ໄດ້ມີຂໍ້ບັນທຶກໄວ້ໃນເອກະສານເກົ່າແກ່ສະໄຫມລາຊະວົງໝິງຂອງຈີນ ວ່າ: “ແມ່ນໍ້າທີ່ວ່ານັ້ນ ( ນໍ້າຂອງ ) ແມ່ນແມ່ນໍ້າ “ໄຮຈ້ວຍ ” ບໍ່ຂອງມັນເກີດຈາກຕີນພູ “ລູ້ເຈີ ” ທີ່ຕູ້ຝັ້ນ ( ຕິເບດ ); ຍອດສຸດຂອງແມ່ນໍ້ານີ້ ມີຊື່ວ່າ ” ລູ້ຊ້າງ” ເມື່ອມັນໄຫລເຂົ້າໄປຜ່ານດິນເມືອງຖຽນ( ເມືອງແຖນ ) ທີ່ຫົວເມືອງ “ລີກຽງ” ແລ້ວຜ່ານໄປຫາຫົວເມືອງ “ຈູ” ເຊິ່ງແຕ່ກ່ອນຮຽກວ່າ “ລ້ານຈູ” ແລ້ວແມ່ນໍ້າດັ່ງກ່າວຈຶ່ງໄດ້ຊື່ວ່າ “ລ້ານຊ້າງ” ( ຄືເອົາ “ລ້ານ” ຂອງ “ລ້ານຈູ” ບວກກັບ ” ຊ້າງ” ຂອງ “ລູຊ້າງ” ໄດ້ອອກມາເປັນ “ລ້ານຊ້າງ”
ປີ ຄ.ສ 1641 ທ່ານ ວັນວຸສຕົບ (Van Wusthof) ຊາວໂຮນລັງ ຮຽກຊື່ແມ່ນໍ້າຂອງວ່າ “ແມ່ນໍ້າລາວ” (Louwen) ຊາວຕາເວັນຕົກໂດຍທົ່ວໄປຂຽນຊື່ແມ່ນ້ໍາສາຍນີ້ ຫລື ອອກສຽງຮຽກແມ່ນໍ້າສາຍນີ້ວ່າ “ເມກົງ” (Mekong) ເຊິ່ງແມ່ນພວກປອກຕຸຍການຂຽນຕາມຊື່ຮຽກຂອງພວກສະຫຍາມ ສ່ວນການອອກສຽງຂອງຊາວສະຫຍາມສະໄຫມເກົ່າວ່າເປັນ “ແມ່ຂອງ” ຫລື “ແມ່ໂຂງ” ນັ້ນຍັງບໍ່ແນ່ນອນເພາະໃນສີລາຈາລຶກຂອງຂຸນຣາມຄຳແຫງ ແຫ່ງເມືອງສຸໂຂໄທ ມີທັງຂອງ ແລະ ໂຂງ ຄຳວ່າ ຂອງ, ໂຂງ, ຄຣອງ ຫລື ກົງ (ເກັຽ) ເປັນຄຳດຽວກັນມາຈາກສໍານຶກ ແລະ ຄວາມຫມາຍດຽວກັນ ຕ່າງແຕ່ອອກສຽງທໍ່ນັ້ນຄື ມາຈາກແມ່ນໍ້າ “ຄຸງຄາ” ປະເທດອິນເດັຽ ອັນຖືວ່າເປັນແມ່ນໍ້າສັກສິດ ເມື່ອວັດທະນະທຳ ເປັນຕົ້ນແມ່ນພຸດທະວັດທະນະທຳຈາກອິນເດັຽ ແຜ່ເຂົ້າມາສຸວັນນະພູມປະເທດແລ້ວມວນຊົນ ກໍເລີຍຢືມຊື່ແມ່ນໍ້າສັກສິດສາຍນີ້ມາໃສ່ໃຫ້ແມ່ນໍ້າຂອງຕົນເອງ.
ອ້າງອີງຈາກບົດຄວາມຂອງ ທ່ານ ອາຈານ ຫຸມພັນ ຣັດຕະນະວົງ ທີ່ຕີພິມໃນວິທະຍາສານມໍລະດົກລ້ານຊ້າງ ປີທີ 2 ສະບັບທີ 3 ໜ້າທີ 161-169
ທີ່ມາຄຳວ່າ “ແມ່ນໍ້າຂອງ”
RELATED ARTICLES