Tuesday, October 22, 2024
Homeຂ່າວໜ້າໜຶ່ງກອງປະຊຸມທົບທວນ ແລະພັດທະນາສື່ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ

ກອງປະຊຸມທົບທວນ ແລະພັດທະນາສື່ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ

ໃນຕອນເຊົ້າວັນທີ 5/10/2023 ໄດ້ໄຂກອງປະຊຸມທົບທວນ ແລະ ພັດທະນາສື່ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ບຸນເພັງ ສີສະຫວັດ ຮອງຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໂດຍມີຜູ້ເຂົ້າຮ່ວມຈາກກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ຫົວໜ້າ ແລະ ນັກວິຊາການຈາກອົງການປະຕິບັດງານຄື: ໂຄງການເກັບກູ້ລະເບີດແຫ່ງຊາດ, ແມັກ, ເອັດໄອ, ຮາໂລທັຮດ, ອົງການເທີລາ ຣິນາຍຊານ, ເອັນພີເອ, ບໍລິສັດເອັມເອັມຈີ, ກອງກວດກູ້ເພື່ອມະນຸດສະທຳ 58 ກະຊວງປ້ອງກັນປະເທດ ເຊີ່ງມີຜູ້ເຂົ້າຮ່ວມ 58 ຄົນ.

ກອງປະຊຸມດັ່ງກ່າວແມ່ນໄດ້ນຳສະເໜີຜົນສຳເລັດການຈັດຕັ້ງປະຕິບັດວຽກໂຄສະນາສຶກສາໄພຈາກ ລະເບີດບໍ່ທັນແຕກ ຂອງຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນ ທີ່ຕົກຄ້າງຢູ່ ສປປ ລາວ ສະຖິຕິການເກີດອຸປະຕິເຫດ ຈາກ ລບຕ ແລະ ທິດທາງແຜນການໂຄສະນາຜົນຮ້າຍຂອງ ລບຕ ໃນຕໍ່ໜ້າເພື່ອຮັບປະກັນໃຫ້ຫຼຸດຈຳນວນອຸປະຕິເຫດຜູ້ບາດເຈັບ ແລະ ເສຍຊີວິດຈາກ ລບຕ ໃຫ້ຕໍ່າກ່ວາ 38 ຄົນຕໍ່ປີ ຕາມແຜນຍຸດທະສາດແຫ່ງຊາດ ວ່າດ້ວນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄລຍະ 2021-2030 ກອງປະຊຸມດັ່ງກ່າວແມ່ນຈະໄດ້ຈັດເປັນເວລາ 2 ວັນ.

#Medialaos Vientiane capital

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments