Monday, October 21, 2024
Homeຂ່າວຕ່າງປະເທດສປ ຈີນ-ອາຊຽນ ຈະປຶກສາຫາລືການຮ່ວມມືດ້ານມາດຕະຖານ

ສປ ຈີນ-ອາຊຽນ ຈະປຶກສາຫາລືການຮ່ວມມືດ້ານມາດຕະຖານ

ຕາມຂ່າວຈາກວິທະຍຸສາກົນ ສປ ຈີນ, ກອງປະຊຸມເວທີປຶກສາຫາລືການຮ່ວມມືດ້ານມາດຕະຖານຈີນ-ອາຊຽນ ຄັ້ງທີ 3 ຈະຈັດຂຶ້ນຢູ່ນະຄອນຫລີວໂຈ່ວ ເປັນຕົວເມືອງອຸດສາຫະກຳໃຫຍ່ທີ່ສຸດຂອງເຂດກວາງຊີ ໃນວັນທີ 12 ຕຸລານີ້ ເພື່ອສຸມໃສ່ ປຶກສາຫາລື ໃນຂົງເຂດຕ່າງໆ ເຊັ່ນ: ການພັດທະນາ ແບບສີຂຽວ, ລົດໃຊ້ ພະລັງ ງານໃໝ່, ການຜະລິດ ເຄື່ອງອຸປະກອນ, ເຄື່ອງອຸປະກອນພິເສດ, ຂະແໜງ ການປ່າໄມ້ ນີເວດ ແລະ ຂົງເຂດອື່ນໆ ໂດຍຖືເອົາ ມາດຕະຖານ ເປັນເສົາຄ້ຳ ແລະ ຈະຈັດ ກິດຈະກຳ ທີ່ກ່ຽວຂ້ອງຕ່າງໆ. ກອງປະຊຸມຄັ້ງນີ້ຍັງຈະຊຸກຍູ້ການສ້າງ “ສູນແລກປ່ຽນ-ຮ່ວມມືມາດຕະຖານອາຊຽນ”, ສະຖາບັນຄົ້ນຄວ້າເຕັກນິກມາດຕະຖານກວາງຊີ ແລະ ສະຖາບັນຄົ້ນຄວ້າກະສິກຳມຽນມາ ຈະລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ການຮ່ວມມືດ້ານກະສິກຳແບບມາດຕະຖານ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments