Sunday, September 22, 2024
Homeສຶກສາຄະນະຜູ້ແທນລາວ ເຂົ້າຮ່ວມ ພິທີເປີດ ການແຂ່ງຂັນກິລາເອຊ້ຽນເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ

ຄະນະຜູ້ແທນລາວ ເຂົ້າຮ່ວມ ພິທີເປີດ ການແຂ່ງຂັນກິລາເອຊ້ຽນເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ

ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງ ສືກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການ ໂອແລມປີກ ແຫ່ງຊາດລາວ ທ່ານ ແສງພອນ ພົນອາມາດ ຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ເລຂາທິການ ຄະນະກຳມະການໂອແລມປີກ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ອອກເດີນທາງສູ່ ເມືອງຫາງໂຈ ສປຈີນ ເພື່ອເຂົ້າຮ່ວມພິທີເປີດ ການແຂ່ງຂັນກິລາເອຊ້ຽນເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ທີ່ຈະມີການແຂ່ງຂັນໃນລະຫວ່າ 23 ກັນຍາ ຫາ 08 ຕຸລາ 2023.

ທ່ານລັດຖະມົນຕີພ້ອມດ້ວຍຄະນະ ໄດ້ອອກເດີນທາງຈາກສະຫນາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນເວລາ ປະມານ 12 ໂມງ ຂອງວັນທີ 21 ກັນຍາ ແລະ ຈະຮອດສະຫນາມບິນ Xiaoshan International Airport ໃນເວລາ 22 ໂມງ ວັນທີ 21 ກັນຍາ 2023 ຕາມເວລາທ້ອວຖີ່ນ ເມືອງຫາງໂຈ ສປຈີນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments