ຕາມ​ຂ່າວ​ຈາກ ​ບັງ​ກລາ​ເທດ,ວັນ​ທີ27 ​ມິຖຸນາ​ນີ້,ບັງ​ກລາ​ເທດ ​ເປີດ​ໃຊ້​ຂົວ​ ຂ້າມ​ແມ່​ນ້ຳ ຂະໜາດ​ໃຫຍ່ ​ທີ່​ສຸດ ​ໃນ​ປະ​ເທດ ຢ່າງ​ເປັນ​ທາງ​ການ ຫລັງ​ໃຊ້​ເວລາ ​ກໍ່ສ້າງ​ມາ​ເຖິງ8​ປີ ​ເພື່ອ​ຊ່ວຍ ​ອຳນວຍ​ ຄວາມ​ສະດວກ​ ໃນ​ການ​ເດີນທາງ ຈາກ​ທີ່​ເຄີຍ​ໃຊ້ ​ທ່າເຮືອ​ ຂ້າມ​ຝາກ​ ເປັນ​ຫລັກ ​ໂດຍ​ບໍລິສັດ​ຈີນ ​ເປັນ​ຜູ້​ຮັບ ​ເໝົາ​ກໍ່ສ້າງ ຂົວ ແຫ່ງ​ນີ້ ຢູ່​ຫ່າງ​ຈາກ ນະຄອນຫລວງ ​ດາ​ກາ ​ລົງ​ໄປ​ທາງ​ໃຕ້ ປະມານ 50ກິ​ໂລ​ແມັດ ​ເປັນ​ເສັ້ນທາງ ​ເຊື່ອມ​ຕໍ່ ທາງ​ພາກ​ຕາ​ເວັນ​ອອກ ​ແລະ ຕາ​ເວັນ​ຕົກ ​ຂອງ​ປະ​ເທດ ​ເຂົ້າດ້ວຍ​ກັນ ຊຶ່ງ​ຈະ​ຊ່ວຍ​ອຳນວຍ​ ຄວາມ​ສະດວກ ​ໃນ​ການທາງ​ດີ​ ຂຶ້ນ​ກວ່າ​ເກົ່າ.ສຳລັບ​ ຂົວ​ຂ້າມ​ແມ່ນ້ຳPadma ​ເປັນ​ຂົວ2​ຊັ້ນ ​ໂດຍ​ຊັ້ນ​ເທິງ ​ເປັນ​ຖະໜົນ 4​ເລນ ສ່ວນ​ຊັ້ນ ລຸ່ມ ​ເປັນ​ຂົວ​ລົດ​ໄຟ ມີ​ໄລຍະ​ທາງ​ຍາວ 6,15 ກິ​ໂລ​ແມັດ ​ເພື່ອ​ສ້າງ​ປະ​ໂຫຍ​ດ ​ໃຫ້​ກັບ ​ປະຊາຊົນ ກວ່າ80​ ລ້ານ​ຄົນ ​ແລະ ຈະ​ຊ່ວຍ​ຊຸກຍູ້​ ໃຫ້ ຍອດ​ລວມ ຜະລິດ ​ຕະພັນ ​ພາຍ​ໃນ​ປະ​ເທດ(​ຈີ​ດີ​ພີ) ​ຂອງ​ບັງ​ກລາ​ເທດ ​ເພີ່ມ​ສູງ​ຂຶ້ນ​​ເຖິງ 1,5%ຕໍ່​ປີ./.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here