Tuesday, October 22, 2024
Homeສຶກສາຄູເປັນຜູ້ຖ່າຍທອດຄວາມຮູ້ໃຫ້ນັກຮຽນຈົນປະສົບຜົນສຳເລັດ

ຄູເປັນຜູ້ຖ່າຍທອດຄວາມຮູ້ໃຫ້ນັກຮຽນຈົນປະສົບຜົນສຳເລັດ

ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 29 ປີທີ່ຈະໝູນວຽນມາເຖິງນີ້, ທ່ານນາງ ບົວວັນ ສີດາລາ ຜູ້ອຳນວຍການໂຮງຮຽນອະນຸບານສີດາລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 3 ຕຸລານີ້ວ່າ: ຄູປຽບເໝືອນແມ່ພິມຂອງຊາດ ຄູເປັນຜູ້ທີ່ຖ່າຍທອດຄວາມຮູ້ໃຫ້ນັກຮຽນຈົນປະສົບຜົນສຳເລັດ, ອາຊີບຄູ ຫຼື ຄຳວ່າຄູເປັນອາຊີບໜຶ່ງທີ່ມີກຽດ, ຄູເປັນຜູ້ທີ່ເສຍສະຫຼະນໍາເອົາຄວາມຮູ້ທີ່ຕົນເອງມີຖ່າຍທອດໃຫ້ແກ່ນັກຮຽນຈົນປະສົບຜົນສຳເລັດ, ຄູຍັງປຽບເໝືອນພໍ່ແມ່ຜູ້ທີ່ສອງຂອງນັກຮຽນ ເປັນພໍ່ພິມ-ແມ່ພິມຂອງຊາດທີ່ບົ່ມສອນນັກ ຮຽນໃຫ້ມີຄວາມຮູ້-ຄວາມສາມາດກ້າສະແດງອອກ ແລະ ມີອະນາຄົດທີ່ດີ. ບາງຄົນກໍປຽບຄູສະເໝືອນກັບນັກວິຈິດສິນທີ່ແຕ້ມສີລົງໄປໃນເຈ້ຍຂາວ ເຮັດໃຫ້ເຈ້ຍຂາວແຜ່ນນັ້ນມີຄວາມສວຍສົດງົດງາມດ້ວຍນໍ້າສີທີ່ມີຄຸນນະພາບ ກໍຄືການເບິ່ງແຍງເອົາໃຈໃສ່ຂອງຄູທີ່ມີຕໍ່ນັກຮຽນ.

ທ່ານນາງ ບົວວັນ ສີດາລາ ກ່າວໃຫ້ຮູ້ອີກວ່າ: ປັດຈຸບັນໂຮງຮຽນມີພະນັກງານ-ຄູທັງໝົດ 7 ຄົນ ຊຶ່ງຄູທັງໝົດລ້ວນແຕ່ມີບົດບາດສຳຄັນ ປະກອບສ່ວນເຂົ້າໃນການສິດສອນ ເປົ້າໝາຍເພື່ອສ້າງນັກຮຽນໃຫ້ກາຍເປັນໜໍ່ແໜງທີ່ສຳຄັນຂອງຊາດ ຊຶ່ງລ້ວນແລ້ວແຕ່ມີຈຸດໂດດເດັ່ນທີ່ແຕກຕ່າງກັນ. ໃນສົກຮຽນ 2023-2024 ມີນັກຮຽນທັງໝົດ 152 ຄົນ ຍິງ 66 ຄົນ. ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດທີ່ຈະມາເຖິງນີ້, ທາງໂຮງຮຽນຈະໄດ້ຈັດກິດຈະກຳພາຍໃນທີ່ສອດແຊກເອົາປະເພນີຂອງຊາດລາວເຮົາໃຫ້ນັກຮຽນໄດ້ຮຽນຮູ້ເຊັ່ນ: ການອ່ານກາບກອນອວຍພອນວັນຄູ, ການສົມມາຄູ ແລະ ຮູ້ບຸນຄຸນຄູ, ຈາກນັ້ນກໍມີການສະແດງສິລະປະ-ວັນນະຄະດີຂອງຫຼານນ້ອຍເຊັ່ນ: ການຟ້ອນ, ການເຕັ້ນຂອງນັກຮຽນ ແລະ ກິດຈະກຳຮ່ວມກັນລະຫວ່າງຄູ-ນັກຮຽນ “ເກມຍາດຕັ່ງ, ຕີປຸ່ມເປົ້າໃຫ້ແຕກ ແລະ ອື່ນໆ”.

ສຳລັບທິດທາງຕໍ່ໜ້າ, ທາງໂຮງຮຽນມີແຜນທີ່ຈະປຸກສ້າງອາຄານຮຽນຕື່ມອີກ 1 ຫຼັງເພື່ອຮອງຮັບນັກ ຮຽນໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ຜູ້ປົກຄອງ, ໃນສົກຮຽນນີ້ພວກເຮົາຈະເນັ້ນໜັກໃຫ້ນັກຮຽນໄດ້ມີການພັດທະນາທັກສະທີ່ເໝາະສົມຕາມໄວ, ມີໂພຊະນາການທີ່ດີ, ມີສຸຂະພາບທີ່ແຂງແຮງ. ພ້ອມດຽວກັນກັບການຮຽນຮູ້ນອກ ແລະ ໃນໂຮງຮຽນໃຫ້ທັນກັບສະພາບໃນປັດຈຸບັນ.

ເນື່ອງໃນໂອກາດວັນຄູແຫ່ງຊາດ ຂ້າພະເຈົ້າຂໍອວຍໄຊໃຫ້ພອນແດ່ຄູໃນທົ່ວປະເທດ ຈົ່ງມີພະລານາໄມທີ່ສົມບູນແຂງແຮງ, ມີຄວາມຜາສຸກ ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ເປັນພໍ່ພິມ ແມ່ພິມຂອງຊາດ ເພື່ອສ້າງນັກຮຽນລາວໃຫ້ເປັນຜູ້ສືບທອດທີ່ດີ ພັດທະນາສ້າງສາປະເທດຊາດສືບຕໍ່ໄປ.

ໂດຍ: ບຸນຕອມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments