Sunday, October 20, 2024
Homeສຶກສາຄູ-ອາຈານ ຕ້ອງສຸມພັດທະນາຕົນເອງເຮັດໃຫ້ສຶກສາໃນລາວ ເຊື່ອມໂຍງກັບສາກົນ

ຄູ-ອາຈານ ຕ້ອງສຸມພັດທະນາຕົນເອງເຮັດໃຫ້ສຶກສາໃນລາວ ເຊື່ອມໂຍງກັບສາກົນ

ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ 2023 ທີ່ຈະມາເຖິງນີ້, ທ່ານ ສາຍຂອງ ສາຍນາສິນ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ ຄູ-ອາຈານ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ຄູ-ອາຈານ ຢູ່ສະຖານການສຶກສາຊັ້ນສູງ ທັງພາກລັດ ແລະ ເອກະຊົນ ສຸມໃສ່ພັດທະນາຕົນເອງ, ຄົ້ນຄວ້າວິທະຍາສາດ, ສ້າງນະວັດຕະກໍາໃໝ່ໆ ເພື່ອປະກອບສ່ວຍເຮັດໃຫ້ລະບົບການສຶກສາ ຢູ່ ສປປ ລາວ ທັນຕາມຍຸກ, ຕາມສະໄໝ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.

ທ່ານ ສາຍຂອງ ສາຍນາສິນ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ເມື່ອບໍ່ດົນຜ່ານມາ ໂດຍທ່ານ ໄດ້ເນັ້ນໃຫ້ ຄູ-ອາຈານ ໃນຂອບເຂດທົ່ວປະເທດ ຫັນເອົາການຮຽນ-ການສອນ ເປັນທັນສະໄໝ ໂດຍນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການສິດສອນ, ສ້າງເນື້ອໃນຫລັກສູດໄວ້ໃນຄັງຂໍ້ມູນໃນລະບົບອິນເຕີເນັດ(ລະບົບຄາວ) ເພື່ອໃຫ້ນັກສຶກສາເຂົ້າໄປຄົ້ນຄວ້າ, ຮໍ່າຮຽນໄດ້ຢ່າງສະ ດວກສະບາຍ ພຽງແຕ່ມີອິນເຕີເນັດໃນມືຖື. ພ້ອມນີ້, ຄູ-ອາຈານ ຕ້ອງໝັ່ນສຶກສາຮຽນຮູ້ເພີ່ມເຕີມ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອເຮັດແນວໃດທີ່ຈະນຳເອົາຄວາມຮູ້ໃໝ່ໆ ມາສິດ ສອນນັກຮຽນ-ນັກສຶກສາ ໃຫ້ໄດ້ຮັບຄວາມ, ຄວາມສາມາດໃໝ່ໆ, ທັນຕາມຍຸກຕາມສະໄໝ ເພື່ອນຳໄປໝູນໃຊ້ເຂົ້າໃນການປະກອບອາຊີບໃນດ້ານຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ພັກ, ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ສົ່ງເສີມວຽກງານການສຶກສາ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄື ການພັດທະນາ ແລະ ສົ່ງເສີມວຽກງານການສິດສອນ ໂດຍສະເພາະ ການເພີ່ມທັກສະຄວາມຮູ້ໃຫ້ແກ່ຄູ ເຊັ່ນ: ຝຶກອົບ ຮົມໃນຫົວຂໍ້ຕ່າງໆ, ທັງເອົາໃຈໃສ່ຕິດຕາມກວດກາ ສະພາບການຮຽນ-ການສອນ ຂອງຄູເປັນປະຈຳ ເຊິ່ງຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ໃນພາລະກິດສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ ຄູ ແມ່ນແມ່ພິມຂອງຊາດ.

ຄູ ບໍ່ພຽງແຕ່ມີບົດບາດໃນການສິດສອນ, ສົ່ງຄວາມຮູ້ໃຫ້ນັກຮຽນເທົ່ານັ້ນ ແຕ່ຄູຍັງເປັນແບບຢ່າງທີດີໃນການດຳລົງຊີວິດ, ການປະຕິບັດໜ້າທີ່ວຽກງານ ແລະ ການປະຕິບັດກົດລະບຽບຕ່າງໆຂອງໂຮງຮຽນ, ລວມທັງກົດໝາຍຕ່າງໆຂອງລັດ. ທັງນີ້, ກໍເພື່ອເປັນຕົວແບບທີ່ດີໃຫ້ແກ່ນັກຮຽນ-ນັກສຶກສາ ໄດ້ເອົາເປັນແບບຢ່າງ ແລະ ອື່ນໆ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments