Friday, October 18, 2024
Homeແຈ້ງການສໍາຄັນແຈ້ງເຕືອນນໍ້າຖ້ວມ ເວລາ 12:00 ໂມງ ວັນທີ 14 ກັນຍາ 2023

ແຈ້ງເຕືອນນໍ້າຖ້ວມ ເວລາ 12:00 ໂມງ ວັນທີ 14 ກັນຍາ 2023

ແຈ້ງເຕືອນນໍ້າຖ້ວມ ເວລາ 12:00 ໂມງ ວັນທີ 14 ກັນຍາ 2023, ເນືື່ອງຈາກ ວ່າໄດ້ມີຝົນຕົກປານກາງ ຫາ ຕົກໜັກຕິດຕໍ່ກັນຫລາຍວັນຜ່ານມາຢູ່ ແຂວງພາກກາງ, ຊຶ່ງໄດ້ເຮັດໃຫ້ລະດັບແມ່ນໍ້າສາຂາໄດ້ເພີ່ມຂຶ້ນຢ່າງໄວ ໂດຍສະເພາະ ລະດັບນໍ້າຢູ່ຂົວເຊບັ້ງໄຟ (ເຊບັ້ງໄຟ) ເຊົ້າມື້ນີ້ແທກໄດ້ 17.70 ແມັດ ໄດ້ສູງກວ່າເຂດລະດັບເຕືອນໄພ (ເຂດເຕືອນໄພ 17.50 ແມັດ, ເຂດອັນຕະລາຍ 18.50 ແມັດ) ແລະ ລະດັບນໍ້າເຊຈໍາພອນ ແທກໄດ້ 8.06 ແມັດ ໄດ້ກາຍເຂດລະດັບອັນຕະລາຍ (ເຂດອັນຕະລາຍ 8.00 ແມັດ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການ ປົກຄອງທຸກພາກສ່ວນ ທີ່ອາໄສຢູ່ລຽບຕາມແຄມນໍ້າເຊບັ້ງໄຟ ແລະ ເຊຈໍາພອນ, ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ, ນໍ້າຖ້ວມອັ່ງ ເກີດຂຶ້ນໄດ້ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນ ອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນືື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments