Sunday, October 20, 2024
Homeຂ່າວການເມືອງສະເໜີເວັບໄຊມາດຕະຖານການທ່ອງທ່ຽວໃນລາວ

ສະເໜີເວັບໄຊມາດຕະຖານການທ່ອງທ່ຽວໃນລາວ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດງານສະເໜີໂຕເວັບໄຊມາດຕະຖານການທ່ອງທ່ຽວ ໃນ ສປປ ລາວ ໃນວັນທີ 15 ກັນຍາ 2023 ທີ່ໂຮງແຮມ ລາວພຣາຊ່າ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານງານດັ່ງກ່າວໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ນອກຈາກນີ້, ຍັງມີບັນດາທູດຕະນຸທູດຈາກປະເທດສະມາຊິກອາຊຽນ, ຄະນະກຳມະການມາດຕະຖານການທ່ອງທ່ຽວ ແລະ ພາກສ່ວນທີກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດຈຳນວນ 100 ກ່າວທ່ານເຂົ້າຮ່ວມ.

ຈຸດປະສົງຂອງງານດັ່ງກ່າວແມ່ນເພື່ອສະເໜີເວັບໄຊມາດຕະຖານການທ່ອງທ່ຽວອາຊຽນ www.tourismstandards.la ທີ່ ສປປ ລາວ ໄດ້ຈັດຕັ້ງປະຕິບັດ ແລະ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນຫຼາຍລາງວັນສົມຄວນ ໃນໄລຍະຜ່ານມາ ປະກອບມີ 7 ມາດຕະຖານ ແລະ 1 ລາງວັນການທ່ອງທ່ຽວອາຊຽນ ເຊັ່ນ: ມາດຕະຖານໂຮງແຮມຂຽວອາຊຽນ; ມາດຕະຖານການທ່ອງທ່ຽວປະຊາຊົນມີສ່ວນຮ່ວມອາຊຽນ; ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ; ມາດຕະຖານເມືອງທ່ຽວສະອາດອາຊຽນ; ມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ; ມາດຕະຖານການບໍລິການສະປາອາຊຽນ; ມາດຕະຖານສະຖານທີ່ຈັດງານອາຊຽນ; ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ.

ນອກຈາກນີ້, ກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ຫລື ຖວທ ຍັງໄດ້ພັດທະນາມາດຕະຖານການທ່ອງທ່ຽວແຫ່ງຊາດລາວຂຶ້ນມາຕື່ມອີກ ທັ້ງນີ້ກໍເພື່ອເປັນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວລາວໃຫ້ໄດ້ຄຸນນະພາບ, ມີມາດຕະຖານທີ່ດີ ແລະ ສາມາດເຊື່ອມໂຍງກັບພາກພື້ນອາຊຽນໄດ້ຢ່າງມີປະສິດທິພາບ.

ງານສະເໜີໂຕມາດຕະຖານການທ່ອງທ່ຽວ ໃນຄັ້ງນີ້ ຖືວ່າເປັນໂອກາດທີ່ດີ ແລະ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ທີ່ໄດ້ເປີດກວ້າງໃຫ້ພາກສ່ວນຕ່າງໆ ສາມາດເຂົ້າເຖິງຂໍ້ມູນ-ຂ່າວສານກ່ຽວກັບວຽກງານດັ່ງກ່າວໄດ້ຢ່າງສະດວກ, ວ່ອງໄວ ແລະ ສາມາດຍົກລະດັບຄຸນນະພາບການທ່ອງທ່ຽວຂອງຕົນໃຫ້ໄດ້ມາດຕະຖານແຫ່ງຊາດ, ມາດຕະຖານອາຊຽນ ແລະ ມາດຕະຖານສາກົນຕາມລຳດັບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments