Friday, September 20, 2024
Homeສາລະໜ້າຮູ້ວິທີປະຢັດຄ່າໄຟຟ້າ

ວິທີປະຢັດຄ່າໄຟຟ້າ

ມື້ນີ້ ເຮົາມາແນະນຳວິທີທີ່ສາມາດຫຼຸດຄ່າໄຟຟ້າ ຊ່ວຍຫຼຸດຄ່າໃຊ້ຈ່າຍໃນບ້ານ ແລະ ຍັງຫຼຸດພາວະໂລກຮ້ອນໄດ້ນຳອີກ ມາເບີ່ງນຳກັນເລີຍ.

  1. ປິດສະວິດໄຟ ແລະ ເຄື່ອງໃຊ້ໄຟຟ້າທຸກຊະນິດ ເມື່ອຢຸດໃຊ້ວຽກ ແລະ ບໍ່ຄວນເປີດໄຟປະໄວ້ເມື່ອບໍ່ມີຄົນຢູ່.
  2. ຫຼຸດຈຳນວນດອກໄຟໃນຫ້ອງ ຫັນມາເພີ່ງພະລັງງານແສງອາທິດໃຫ້ຫຼາຍຂື້ນ.
  3. ເລືອກໃຊ້ດອກໄຟທີ່ໄດ້ມາດຕະຖານ ຈະຊ່ວຍໃຫ້ເຮົາປະຢັດພະລັງງານໄຟຟ້າໄດ້ຫຼາຍຂື້ນ.
  4. ຕັ້ງໂຄມໄຟຢູ່ໂຕະເຮັດວຽກ ຫຼື ຕິດຕັ້ງໄຟສະເພາະຈຸດ ແທນການເປີດໄຟໝົດຫ້ອງເພື່ອເຮັດວຽກ.
  5. ຖ້າຈຳເປັນຕ້ອງເປີດໄຟບາງຈຸດໄວ້ໝົດຄືນ ໃຫ້ເລືອກໃຊ້ດອກໄຟທີ່ມີກຳລັງວັດຕໍ່າ ເພື່ອຊ່ວຍປະຢັດຄ່າໄຟຟ້າ.
  6. ຄວນໃຊ້ດອກໄຟ LED ເພາະຊ່ວຍປະຢັດໄຟໄດ້ເຖີງ 80-90% ແລະ ອາຍຸການໃຊ້ງານດົນນານ.
  7. ບໍ່ຄວນໃຊ້ເຄື່ອງໄຟຟ້າອາຍຸເກີນ 3 ປີ ຖ້າຮອດ 3 ປີ ຄວນປ່ຽນໃໝ່ ຫຼື ຖ້າຈຳເປັນບໍ່ຢາກຖີ້ມຄວນໝັ່ນກວດເຊັກສະພາບ ແລະ ໝັ່ນບຳລຸງຮັກສາຢ່າງຕໍ່ເນື່ອງ.
  8. ຄວນເຮັດຄວາມສະອາດຢູ່ເລື້ອຍໆ ເປັນຕົ້ນແມ່ນເຮືອນ, ຟິວເຕີແອແມ່ນເອົາອອກມາລ້າງ, ດອກໄຟກໍ່ຄວນເຊັດ, ລ້າງຕູ້ເຢັນ…

ຄວາມຈີງເປັນວິທີທີ່ເຮົາຮູ້ກັນຢູ່ແລ້ວ ແຕ່ເຮົາມັກປ່ອຍປະລະເລີຍ ບໍ່ສົນໃຈ ທ່ານລອງເຮັດຕາມວິທີຂ້າງເທີງນັ້ນ ຮັບຮອງວ່າຄ່າໄຟຟ້າເດືອນນີ້ຫຼຸດລົງແນ່ນອນ!

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments