Sunday, October 20, 2024
Homeຂ່າວໜ້າໜຶ່ງຄົ້ນຄວ້າ-ພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປີ 2023

ຄົ້ນຄວ້າ-ພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປີ 2023

ຄະນະກໍາມະການອະໄພຍະໂທດ ລະດັບຊາດ ຈັດກອງປະຊຸມ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປີ 2023 ໃນວັນທີ 2 ຕຸລາ 2023 ທີ່ອົງການໄອຍະການປະຊາ ຊົນສູງສຸດ ໂດຍການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫລລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຮອງປະທານ, ຄະນະກຳມະການ ແລະ ຄະນະກອງເລຂາ ຄະນະກຳມະການອະໄພຍະໂທດ ລະດັບຊາດ ເຂົ້າຮ່ວມ.

ການໃຫ້ອະໄພຍະໂທດແກ່ນັກໂທດ ແມ່ນການປະຕິບັດນະໂຍບາຍດ້ານມະນຸດສະທໍາຂອງພັກ, ລັດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານ ການຄົ້ນຄວ້າພິຈາລະນາ ອະໄພຍະໂທດໃຫ້ແກ່ນັກໂທດ ປະຈໍາປີ 2023 ຖືກຕ້ອງຕາມ ລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍ ການໃຫ້ອະໄພຍະໂທດ ທີ່ໄດ້ກໍານົດໄວ້.

ໃນກອງປະຊຸມ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄະນະກໍາມະການອະໄພຍະໂທດ ລະດັບຊາດ, ຫົວໜ້າກອງເລຂາຄະນະກຳມະການໄພອະຍະໂທດ ລະ ດັບຊາດ ໄດ້ຜ່ານບົດລາຍງານການຄົ້ນຄວ້າ ການສະເໜີຂໍອະໄພຍະໂທດ ດ້ວຍການຫລຸດຜ່ອນໂທດ ແລະ ປ່ອຍຕົວ ແລະ ອະໄພຍະໂທດໃຫ້ແກ່ນັກໂທດປະຫານຊີວິດ ປະຈໍາປີ 2023. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນ ໂດຍສະເພາະ ການຈັດຕັ້ງປະຕິບັດຕາມລັດຖະບັນຍັດ ວ່າດ້ວຍ ການໃຫ້ອະໄພຍະໂທດ ໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນ ຕາມກົດໝາຍ ແລະ ນິຕິກໍາ ທີ່ກ່ຽວຂ້ອງກໍານົດໄວ້ ເພື່ອນຳສະເໜີປະທານປະເທດ ໃຫ້ການອະໄພຍະໂທດ ປະຈຳປີ 2023 ເນື່ອງໃນໂອກາດວັນຊາດຂອງ ສປປ ລາວ ທີ 2 ທັນວາ ທີ່ຈະມາເຖິງນີ້.

ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ຕີລາຄາສູງຕໍ່ ຄະນະກຳມະການອະໄພຍະໂທດທຸກຂັ້ນ ຕະຫລອດຮອດກອງເລຂາຄະນະກໍາມະການອະໄພຍະໂທດ ທີ່ໄດ້ມີຄວາມຮັບຜິດຊອບສູງ ໃນການປະຕິບັດລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ທີ່ໄດ້ເປັນເຈົ້າການໃນການຄົ້ນຄວ້າ, ກວດກາຄວາມຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ທີ່ມີຕໍ່ນັກໂທດທີ່ມີຄວາມກ້າວໜ້າ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ບັນດາທ່ານທີ່ເຂົ້າຮ່ວມ ຈົ່ງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ບາງບັນຫາທີ່ສຳຄັນ ຄື: ເພີ່ມທະວີຄວາມຮັບຜິດ ຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ທັນຕາມກໍານົດເວລາ, ເຫັນໄດ້ເຖິງຄວາມສໍາຄັນຂອງການປະຕິບັດນະໂຍບາຍອະໄພຍະໂທດ ໃຫ້ແກ່ນັກໂທດ; ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານອະ ໄພຍະໂທດໃຫ້ເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ຍົກສູງຄວາມຮັບຜິດ ຊອບໃນການຄົ້ນຄວ້າ ພິຈາລະນານັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ຕ້ອງຮັບປະກັນຄວາມຖືກຕ້ອງ, ໂປ່ງໄສ, ຍຸຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດໂຕດີ ແລະ ຮູ້ສຶກກິນແໜງຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະທານປະເທດ; ເອົາໃຈໃສ່ກໍ່ສ້າງບຳລຸງພະນັກງານວິຊາການ ທີ່ເຮັດວຽກງານຄົ້ນຄວ້າກວດກາການໃຫ້ອະໄພຍະໂທດ ໃຫ້ມີຄວາມຮູ້ຄວາມສາ ມາດ, ມີຄວາມຊຳນິຊຳນານຫລາຍຂຶ້ນ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ; ວຽກງານຄົ້ນຄວ້າການສະເໜີໃຫ້ອະໄພຍະໂທດ ແມ່ນວຽກງານທີ່ສຳຄັນຂອງຄະນະກຳມະການອະໄພຍະໂທດ ແຕ່ລະຂັ້ນ. ສະນັ້ນ, ຈຶ່ງຕ້ອງໄດ້ເອົາໃຈໃສ່ໃນການປະຕິບັດໃຫ້ສຳເລັດຕາມແຜນການ ແລະ ຂັ້ນຕອນ ທີ່ກຳນົດໄວ້ໃນມາດຕາ 44 ລັດຖະບັນຍັດ ຂອງປະທານປະເທດ ສະບັບເລກ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍ ການໃຫ້ອະໄພຍະໂທດ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການໃຫ້ອະໄພຍະໂທດ ແກ່ນັກໂທດ ທັນກັບວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 2 ທັນວາ ທີ່ຈະມາເຖິງນີ້.

ຂ່າວ: ກິດຕາ

ພາບ: ອ່າຍຄໍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments