖີງຢ່າງໃດກໍ່ຕາມ ຍັງຕ້ອງໄດ້ເອົາໃຈໃສ່ຕື່ມເພື່ອເລັ່ງມືເເກ້ໄຂບັນຫາດັ່ງກ່າວ.”

ອີງຕາມຜົນການສຳຫຼວດດັ່ງກ່າວແລ້ວ ເຫັນວ່າ ແຂວງ ຜົ້ງສາລີ ມີອັດຕາຂອງເດັກນ້ອຍອາຍຸ 6-59 ເດືອນ 42.4% ທີ່ມີພາວະລວງສູງຫຼຸດມາດຕະຖານ ເເລະ 21% ທີ່ມີພາວະນ້ຳໜັກຫຼຸດມາດຕະຖານ. ການສຳຫຼວດໃນ ແຂວງ ຜົ້ງສາລີ ແມ່ນໄດ້ລົງສຳຫຼວດທັງໝົດ 7 ເມືອງຂອງແຂວງ ແລະ ໄດ້ເກັບຕົວຢ່າງທັງໝົດຈາກ 1,539 ຄົວເຮຶອນ ໃນທົ່ວ 76 ບ້ານ.

ທ່ານ ນາງ ພອນສະລີ ສຸກສະຫວັດ, ປະທານສູນສະຖິຕິເເຫ່ງຊາດ, ກ່າວວ່າ: “ນີ້ເປັນຄັ້ງທຳອິດ ທີ່ອົງການຢູນີເຊັບ ແລະ ສູນສະຖິຕິເເຫ່ງຊາດ ໄດ້ລົງສຳຫຼວດຄົວເຮືອນໃນລະດັບແຂວງ ເພື່ອສ້າງຖານຂໍ້ມູນສຳລັບແຕ່ລະເມືອງ ໂດຍມີຈຸດປະສົງເຈາະຈົງເພື່ອປະກອບສ່ວນເຂົ້າຕໍ່ການຈັດຕັ້ງປະຕິບັດໂຄງການຕ່າງໆ ກ່ຽວກັບເດັກນ້ອຍ, ລວມໄປເຖີງວຽກງານດ້ານໂພຊະນາການ.”

ແຜນງານດ້ານໂພຊະນາການຂອງ ສປປ ລາວ ແມ່ນໄດ້ຮັບທິດຊີ້ນໍາຈາກເອກະສານສອງສະບັບເປັນຫຼັກ ນັ້ນກໍ່ຄື: ຍຸດທະສາດດ້ານໂພຊະນາການແຫ່ງຊາດ (National Nutrition Strategy) 2016-2025 ແລະ ແຜນປະຕິບັດງານແຫ່ງຊາດ ຄັ້ງທີ II (National Plan for Action for Nutrition II) 2021-2025, ເຊິ່ງເອກະສານເຫຼົ່ານີ້ ໃຫ້ການແນະນຳການຈັດຕັ້ງປະຕິບັດວຽກງານໂພຊະນາການໃນທົ່ວຂະແໜງການຕ່າງໆ ເຊັ່ນ: ກະສິກຳ, ສາທາລະນະສຸກ ແລະ ການສຶກສາ.

ນອກນັ້ນຜົນຈາກການສຳລວດທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັບ ສະຖາບັນວິທະຍາສາດເສດຖະກິດ ເເລະ ສັງຄົມແຫ່ງຊາດ ພາຍໃຕ້ໂຄງການ NIPN ຍັງໄດ້ຖືກເຜີຍແຜ່ອີກເຊັ່ນດຽວກັນ ຊື່ງຈະຊ່ວຍເປັນການສ່ອງເເສງອີກເເບບຕໍ່ສາເຫດຂອງບັນຫາການຂາດສານອາຫານໃນກຸ່ມເດັກນ້ອຍ ທີ່ແຂວງຜົ້ງສາລີ ເພື່ອເປັນການປະກອບສ່ວນຂໍ້ມູນຕໍ່ການສ້າງນະໂຍບາຍທີ່ເໝາະສົມ.

ທ່ານ Arturo Romboli, ຮອງຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ໃຫ້ຄຳເຫັນດັ່ງກ່າວ: “ເຖີງປັດຈຸບັນ ທ່າອຽງດ້ານເສດຖະກິດມະຫາພາກ ແລະ ສະພາບອາກາດ ໄດ້ເຮັດໃຫ້ເກີດຂໍ້ຈຳກັດດ້ານການຄໍ້າປະກັນສະບຽງອາຫານ ແລະ ວຽກງານສົ່ງເສີມໂພຊະນາການ, ມັນຍັງເປັນສີ່ງທີ່ໜ້າປະທັບໃຈຫຼາຍ ທີ່ໄດ້ເຫັນວ່າ ລັດຖະບານ ແລະ ບັນດາຄູ່ຮ່ວມມື, ລວມທັງ ອົງການ ຢູນິເຊັບ, ຍັງຄົງຢຶດໝັ້ນໃນຄຳໝັ້ນສັນຍາຮ່ວມຂອງພວກເຮົາ ເພື່ອແກ້ໄຂບັນຫາເຫຼົ່ານີ້ ເພື່ອຜົນປະໂຫຍດຂອງເດັກນ້ອຍ. ໃນໂອກາດການສະເຫຼີມສະຫຼອງຄົບຮອບ 50 ປີ ຂອງ ອົງການ ຢູນິເຊັບ ໃນ ສປປ ລາວ ຮ່ວມກັບ ລັດຖະບານແຫ່ງ ສປປ ລາວ ໃນປີນີ້, ອົງການພວກເຮົາ ຂໍໃຫ້ຄຳໝັ້ນສັນຍາອີກວ່າ ພວກເຮົາຈະສືບຕໍ່ເຮັດວຽກເພື່ອເດັກນ້ອຍທຸກໆຄົນໃນປະເທດ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments