Monday, October 21, 2024
Homeຂ່າວໜ້າໜຶ່ງສົມເດັດ ຊຸນຕານ ແຫ່ງ ບຣູໄນ ເດີນທາງມາເຖິງ ສປປ ລາວ ເພື່ອຢ້ຽມຢາມທາງລັດຖະກິດ

ສົມເດັດ ຊຸນຕານ ແຫ່ງ ບຣູໄນ ເດີນທາງມາເຖິງ ສປປ ລາວ ເພື່ອຢ້ຽມຢາມທາງລັດຖະກິດ

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ພ້ອມດ້ວຍຄະນະຜູ້ ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນແລງຂອງວັນທີ 2 ຕຸລາ 2023, ໂດຍມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຊຶ່ງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະດໍາເນີນການຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ, ໃນທ່າມກາງບັນຍາກາດແຫ່ງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ບຣູໄນ ຄົບຮອບ 30 ປີ. ພິທີຕ້ອນຮັບທາງການຈະໄດ້ຈັດຂຶ້ນໃນຕອນເຊົ້າທີ 3 ຕຸລາ 2023 ທີ່ທຳນຽບປະທານປະເທດ.

(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments