Home ຂ່າວກິລາ ທ່ານ ກະເສມ ອິນທະລາ ຄະນະກຳມະການໂອລີມປີກແຫ່ງຊາດລາວ ທັງເປັນຫົວຫນ້າຄະນະນຳພານັກກິລາລາວເຂົ້າຮ່ວມການແຂ່ງຂັນ ເອຊ້ຽນເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປຈີນ

ທ່ານ ກະເສມ ອິນທະລາ ຄະນະກຳມະການໂອລີມປີກແຫ່ງຊາດລາວ ທັງເປັນຫົວຫນ້າຄະນະນຳພານັກກິລາລາວເຂົ້າຮ່ວມການແຂ່ງຂັນ ເອຊ້ຽນເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປຈີນ

0
246

ທ່ານ ກະເສມ ອິນທະລາ ຄະນະກຳມະການໂອລີມປີກແຫ່ງຊາດລາວ ທັງເປັນຫົວຫນ້າຄະນະນຳພານັກກິລາລາວເຂົ້າຮ່ວມການແຂ່ງຂັນ ເອຊ້ຽນເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປຈີນ ໄດ້ຮັບຟັງການລາຍງານຫນ້າວຽກຕ່າງໆ ຈາກຄະນະຮັບຜິດຊອບນັກກິລາລາວ ຫລາຍຫນ້າທີ່ຈະຕ້ອງໄດ້ປະຕິບັດ ແລະ ປະສານສົມກັບເຈົ້າພາບ ເພື່ອອຳນວຍຄວາມສະຄະດວກໃຫ້ກັບຄະນະນຳ ແລະ ນັກກິລາ ທີມຊາດລາວທີ່ຈະເດີນທາງມາ ບໍ່ວ່າຈະເປັນ ທີ່ພັກ ສະຫນາມຝືກຊ້ອມ ການຂົນສົ່ງ ແລະ ອື່ນໆ.ໃນທີ່ປະຊຸມ ທ່ານ ຈັນທະວົງ ປັນຍາສີລິ ຮອງຫົວຫນ້າກົມກິລາລະດັບສູງ ກະຊວງ ສືກສາທິການ ແລະ ກິລາ ທັງເປັນຮອງຫົວຫນ້າຄະນະ ນຳພານັກກິລາລາວເຂົ້າຮ່ວມເອຊ້ຽນເກມ ຄັ້ງທີ 19 ໄດ້ລາຍງານວຽກງານຕ່າງໆ ທີ່ມີການກະກຽມເປັນທີ່ຮຽບຮ້ອຍ ຕໍ່ຄະນະປະທານ ແລະ ແຕ່ລະອານຸກາມະການກໍ່ໄດ້ລາຍງານສະພາບລວມ

ນັກກິລາທີມຊາດລາວ ຊຸດທີ່ 1 ຈະເດີນທາງມາ ວັນທີ 21 ກັນຍາ ນັກກິລາລາວຈະເດີນທາງມາເຖີງເມືອງ ຫາງໂຈ ສປຈີນ ຈຳນວນ 4 ປະເພດ ມວຍສາກົນ, ກະຕໍ້, ຢູໂດ ແລະ ຍິງປືນ.

ທີ່ມາ: FB Page Lao su su ລາວ ສູ້ ສູ້

NO COMMENTS

LEAVE A REPLY

Please enter your comment!
Please enter your name here