Tuesday, October 22, 2024
Homeຂ່າວໜ້າໜຶ່ງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຈັດກອງປະຊຸມເຜີຍແຜ່ນິຕິກຳທີ່ຕິດພັນກັບວຽກງານ

ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຈັດກອງປະຊຸມເຜີຍແຜ່ນິຕິກຳທີ່ຕິດພັນກັບວຽກງານ

ເພື່ອເປັນການເຜີຍແຜ່ດຳລັດ ວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດ ສະບັບເລກທີ 293/ລບ, ລົງວັນທີ 29 ສິງຫາ 2022, ດຳລັດ ວ່າດ້ວຍແຮງງານຂອງຜູ້ໄກ່ເກ່ຍ ແລະ ຜູ້ຕັດສິນ ສະບັບເລກທີ 294/ລບ, ລົງວັນທີ 29 ສິງຫາ 2022, ຄຳແນະນຳ ວ່າດ້ວຍການປະຕິບັດຜົນຂອງການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ສະບັບເລກທີ 499/ກປ, ລົງວັນທີ 12 ພຶດສະພາ 2023.

ສະນັ້ນ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມຂຶ້ນ ໃນຕອນເຊົ້າຂອງ ວັນທີ 05 ຕຸລາ 2023 ນີ້ ທີ່ໂຮງແຮມເໝືອງແທ່ງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳເຂົ້າຮ່ວມມີຮອງຫົວໜ້າສູນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າກະຊວງ, ບັນດາພະແນກ, ບັນດາຫ້ອງການ, ຄະ ນະນິຕິສາດ-ລັດຖະສາດ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາທະນາຄານ, ສາມາຄົມທຸລະກິດລາວ, ສະພາທະນາຄວາມ, ຜູ້ຕາງໜ້າໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກຕໍ່ທຸລະກິດລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ ແມ່ນເພື່ອໃຫ້ບັນດາການຈັດຕັ້ງທັງພາກລັດ ແລະ ເອກະຊົນ ລວມທັງບັນດາຜູ້ປະ ກອບການທາງດ້ານທຸລະກິດໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດຫຼາຍຂຶ້ນ ເປັນຕົ້ນແມ່ນ ໃຫ້ຮັບຮູ້ເຖິງ ຜົນປະໂຫຍດທີ່ຈະໄດ້ຮັບຈາກການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຢູ່ ສປປ ລາວ. ພ້ອມທັງຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນວ່າ ຮູບການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດ ແມ່ນເປັນຮູບການແກ້ໄຂຂໍ້ຂັດແຍ່ງທີ່ ຢູ່ນອກລະບົບສານປະຊາຊົນຕື່ມອີກ.

ໃນກອງປະຊຸມບັນດາທ່ານຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຢ່າງກົງໄປກົງມາ ເປັນຂໍ້ມູນເພື່ອສືບຕໍ່ປັບປຸງໃຫ້ດີຂຶ້ນໄປເລື່ອຍໆ.

ໃນວາລະສຸດທ້າຍຂອງກອງປະຊຸມທ່ານປະທານ ກໍໄດ້ສະແດງຄວາມຂອບໃຈຕໍ່ກັບຄະນະຮັບ ຜິດຊອບຂອງສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ, ບັນດາທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆ ແລະ ຜູ້ຕາງໜ້າໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກຕໍ່ທຸລະກິດລາວ ທີ່ໄດ້ພ້ອມກັນຫ້າງຫາກະກຽມ, ສະໜອງງົບປະມານ, ອໍານວຍຄວາມສະດວກດ້ານຕ່າງໆ ແລະ ສະຫຼະເວລາອັນມີຄ່າມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

ຂ່າວ-ພາບ: ໄຊຍະສິດ ບັນຍາວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments