Monday, October 21, 2024
Homeຂ່າວໜ້າໜຶ່ງແຂວງສະຫວັນນະເຂດ ໄດ້ຮັບນາມມະຍົດ ເປັນຫົວໜ່ວຍຍຸດທະສາດ

ແຂວງສະຫວັນນະເຂດ ໄດ້ຮັບນາມມະຍົດ ເປັນຫົວໜ່ວຍຍຸດທະສາດ

ພິທີປະກາດແຂວງສະຫວັນນະເຂດ ເປັນຫົວໜ່ວຍຍຸດທະສາດ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 4 ຕຸລາ 2023 ທີ່ຫໍວັດທະນະທຳໄກອນສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ການນຳຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງໄດ້ຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດ ແລະ ການປະເມີນວຽກງານ 3 ສ້າງ ໄລຍະແຕ່ປີ 2016–2020 ໂດຍສັງເຂບວ່າ: ພາຍຫລັງການປະເມີນຜົນ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ສໍາເລັດແລ້ວ ການນໍາຂັ້ນແຂວງ ໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງຜັນຂະຫຍາຍຊຸກຍູ້ວຽກງານສາມສ້າງ ຢ່າງຕັ້ງໜ້າ ເພື່ອໃຫ້ວຽກງານດັ່ງກ່າວກ້າວສູ່ລວງເລິກ, ໃນໄລຍະປີ 2021 ເຫັນໄດ້ວ່າ ສະພາບພະຍາດໂຄວິດ-19 ໄດ້ມີການ ແພ່ລະບາດຮຸນແຮງຂຶ້ນໃນຊຸມຊົນ ແລະ ເມືອງຕ່າງໆ ໃນທົ່ວແຂວງ ເຮັດໃຫ້ການເຄື່ອນໄຫວວຽກງານ 3 ສ້າງ ຂອງພວກເຮົາປະສົບບັນຫາຊັກຊ້າ ແລະ ບໍ່ໄປຕາມແຜນການທີ່ວາງໄວ້, ສຳລັບການປະເມີນ ໃນປີ 2020 ຜ່ານມາເຫັນວ່າການສະຫລຸບລາຍງານປະເມີນຜົນ ແມ່ນສຳເລັດຕາມລະດັບຄາດໝາຍ.

ຊຶ່ງຜົນການປະເມີນຜົນ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແຕ່ປີ 2016–2020 ເຫັນໄດ້ວ່າ: ຕາມມາດຖານເງື່ອນໄຂການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ 66 ຕົວຊີ້ບອກ ແຂວງສະຫວັນນະເຂດແມ່ນບັນລຸ ໄດ້ 80% ຂຶ້ນໄປ ໃນ 7 ດ້ານ, ສາມາດສ້າງເປັນແຂວງຫົວໜ່ວຍຍຸດທະສາດໄດ້. ສ່ວນຂັ້ນເມືອງ: ສາມາດສ້າງເປັນເມືອງເຂັ້ມແຂງຮອບດ້ານໄດ້ມີ ນະຄອນໄກສອນ ພົມວິຫານ ແລະ ເມືອງສອງຄອນ ທີ່ບັນລຸ 80% ຂຶ້ນໄປໃນ 5 ດ້ານ 47 ຕົວຊີ້ບອກ, ສ່ວນ 13 ເມືອງຄື: ເມືອງຈຳພອນ, ເຊໂປນ, ເມືອອງ, ວິລະບູລີ, ເມືອງພີນ, ພະລານໄຊ, ອາດສະພັງທອງ, ອາດສະພອນ, ອຸທຸມພອນ, ໄຊບູລີ, ໄຊພູທອງ, ທ່າປາງທອງ ແລະ ເມືອງຊົນນະບູລີ ແມ່ນບໍ່ສາມາດສ້າງເປັນເມືອງເຂັ້ມແຂງຮອບດ້ານໄດ້ ຍ້ອນວ່າບໍ່ບັນລຸຕາມເງື່ອນໄຂໃນ 5 ດ້ານ 47 ຕົວຊີ້ບອກ. ສຳລັບຂັ້ນບ້ານ: ການປະເມີນບ້ານໃນຈຳນວນ 1.032 ບ້ານທົ່ວແຂວງ, ສາມາດສ້າງເປັນບ້ານຫົວໜ່ວຍພັດທະນາໄດ້ມີ ຈໍານວນ 291 ບ້ານ ໃນຈໍານວນ 6 ເມືອງ 1 ນະຄອນ ຄື: ນະຄອນ ໄກສອນພົມວິຫານ 67 ບ້ານ, ເມືອງຈໍາພອນ 31 ບ້ານ, ສອງຄອນ 78 ບ້ານ, ທ່າປາງທອງ 7 ບ້ານ, ອຸທຸມພອນ 70 ບ້ານ, ອາດສະພັງທອງ 23 ບ້ານ ແລະ ເມືອງວິລະບູລີ 15 ບ້ານໃນໂອກາດ ມອບໃບຢັ້ງຢືນ ແຂວງສະຫວັນນະເຂດ ເປັນຫົວໜ່ວຍຍຸດທະສາດໃນປີ 2020 ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳຂອງແຂວງ, ເມືອງ ກໍຄື ປະຊາຊົນແຂວງສະຫວັນນະເຂດ ທີ່ສາມາດຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ໃນຄັ້ງນີ້. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີກໍໄດ້ເນັ້ນໃຫ້ອົງການປົກຄອງແຂວງໃນຖານະເປັນຫົວໜ່ວຍຍຸດທະສາດ ຕ້ອງໄດ້ເປັນເຈົ້າການປຸກລະດົມທຸກພາກສ່ວນໃນສັງຄົມຂຸດຄົ້ນທຸກທ່າແຮງທີ່ມີເພື່ອພັດທະນາທ້ອງຖິ່ນຂອງຕົນເອງໃນທຸກດ້ານ.

ຂ່າວ-ພາບ: ອັກສອນສິນ ພົມມະຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments