Friday, October 18, 2024
Homeຂ່າວໜ້າໜຶ່ງSCG ສານຝັນການສຶກສາ ພັດທະນາປະເທດຊາດເປີດໂຄງການມອບທຶນ SCG Sharing The Dream 2023

SCG ສານຝັນການສຶກສາ ພັດທະນາປະເທດຊາດເປີດໂຄງການມອບທຶນ SCG Sharing The Dream 2023

SCG ເປີດຮັບສະໝັກນັກຮຽນມັດທະຍົມປາຍ ແລະ ມະຫາວິທະຍາໄລ ໃນໂຄງການມອບທຶນ SCG Sharing the dream 2023 ເຊິ່ງດຳເນີນຕໍ່ເນື່ອງມາເປັນປີທີ່ 12 ແລ້ວ ໂດຍມີວັດຖຸປະສົງເພື່ອສານຝັນເຍົາວະຊົນທີ່ມີຄວາມມຸ່ງໝັ້ນດ້ານການສຶກສາ ມີຈິດສຳນຶກດ້ານການອະນຸລັກຮັກສາທຳມະຊາດ ແລະ ເປັນຄົນດີຂອງສັງຄົມ ແຕ່ມີຄວາມຫຍຸ້ງຍາກດ້ານເງິນທຶນສະໜັບສະໜູນ ເຊິ່ງໃນປີນີ້ ເປີດຮັບພິຈາລະນາທຶນທັງໝົດ 210 ທຶນ ແບ່ງອອກເປັນທຶນລະດັບມັດທະຍົມປາຍໃນນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ແຂວງລະ 100 ທຶນ ແລະ ທຶນລະດັບປະລິນຍາຕີອີກ 10 ທຶນ
“ໂຄງການ SCG Sharing the dream ເປັນໜຶ່ງໃນໂຄງການກິດຈະກໍາເພື່ອສັງຄົມຂອງເອັດສຊີຈີ ເພື່ອຊ່ວຍຄວາມບໍ່ສະເໝີພາບດ້ານການສຶກສາ ຕາມເປົ້າໝາຍ ESG 4 Plus ຂອງ SCG ເຊິ່ງເຮົາໄດ້ດຳເນີນໂຄງການມາຢ່າງຕໍ່ເນື່ອງມາທຸກປີໃນລາວ ເປັນປີທີ 12 ແລ້ວ ເພາະເຮົາໄດ້ເຫັນເຖິງຄຸນຄ່າການສຶກສາໃນ ສປປ.ລາວ ແລະ ປະເທດຕ່າງໆ ໃນອາຊຽນ ແລະ ຫວັງວ່າໂຄງການນີ້ ຈະຊ່ວຍເປັນກຳລັງໃຈໃຫ້ເຍົາວະຊົນໄດ້ເປັນຄົນດີ, ມີຄວາມກະຕັນຍູ, ໃສ່ໃຈກັບສິ່ງແວດລ້ອມ ແລະ ມີຄວາມມຸ່ງໝັ້ນທີ່ຈະສ້າງສັງຄົມທີ່ດີ ນຳຄວາມຮູ້ມາພັດທະນາປະເທດ ເພື່ອຂັບເຄື່ອນສັງຄົມລາວໄປສູ່ອະນາຄົດທີ່ຍືນຍົງຕໍ່ໄປ” ທ່ານ ທິລະວັດ ພູນການຈະນະໂຣດ, ຜູ້ອຳນວຍການປະຈຳ ສປປ ລາວ, ບໍລິສັດ SCG Distribution ຈຳກັດ ກ່າວ
ທັງນີ້ ຕະຫຼອດໄລຍະເວລາທີ່ຜ່ານມາ SCG ໄດ້ສະແດງຄວາມມຸ່ງໝັ້ນຢ່າງຊັດເຈນ ທີ່ຈະສະໜັບສະໜູນດ້ານການພັດທະນາບຸກຄະລາກອນຂອງປະເທດ ຜ່ານໂຄງການ SCG Sharing the dream ຄວບຄູ່ກັບການສ້າງການເຕີບໃຫຍ່ຢ່າງຍືນຍົງຕາມແນວທາງ ESG 4 Plus ຂອງ SCG ທີ່ປະກອບໄປດ້ວຍ ການຈັດການສິ່ງແວດລ້ອມ (Environmental), ສັງຄົມ (Social), ແລະ ການປົກຄອງ (Governance) ຜ່ານ 4 ແນວທາງຫຼັກຄື: 1. ຫຼຸດການປ່ອຍກາສເຮືອນແກ້ວໃຫ້ເປັນສູນພາຍໃນປີ 2050, 2. ມຸ່ງໝັ້ນທີ່ຈະພັດທະນານະວັດຕະກຳທີ່ເປັນມິດຕໍ່ສິ່ງແວດລ້ອມ, 3. ຫຼຸດຄວາມເລື່ອມລໍ້າໃນສັງຄົມ ເພີ່ມໂອກາດທາງການສຶກສາ, ແລະ 4. ສ້າງພັນທະມິດທາງການຂັບເຄື່ອນ ESG ໂດຍມີໜ່ວຍລະດັບປະເທດໃນອາຊຽນ ແລະ ລະດັບໂລກ ເພື່ອສ້າງຄວາມກ້າວໜ້າໃນທຸກສັງຄົມ ແລະ ຊຸມຊົນທີ່ເຂົ້າໄປດຳເນີນງານ ແລະ ຮ່ວມກັນນຳພາໂລກຂອງເຮົາໄປສູ່ຄວາມຍືນຍົງສຳລັບຄົນຮຸ່ນຕໍ່ໄປ.
ສຳລັບຜູ້ທີ່ສົນໃຈຂໍຮັບທຶນສະໜັບສະໜູນການສຶກສາ ໃນໂຄງການ SCG Sharing the dream 2023 ສາມາດເບິ່ງລາຍລະອຽດ ແລະ ວິທີການດາວໂຫຼດຟອມສະໝັກທາງອອນລາຍ ໄດ້ທີ່ http://facebook.com/scgbrandlaos ໄດ້ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໂດຍຮັບພິຈາລະນາໃບສະໝັກໄດ້ຈົນເຖິງວັນທີ 3 ເດືອນ ພະຈິກ ປີ 2023 ນີ້ ແລະ ຈະປະກາດລາຍຊື່ຜູ້ທີ່ໄດ້ຮັບທຶນພາຍໃນ ເດືອນທັນວາ ປີ 2023

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments