Saturday, October 19, 2024
Homeຂ່າວໜ້າໜຶ່ງຄະນະ​ຜູ້​ແທນລາວ ​​ພົບປະ ອົງການຢູນິເຊັບ ​ເພື່ອ​ປຶກສາ​ຫາລືການເສີມຂະຫຍາຍ​ການ​ຮ່ວມ​ມື​ເພື່ອສິດທິ​ເດັກ​

ຄະນະ​ຜູ້​ແທນລາວ ​​ພົບປະ ອົງການຢູນິເຊັບ ​ເພື່ອ​ປຶກສາ​ຫາລືການເສີມຂະຫຍາຍ​ການ​ຮ່ວມ​ມື​ເພື່ອສິດທິ​ເດັກ​

ນະຄອນນິວຢອກ ເດືອນກັນຍາ 2023 ຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ໄດ້ພົບປະການນຳຂອງອົງການຢູນີເຊັບ ທີ່ນະຄອນນິວຢອກ ເພື່ອປຶກສາຫາລືກ່ຽວກັບບັນດາຜົນສໍາເລັດ ແລະ ສິ່ງທ້າທາຍຕ່າງໆ ກໍຄືແນວທາງການຮ່ວມມື ເພື່ອເພີ່ມທະວີວຽກງານສົ່ງເສີມສິດທິເດັກໃນຂົງເຂດຕ່າງໆ ໂດຍສະເພາະໃນໂອກາດຄົບຮອບ 50 ປີ ຂອງອົງການຢູນີເຊັບ ຢູ່ ສປປລາວ ໃນປີນີ້ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78 (UNGA 78) ກອງປະຊຸມສຸດຍອດວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ (SDG Summit) ແລະ ກອງປະຊຸມປິ່ນອ້ອມອື່ນໆ ແຕ່ວັນທີ 18-23 ກັນຍາ 2023.

ໃນນັ້ນວັນທີ 19 ກັນຍາ 2023 ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ພົບປະກັບ ທ່ານ ດຣ ຈອດຈ໌ ລາຍີ-ອາດເຈ (George Laryea-Adjei), ຜູ້ອໍານວຍການ​ຝ່າຍໂຄງການ ຂອງອົງການຢູນິເຊັບ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືກ່ຽວກັບສະພາບປັດຈຸບັນຂອງວຽກງານສາທາລະນະສຸກໃນ ສປປລາວ, ລວມທັງບັນດາສິ່ງທ້າທາຍ ເພື່ອຊອກຫາວິທີທາງ ສໍາລັບການສະໜັບສະໜູນດ້ານງົບປະມານ ແລະ ວິຊາການເພີ່ມເຕີມ ແນໃສ່ປັບປຸງການບໍລິການດ້ານສຸຂະພາບຂັ້ນຕົ້ນໃນປະເທດ.

ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເເດງຄວາມຂອບໃຈໄປຍັງ ອົງການ ຢູນິເຊັບ ເເລະ ຄູ່ຮ່ວມງານ ສຳລັບການສະໜັບສະໜູນອັນມີຄ່າ ໃນການພັດທະນາ ເເລະ ຮ່າງກົດໝາຍວ່າດ້ວຍ ການດູເເລສຸຂະພາບຂັ້ນຕົ້ນ ພ້ອມທັງໄດ້ກ່າວວ່າ. “ກົດໝາຍສະບັບນີ້, ເມື່ອໄດ້ຮັບການຮັບຮອງຈາກ ລັດຖະບານ ເເຫ່ງ ສປປ ລາວ, ຈະເປັນຕົວຢ່າງທີ່ສະແດງເຖິງຄວາມໝາຍໝັ້ນຂອງລັດຖະບານລາວ ໃນການສົ່ງເສີມການດູເເລສຸຂະພາບຂັ້ນຕົ້ນ ແລະ ສຸຂະພາບທີ່ດີຂອງຊຸມຊົນໃນທົ່ວປະເທດ”. ນອກນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ ອົງການ ຢູນິເຊັບ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19, ລວມທັງ ການຈັດສົ່ງວັກຊີນ, ການເສີມສ້າງລະບົບຄວາມເຢັນ ເພື່ອເກັບຮັກສາວັກຊີນ, ການຈັດສົ່ງອຸປະກອນປ້ອງກັນຕ່າງໆ ແລະ ການສ້າງຄວາມເຊື່ອໝັ້ນຂອງຊຸມຊົນ ຕໍ່ກັບປະສິດທິພາບຂອງວັກຊີນ.

ທ່ານ ດຣ ຈອດຈ໌ ລາຍີ-ອາດເຈ ກໍໄດ້ສະເເດງຄວາມເຊື່ອໝັ້ນ ໃນການສືບຕໍ່ປະສານສົມທົບກັນລະຫວ່າງ ອົງການ ຢູນິເຊັບ ເເລະ ລັດຖະບານ ເເຫ່ງ ສປປ ລາວ, ລວມທັງວຽກງານການຮ່າງກົດໝາຍວ່າດ້ວຍ ການດູເເລສຸຂະພາບຂັ້ນຕົ້ນ ເເລະ ໄດ້ຢັ້ງຢືນເຖີງຄວາມມຸ່ງໝັ້ນຂອງ ອົງການ ຢູນິເຊັບ ໃນການເສີມສ້າງທັກສະຂອງບັນດາອາສາສະໝັກສາທາລະນະສຸກບ້ານໃນ ສປປ ລາວ ໂດຍເນັ້ນໜັກເຖີງ ຄວາມຈຳເປັນໃນການສະໜັບສະໜູນພວກກ່ຽວໃນການປະກອບອາຊີບ.

ນອກຈາກນັ້ນ, ທ່ານ ນາງ ພອນວັນ ອຸທະວົງ, ​ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍຄະນະ ກໍໄດ້ພົບປະກັບ ທ່ານ ນາງ ຈູນ ຄູນູກິ (June Kunugi), ຜູ້ອໍານວຍການ​ຝ່າຍການຮ່ວມມື ເເລະ ທ່ານ ດຣ ວິດຍາ ກາເນດສ໌ (Vidhya Ganesh), ຜູ້ອໍານວຍການ​ຝ່າຍການວິເຄາະຂໍ້ມູນ, ວາງແຜນ ແລະ ການຕິດຕາມ ຂອງອົງການຢູນິເຊັບ ເພື່ອປຶກສາຫາລືກ່ຽວກັບ ການສະເຫຼີມສະຫຼອງຄົບຮອບ 50 ປີ ຂອງອົງການຢູນິເຊັບ ໃນ ສປປ ລາວ ແລະ ແຜນງານການຮ່ວມມື ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ສົກປີ 2022-2026 ເຊິ່ງເປັນເອກະສານທີ່ກໍານົດຂອບການຮ່ວມມື ລະຫວ່າງທັງສອງພາກຝ່າຍ ​ໃນສົກ 5 ປີດັ່ງກ່າວ.

ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ ປີນີ້ເປັນປີທີສອງຂອງ ການຈັດຕັ້ງປັດຕິບັດແຜນງານດັ່ງກ່າວ ເເລະ ໄດ້ຢັ້ງຢືນເຖິງຄວາມໝາຍໝັ້ນຂອງ ກະຊວງແຜນການ ແລະ ການລົງທຶນ ໃນການສືບຕໍ່ຮ່ວມມືກັບພາກສ່ວນຕ່າງໆ, ລວມທັງ​ບັນດາ​ອົງການ​ຈັດຕັ້ງທາງສັງຄົມ ແລະ​ ພາກສ່ວນ​ເອກະ​ຊົນ, ​ໃນ​ການ​ລະດົມ​ທຶນເຂົ້າໃນວຽກງານ​ສົ່ງເສີມສິດທິເດັກ ​ໃຫ້​ບັນລຸ​ໝາກຜົນ​ໃຫ້ໄດ້ຫຼາຍກວ່າເກົ່າ. ພ້ອມນັ້ນ, ທ່ານ ຍັງໄດ້ເນັ້ນໜັກກ່ຽວກັບ ສິ່ງທ້າທາຍຍ້ອນການລະບາດຂອງພະຍາດໂຄວິດ-19, ບັນຫາເສດຖະກິດມະຫາພາກ ແລະ ບັນຫາອື່ນໆ ໃນທົ່ວໂລກ ເຊິ່ງຈໍາເປັນຕ້ອງເພີ່ມທະວີຄວາມພະຍາຍາມຕື່ມໃນການລະດົມທຶນໃສ່ການຈັດຕັ້ງໜ້າວຽກໃນໄລະຍະທີ່ເຫຼືອຂອງເເຜນງານ. ພ້ອມກັນນີ້, ທ່ານ ນາງ ພອນວັນ ອຸທະວົງ ຍັງໄດ້ເເລກປ່ຽນກ່ຽວກັບ ຍຸດທະສາດການເງິນເພື່ອສະໜັບສະໜູນແຜນການ 5 ປີ ຄັ້ງທີ IX ແລະ ແຜນງານການຟຶ້ນຟູເສດຖະກິດ ເພື່ອຊ່ວຍເລັ່ງລັດການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ IX ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

ທ່ານ ນາງ ຈູນ ຄູນູກິ ກໍໄດ້ເນັ້ນວ່າ ການສະເຫຼີມສະຫຼອງຄົບຮອບ 50 ປີ ຂອງອົງການຢູນິເຊັບ ໃນ ສປປ ລາວ ເປັນໂອກາດອັນພິເສດເພື່ອລະນຶກເຖີງ 5 ທົດສະວັດຂອງການຮ່ວມມື ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນີເຊັບ ແລະ ຢ້ຳຄືນຄໍາໝັ້ນສັນຍາຂອງທັງສອງຝ່າຍ ໃນການຮ່ວມມືກັນເພື່ອສົ່ງເສີມສິດທິເດັກ. ທ່ານ ນາງ June Kunugi ໄດ້ສະແດງຄວາມຂອບໃຈກະຊວງແຜນການ ແລະ ການລົງທຶນ ໃນນາມເປັນກະຊວງຫຼັກ ນຳພາການຈັດງານ ສະເຫຼີມສະຫຼອງຄົບຮອບ 50 ປີ ຂອງອົງການຢູນິເຊັບ ໃນ ສປປລາວ.

ນອກນັ້ນ, ທ່ານ ດຣ Ganesh ກໍ່ຍັງໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງກະຊວງແຜນການ ແລະ ການລົງທຶນ ໃນການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວ ຄັ້ງທີສາມ (LSIS), ເຊິ່ງໄດ້ລວບລວມເອົາຂໍ້ມູນຕົວຈິງຈາກຊຸມຊົນ ໃຫ້ກາຍເປັນເຄື່ອງຮັບໃຊ້ຂະບວນການກະກຽມ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ.

ໃນວັນທີ 22 ກັນຍາ 2023, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ພົບປະກັບ ທ່ານ ນາງ ກິດຕີ້ ວັນ ເດີ ເຮເດັນ (Kitty van der Heijden), ຮອງຜູ້ອຳນວຍໃຫຍ່ ຝ່າຍການຮ່ວມມື ຂອງອົງການຢູນິເຊັບ ເພື່ອປຶກສາຫາລືກັນກ່ຽວກັບ ການເສີມຂະຫຍາຍຂົງເຂດການຮ່ວມມື ລະຫວ່າງລັດຖະບານ ເເຫ່ງ ສປປ ລາວ ແລະ ອົງການ ຢູນິເຊັບ, ເຊິ່ງໃນນັ້ນລວມເຖີງ ວຽກງານໄວໜຸ່ມ ເເລະ ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ໃນນັ້ນ, ທ່ານ ຮອງລັດຖະມົນຕີ ໄດ້ສະເເດງຄວາມຊົມເຊີຍ ອົງການ ຢູນິເຊັບ ໃນຖານະທີ່ເປັນອົງການໜຶ່ງໃນອົງການເຄືອຂ່າຍ ສະຫະປະຊາຊາດ ທີ່ໄດ້ເຮັດວຽກມາເປັນເວລາຍາວນານທີ່ສຸດ ໃນ ສປປ ລາວ ພ້ອມທັງສະເເດງຄວາມຂອບໃຈຕໍ່ອົງການຢູນິເຊັບ ທີ່ໄດ້ລະດົມ​ການ​ສະໜັບສະໜູນ ເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ທີ່ເເຂວງອັດຕະປື ໃນປີ 2018 ພ້ອມທັງໄດ້ສະໜັບສະໜູນ ສປປລາວ ຢ່າງຕໍ່ເນື່ອງໃນໄລຍະການລະບາດຂອງພະຍາດ ໂຄວິດ-19. ທ່ານຍັງໄດ້ກ່າວເຖິງ ບັນຫາການປ່ຽນແປງຂອງດິນຟ້າອາກາດ ທີ່ໄດ້ສົ່ງຜົນກະທົບຕໍ່ການພັດທະນາ ກໍຄືຊີວິດການເປັນຢູ່ຂອງປະຊາຊົນ. ການປ່ຽນແປງຂອງດິນຟ້າອາກາດຈະເປັນຫົວຂໍ້ສຳຄັນໃນກອງປະຊຸມປຶກສາຫາລືຮ່ວມກັບໄວໜຸ່ມ ແລະ ບັນດາເຈົ້າແຂວງ/ຮອງເຈົ້າແຂວງທີ່ຈະຈັດຂຶ້ນໃນວັນເດັກໂລກປີນີ້, ເຊິ່ງຖືເປັນບັນຫາສຳຄັນໃນປະເທດ ເນື່ອງຈາກວ່າ ສປປ ລາວ ກໍເປັນປະເທດໜຶ່ງທີ່ມີຄວາມສ່ຽງຕໍ່ໄພພິບັດທໍາມະຊາດພໍສົມຄວນ.

ທ່ານ ນາງ Kitty van der Heijden ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມືອັນແໜ້ນແຟ້ນຂອງລັດຖະບານ ແຫ່ງ ສປປ ລາວ ໃນທຸກຂະແໜງການວຽກງານ ທີ່ຕິດພັນກັບເດັກນ້ອຍ, ນັບແຕ່ວຽກງານດ້ານສຸຂະພາບ ຈົນເຖິງດ້ານການສຶກສາ ເເລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ໃນການກໍານົດເອົາບັນຫາການປ່ຽນແປງຂອງດິນຟ້າອາກາດ ເປັນບັນຫາບູລິມະສິດໜຶ່ງ ສຳລັບວັນເດັກໂລກປີນີ້ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ລາວ ໃນການພັດທະນາປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments