Home ສຶກສາ ຄູ-ອາຈານ

ຄູ-ອາຈານ

0
202

ວັນທີ 7 ຕຸລາ ວັນຄູແຫ່ງຊາດປີ 2023 ກົງກັບວັນເສົາ, ເປັນມື້ພັກວຽກທາງລັດຖະການ, ຄູ-ອາຈານ ຈະໄດ້ພັກຊົດເຊີຍ, ທົ່ວສັງຄົມຖືເອົາວັນດັ່ງກ່າວເປັນໂອກາດທີ່ມີຄວາມໝາຍສຳຄັນ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູ-ອາຈານ. ການກໍານົດໃຫ້ມີວັນຄູແຫ່ງ ຊາດ ກໍ່ແມ່ນເພື່ອໃຫ້ພົນລະເມືອງ ລາວທຸກເຜົ່າ, ທຸກຊັ້ນຄົນໃນວົງຄະນາຍາດແຫ່ງຊາດລາວ ໄດ້ມີໂອກາດທົບທວນເຖິງວິວັດທະນາການແຫ່ງຊີວິດຂອງຕົນ ໃນແຕ່ລະບາດກ້າວ, ໂດຍເລີ່ມຈາກຊີວິດໃນຍາມເດັກຢູ່ໃນການລ້ຽງດູ ຂອງພໍ່ແມ່, ຊີວິດການເຄື່ອນໄຫວສຶກສາຮ່ຳຮຽນໃນຂັ້ນຕ່າງໆ ໃຫ້ມີໂອກາດສຳນຶກເຖິງບຸນຄຸນພໍ່ແມ່, ຄູ-ອາຈານ, ທັງເປັນການເຊີດຊູກຽດສັກສີ, ຖາ ນະບົດບາດຂອງຄູທີ່ມີຕໍ່ສັງຄົມ, ຄຸນປະໂຫຍດ ແລະ ຄຸນງາມຄວາມດີຂອງຄູທີ່ມີຕໍ່ປະເທດຊາດ ໃຫ້ໄດ້ ຮັບການ ຍົກສູງ, ຄຸນນະພາບຕົວຈິງດ້ານການຮ່ຳຮຽນຂອງລູກຫລານມີການປ່ຽນແປງທີ່ດີຂຶ້ນ ໄປເລື້ອຍໆ.ເມື່ອເວົ້າເຖິງບົດບາດຂອງຄູ- ອາຈານທີ່ມີຕໍ່ການພັດທະນາການສຶກສາກໍ່ຄືການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ-ສັງຄົມ ຜ່ານຂະບວນການ ແລະ ພຶດຕິ ກໍາຕົວຈິງ, ຄູ-ອາຈານຫລາຍຄົນໄດ້ ກາຍເປັນຄູສອນດີ-ສອນເກັ່ງ, ກາຍເປັນຄູຊ່ຽວຊານ, ຄູປະສົບການ, ຄູຊໍານານງານ ແລະ ໄດ້ຮັບຄວາມເອົາໃຈໃສ່, ຄວາມເຊື່ອໝັ້ນຈາກພັກ-ລັດ ແລະ ສັງຄົມ. ນັ້ນຖືໄດ້ວ່າ ບົດບາດຂອງຄູທີ່ມີຕໍ່ສັງຄົມນັ້ນບອາດຄະນານັບ.  ເຖິງຢ່າງໃດກໍ່ດີບັນຫາທີ່ຍາກນໍາມາແລກປ່ຽນ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມບ່ໍວ່າໃນໄລຍະໃດກໍ່ຕາມແມ່ນຢາກໃຫ້ຄູ-ອາຈານ ສືບຕໍ່ຍຶດໝັ້ມູນເຊື້ອແຫ່ງຄວາມສັດຊື່ບໍລິສຸດ, ຮັກອາຊີບ, ຮັກແພງຜູ້ຮຽນ, ເປັນແບບຢ່າງນໍາໜ້າ ແລະ ພັດທະນາຕົນເອງ ໃຫ້ກາຍເປັນແມ່ພິມທີ່ດີຂອງຊາດ, ເປັນຄູສອນທີ່ດີຂອງປະຊາຊົນ, ສ້າງຄວາມເຊື່ອໝັ້ນ, ຄວາມມີຄຸນຄ່າໃຫ້ແກ່ນັກຮຽນ- ນັກສຶກສາ ແລະ ໃຫ້ແກ່ສັງຄົມ. ພ້ອມດຽວກັນນັ້ນ, ທົ່ວ ສັງຄົມ ກໍ່ຈະຕ້ອງພ້ອມກັນສືບຕໍ່ສະໜັບສະໜູນການພັດທະນາຄູ-ອາຈານ, ສ້າງເງື່ອນໄຂໃຫ້ຄູ-ອາຈານ ໄດ້ປະຕິບັດໜ້າທີ່ສິດສອນ, ສຶກສາອົບຮົມນັກຮຽນ-ນັກສຶກສາໃຫ້ໄປຕາມລັກສະນະ ແລະ 5 ຫລັກມູນຂອງການສຶກສາ, ຊຸກຍູ້ສົ່ງເສີມໃຫ້ຄູ- ອາຈານ ໄດ້ໄປຍົກ ລະດັບພັດທະນາຕົນເອງໃຫ້ດີຂຶ້ນເລື້ອຍໆ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາແຕ່ລະໄລຍະເຊິ່ງຄູ-ອາຈານ ຕ້ອງຍົກລະດັບຄວາມຮູ້ ແລະ ທັກສະຂອງຕົນຕະຫລອດເວລາ ໂດຍສະເພາະໃນຍຸກສະໄໝແຫ່ງຄວາມກ້າວໜ້າທາງ ເຕັກໂນ ໂລຊີໂທລະຄົມມະນາຄົມ- ການສື່ສານ ກໍ່ຄືການນໍາໃຊ້ຜົນສໍາເລັດຂອງການພັດທະນາອຸດສາຫະກໍາ 4.0 ປັດຈຸບັນນີ້.

ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດວັນໄຂສົກຮຽນໃໝ່ 2023-2024 ເມື່ອເດືອນກັນຍາ ຜ່ານມາ ກ່ໍໄດ້ເວົ້າເຖິງບົດບາດຂອງ ຄູ-ອາຈານ ແລະ ໄດ້ຮຽກຮ້ອງໃຫ້ ບັນດາຄູ-ອາຈານ ຈົ່ງເພີ່ມທະວີຄ ວາມເອົາໃຈໃສ່ ໃນການປະຕິບັດ ຫລັກສູດການຮຽນ-ການສອນ, ປັບປຸງຮູບແບບການຈັດການຮຽນ- ການສອນ, ສ້າງຄວາມເຂັ້ມແຂງ ໃນການບໍາລຸງຄູໃນຫົວຂໍ້ທີ່ຈໍາເປັນ ເຊັ່ນ: ການສອນຄວບອາຍຸ, ການສອນຫ້ອງຄວບ ແລະ ການສອນພາສາລາວໃຫ້ເດັກຊົນເຜົ່າ. ເພີ່ມທະວີ ຄວາມຮັບຜິດຊອບຕ່ໍໜ້າທ່ີທ່ີໄດ້ຮັບມອບໝາຍ, ປະຕິບັດໜ້າທີ່ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນຕໍ່ອາຊີບຂອງຕົນ, ພັດທະນາຕົນເອງດ້ານວິຊາສະເພາະ ແລະ ເຕັກໂນໂລຊີໃໝ່ໃຫ້ທັນກັບການປ່ຽນແປງຂອງໂລກຕະຫລອດເວລາ.ວັນຄູ ແຫ່ງຊາດປີນີ້ ຢູ່ໃນບັນຍາກາດທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍຫລາຍປະການໃນການພັດທະນາ. 

ສະພາບຄວາມຫຍຸ້ງຍາກຂອງ ເສດຖະກິດ-ການເງິນ ແລະ ບັນຫາປິ່ນອ້ອມ ແມ່ນເລື່ອງໜຶ່ງທີ່ຄູ-ອາຈານ ກໍ່ຄືທົ່ວສັງຄົມຕ້ອງພ້ອມກັນສູ້ຊົນຜ່ານຜ່າ ແລະ ປະກອບສ່ວນຢ່າງ ແຂງແຮງເຂົ້າໃນຂະບວນການແກໄຂບັນຫາ. ການປະຕິບັດສອງວາລະແຫ່ງຊາດ ວຽກງານໃຫຍ່ທີ່ຄູ- ອາຈານ ມີບົດບາດໃນການປະກອບສ່ວນ ສ້າງຄວາມເຂ້ົາໃຈທ່ີດີຕ່ໍເດັກ- ນັກຮຽນ ແລະ ນັກສຶກສາແຕ່ລະສໍ່າ ອາຍຸ ໂດຍສະເພາະປ້ອງກັນ-ສະກັດກັ້ນບັນຫາຢາເສບຕິດ ທີ່ເປັນພິດເປັນໄພຮ້າຍແຮງຕໍ່ການພັດທະນາຊັບພະຍາກອນມະນຸດ ກໍ່ຄື ການ ພັດທະນາເສດຖະກິດ-ສັງຄົມ.ຖືໂອກາດອັນດີນີ້ ຂໍອວຍພອນ ແດ່ຄູ-ອາຈານ, ຜູ້ບໍລິຫານການສຶກສາທຸກຖ້ວນໜ້າຈົ່ງມີສຸຂະພາບກາຍ- ໃຈ ທີ່ແຂງແຮງ, ມີຜົນສໍາເລັດໃນໜ້າທີ່ອັນມີກຽດ, ມີຄວາມສຸກໂຊກດີໃນຊີວິດຄອບຄົວ !

ໂດຍ: ຄ້ອງໃໝ່

NO COMMENTS

LEAVE A REPLY

Please enter your comment!
Please enter your name here