Friday, October 18, 2024
Homeບຸນປະເພນີບຸນເດືອນ 9 ຫໍ່ເຂົ້າປະດັບດິນເປັນບຸນປະເພນີຂອງຊາວພຸດ

ບຸນເດືອນ 9 ຫໍ່ເຂົ້າປະດັບດິນເປັນບຸນປະເພນີຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ພ.ສ 2566 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 14 ກັນຍາ 2023. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.

ພະອາຈານ ສິງໄຊ ທຳມະວົງ (ອະຣິຍະໂພທິ) ຄະນະກຳມາທິການ ການຕ່າງປະເທດສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ທັງເປັນເຈົ້າອະທິການວັດບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 13 ກັນຍາ ນີ້ ກ່ຽວກັບບຸນຫໍ່ເຂົ້າປະດັບດິນວ່າ: ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດ ທີ່ເຄີຍສືບທອດປະຕິບັດກັນມານັບແຕ່ອະດີດຈົນເຖິງປັດຈຸບັນ. ໃນນັ້ນໃນມື້ແຮມ 13 ຄໍ່າເດືອນ 9 ກ່ອນຈະຮອດມື້ຫໍ່ເຂົ້າປະດັບດິນ, ຊາວບ້ານຈະກະກຽມນຳເຄື່ອງຂອງຫວານຂອງຄາວໄປຖວາຍເປັນຕົ້ນ: ຫໍ່ເຂົ້າໜົມ, ປາ, ຊີ້ນແຫ້ງ, ເຜືອກມັນ, ນໍ້າອ້ອຍ, ນໍ້າຕານ, ແປ້ງນົວ, ເກືອ, ໝາກເຜັດ ແລະ ອື່ນໆ ພ້ອມຄໍາໝາກ, ຄໍາພູ, ຢາສູບທີ່ຫໍ່ດ້ວຍໃບຕອງ ຫຼື ເຈ້ຍ ກໍໄດ້. ສາມາດແຍກຫໍ່ອາຫານຫວານ, ຄາວ, ຄຳໝາກ, ຄໍາພູ, ຢາສູບ ເປັນແຕ່ລະຫໍ່ບໍ່ໃຫ້ປົນກັນ ຫຼື ເອົາແນວລະໜ້ອຍຄົບເຍື່ອງໃນຫໍ່ດຽວກັນກໍໄດ້. ພ້ອມນັ້ນ, ຜູ້ເຖົ້າຜູ້ແກ່ຍັງເຄີຍເວົ້າກັນວ່າ: ປາງບຸນໃຫຍ່ຂອງຊາວພຸດລາວມີ 2 ປາງບຸນຄື: ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຫໍ່ເຂົ້າສາກ (ເຂົ້າສະຫຼາກ) ເພາະເປັນມື້ທີ່ເຊື່ອກັນວ່າ: ປະຕູນະລົກຈະເປີດອອກໃຫ້ພວກຜີໄດ້ອອກມາຮັບເຂົ້າປາອາຫານ, ເຂົ້າຕົ້ມ-ເຂົ້າໜົມທີ່ຍາດຕິພີ່ນ້ອງເອົາມາຢາຍໃຫ້.

ພໍຮອດຕອນເຊົ້າມືດເວລາປະມານ 3-5 ໂມງຂອງມື້ແຮມ 14 ຄໍ່າເດືອນ 9 ຊາວບ້ານກໍຈະນໍາເອົາຫໍ່ເຂົ້າເຫຼົ່ານັ້ນໄປຢາຍໄວ້ກ້ອງຕົ້ນໄມ້, ຫ້ອຍຕາມງ່າໄມ້, ຕາມບໍລິເວນກໍາແພງວັດ, ຕາມພື້ນດິນສີ່ແຈບ້ານ ພ້ອມກັບໄຕ້ທູບທຽນ ແລະ ບອກເລົ່າພວກຜີເຜດ ຫຼື ຍາດຕິພີ່ນ້ອງທີ່ໄດ້ລ່ວງລັບໄປແລ້ວ ໃຫ້ມາຮັບຈັບເອົາສິ່ງຂອງ ແລະ ຜົນບຸນດ້ວຍ. ຈາກນັ້ນກໍກັບເມື່ອເຮືອນໃຜເຮືອນລາວ ເພື່ອກຽມໜຶ້ງເຂົ້າ ແລະ ອາຫານຄາວຫວານອີກຊຸດໜຶ່ງໄປຕັກບາດ ຖວາຍສັງກະທານແດ່ພະສົງສາມະເນນຢູ່ວັດວາອາຮາມຕ່າງໆໃນຕອນເຊົ້າແຕ່ 7 ໂມງເຊົ້າເປັນຕົ້ນໄປ.

ພະອາຈານ ສິງໄຊ ທຳມະວົງ ກ່າວຕື່ມວ່າ: ໃນທາງພຸດທະສາສະນາ, ພະພຸດທະເຈົ້າຕັດວ່າ: ໄຮ້ປະໂຫຍດທີ່ຈະເອົາເຂົ້າເອົາເຄື່ອງໄປເຮັດແນວນີ້ເພາະເປັນການຖິ້ມເຄື່ອງຢູ່ຂອງກິນອັນດີທີ່ຫາມາດ້ວຍຄວາມລຳບາກ, ແຕ່ເຖິງຢ່າງໃດກໍດີຍັງພໍມີປະໂຫຍດຄື: ໄດ້ໃຫ້ເຫຼົ່າສັດທັງຫຼາຍໄດ້ກິນເປັນຫານ ແລະ ເປັນຝຸ່ນໃຫ້ກັບຕົ້ນໄມ້ ແລະ ອື່ນໆ. ດັ່ງນັ້ນ, ພະພຸດທະອົງຈຶ່ງບໍ່ຊົງຫ້າມແຕ່ກໍຍັງຊົງແນະນຳຕື່ມອີກວ່າ: ໃຫ້ຊາວພຸດທັງຫຼາຍພາກັນເຂົ້າວັດທຳບຸນຕັກບາດຖວາຍທານແດ່ພະສົງ ຜູ້ມີສິນສົມບູນແລ້ວຜົນບຸນນັ້ນຈະໄປຮອດໄປເຖິງເຫຼົ່າຍາດຕິພີ່ນ້ອງທີ່ລ່ວງລັບດັບຂັນໄປ ຫຼື ເຫຼົ່າຜີເຜດທັງຫຼາຍແລ້ວເຂົາທັງຫຼາຍເຫຼົ່ານັ້ນກໍຈະໄດ້ຮັບຜົນແຫ່ງຄວາມສຸກ, ພົ້ນຈາກອັດຕະພາບແຫ່ງຄວາມທຸກໄດ້ຢ່າງແທ້ຈິງ ແລະ ເຂົາກໍຈະອຳນວຍພອນໃຫ້ກັບຍາດຕິພີ່ນ້ອງ, ລູກເຕົ້າ, ຫຼານເຫຼນໃຫ້ມີຄວາມສຸກດັ່ງກັບທີ່ເຂົາເຮັດບຸນທຳທານໃຫ້ຜູ້ຂ້າດ້ວຍເທີ້ນ.

ສະນັ້ນ, ບຸນຫໍ່ເຂົ້າປະດັບດິນຈຶ່ງເປັນໜຶ່ງຮີດຄອງປະເພນີ, ເປັນຄວາມເຊື່ອຖືຂອງຊາວພຸດທີ່ຕ້ອງໄດ້ປະຕິບັດບໍ່ໄດ້ຂາດເມື່ອຮອດເດືອນ 9 ຂອງທຸກໆປີ, ເມື່ອໄດ້ປະຕິບັດແລ້ວເຊື່ອວ່າບຸນກຸສົນດັ່ງກ່າວຈະໄປຮອດໄປເຖິງຜູ້ທີ່ລ່ວງລັບໄປແລ້ວນັ້ນ ແລ້ວຜົນບຸນດັ່ງກ່າວຈະນໍາແຕ່ຄວາມຢູ່ເຢັນເປັນສຸກມາໃຫ້ແກ່ຕົນເອງ, ຄອບຄົວ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments