ທ່ານ ວັດທະນາ ຊານຸບານ ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຖະແຫຼງຂ່າວ ອະທິບາຍຊີ້ແຈງຕື່ມກ່ຽວກັບຄໍາແນະນໍາ ຄຳສັ່ງເລກທີ 10/ນຍ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສປປ ລາວ ໃນວັນທີ 7 ກັນຍາ ຜ່ານມາ ທີ່ ທຫລ ວ່າ: ດັ່ງທີ່ບັນດາທ່ານຊາບ, ການອ່ອນຄ່າຂອງເງິນຕາຕ່າງປະເທດ ແມ່ນມີປັດໄຈມາຈາກຄວາມບໍ່ດຸ່ນດ່ຽງກັນ ລະຫວ່າງຄວາມຕ້ອງການເງິນຕາຕ່າງປະເທດ ແລະ ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດຈາກລະບົບເສດຖະກິດ, ໃນສະພາບທີ່ເສດຖະກິດພວມຢູ່ໃນໄລຍະຟື້ນຟູ ແລະ ພາກການສົ່ງອອກມີທ່າອ່ຽງດີຂຶ້ນ, ທາງທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ຄົ້ນຄວ້າຫຼາຍມາດຕະການເພື່ອຍົກສູງປະສິດທິພາບການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ຮັບປະກັນກະແສເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານຫຼາຍຂຶ້ນ ແລະ ທະນາຄານທຸລະກິດມີຄວາມສາມາດດຸ່ນດ່ຽງເງິນຕາແກ່ສັງຄົມໄດ້ຢ່າງເໝາະສົມ ສ້າງເງື່ອນໄຂສະດວກໃຫ້ແກ່ການດຳເນີນທຸລະກິດ, ການຄ້າ ແລະ ການລົງທຶນພາຍໃນປະເທດ ທັງນີ້ກໍເພື່ອຮັບປະກັນສະຖຽນລະພາບໃຫ້ແກ່ອັດຕາແລກປ່ຽນ ແລະ ຫຼຸດຜ່ອນການເພີ່ມຂຶ້ນຂອງອັດຕາເງິນເຟີ້.
ອັນທີ່ພົ້ນເດັ່ນແມ່ນໃນທ້າຍປີຜ່ານມາ ໄດ້ສຳເລັດການປັບປຸງ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ເພື່ອຜັນຂະຫຍາຍກົດໝາຍສະບັບດັ່ງກ່າວ ແລະ ໃຫ້ທຸກພາກສ່ວນນັບແຕ່ຂະແໜງການກະຊວງ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນ ມີສ່ວນຮ່ວມຢ່າງພ້ອມພຽງໃນວຽກຄຸ້ມຄອງເງິນຕາຕ່າງປະເທດ ລັດຖະບານກໍໄດ້ອອກຄຳສັ່ງນາຍົກລັດຖະມົນຕີ ເລກທີ 10/ນຍ ລົງວັນທີ 14 ກໍລະກົດ 2012 ຜ່ານມາ, ຈາກການອອກນິຕິກຳດັ່ງກ່າວ, ກໍປະກົດມີ ຄວາມເຂົ້າໃຈຂອງປະຊາຊົນບາງກຸ່ມທີ່ຄາດເຄື່ອນ ຈາກຄວາມເປັນຈິງ ແລະ ບໍ່ທັນເອກະພາບຢ່າງທົ່ວເຖິງ ຊຶ່ງອາດຈະເກີດຂຶ້ນຈາກການສື່ສານປະຊາສໍາພັນບໍ່ທັນທ່ວງທັນ ແລະ ກວ້າງຂວາງ ເຮັດໃຫ້ກາຍເປັນກະແສຂອງສັງຄົມໃນເມື່ອບໍ່ດົນມານີ້ ເປັນຕົ້ນມີການເຂົ້າໃຈຄາດເຄື່ອນວ່າ ລັດຖະບານຈະດໍາເນີນການກວດລ້າງ ຜູ້ຄອບຄອງເງິນຕາຕ່າງປະເທດໃນບັນຊີທະນາຄານ ແລະ ຈະມີການຢຶດເອົາເງິນສົດທີ່ເປັນເງິນຕາຕ່າງປະເທດໃນຖົງຂອງປະຊາຊົນ ຊຶ່ງທັງໝົດໄດ້ສ້າງຄວາມແຕກຕື່ນ ແລະ ບໍ່ເຊື່ອໝັ້ນຕໍ່ສະຖຽນລະພາບຂອງລະບົບທະນາຄານ ເກີດການຕີລາຄາໃນແງ່ລົບຕ່າງໆນາໆ.
ທ່ານກ່າວຕື່ມວ່າ: ຂໍ້ມູນລາຍລະອຽດເພີ່ມຕື່ມຕໍ່ກັບ ຄຳສັ່ງນາຍົກລັດຖະມົນຕີ ເລກທີ 10/ນຍ ລົງວັນທີ 14 ກໍລະກົດ 2023 ໃຫ້ໄປໃນລວງດຽວກັນ ແລະ ເພື່ອຫຼີກລ່ຽງບັນຫາຄວາມຮັບຮູ້ ແລະ ເຂົ້າໃຈຂອງສັງຄົມໄປໃນທິດທາງທີ່ບໍ່ຖືກຕ້ອງ ແລະ ມີທັດສະນະຕີລາຄາບັນຫາຕ່າງໆຕາມຄວາມນຶກຄິດຂອງຕົນເອງ, ຂາດຄວາມເຂົ້າໃຈທາງດ້ານຫຼັກການແກ້ໄຂ ໂດຍສະເພາະໃນຂອດການຖືຄອງເງິນຕາຕ່າງປະເທດວ່າ: ລັດຖະບານຍັງເປີດກວ້າງ ຕໍ່ການຖືຄອງທັງຮູບແບບເງິນໃນບັນຊີທະນາຄານ ແລະ ເງິນສົດ ບັນຫາເສດຖະກິດ-ເງິນຕາຂອງປະເທດເຮົາ.
ໃນນີ້ໝາຍວ່າ ທຫລ ບໍ່ໄດ້ມີການກີດຫ້າມ ການຖືຄອງເງິນຕາໃນຮູບແບບເງິນສົດ ແລະ ປ່ຽນແປງນະໂຍບາຍການຖືຄອງເງິນຕາຕ່າງປະເທດ, ພວກເຮົາຍັງສືບຕໍ່ເປີດກວ້າງ ແລະ ອະນຸຍາດໃຫ້ຖືຄອງເງິນຕາຕ່າງປະເທດຄືໄລຍະຜ່ານມາ ໂດຍອີງໃສ່ສະພາບຈຸດພິເສດຄວາມຊິນເຄີຍຂອງສັງຄົມຜ່ານມາ, ພຽງແຕ່ ທຫລ ຊຸກຍູ້ໃຫ້ຜູ້ທີ່ມີແຫຼ່ງລາຍຮັບເງິນຕາຕ່າງປະເທດ ນຳມາຝາກໄວ້ໃນລະບົບທະນາຄານ ເພື່ອຄວາມປອດໄພ, ໝັ້ນຄົງ ແລະ ກໍ່ປະໂຫຍດສູງສຸດ. ໃນຍຸກແຫ່ງການພັດທະນາເຕັກໂນໂລຊີທາງການເງິນໃນປັດຈຸບັນ (FinTech) ການຖືຄອງເງິນສົດໄວ້ຫຼາຍ ແມ່ນບໍ່ສະດວກສະບາຍ ແລະ ບໍ່ຮັບປະກັນ ຄວາມປອດໄພ ແລະ ຍາກໃນການຄຸ້ມຄອງ, ບັນດາປະເທດຕ່າງໆແມ່ນຫັນເປັນສັງຄົມໃຊ້ເງິນສົດໜ້ອຍລົງ (Cashless Society) ຫັນເຂົ້າສູ່ລະບົບ ແລະ ນຳໃຊ້ຮູບການບໍລິການຂອງທະນາຄານເປັນຫຼັກ. ການນຳໃຊ້ເງິນຕາຕ່າງປະເທດເປັນເງິນສົດແມ່ນໃຫ້ເໝາະສົມກັບເປົ້າໝາຍ ແລະ ວັດຖຸປະສົງ ເປັນຫຼັກ ໂດຍກ່ອນການນຳໃຊ້ເງິນຕາຕ້ອງມີການແລກປ່ຽນເອົາເງິນກີບກັບທະນາຄານເທົ່ານັ້ນເມື່ອມີການຊຳລະພາຍໃນປະເທດ ຄືກັບບົດຮຽນການຄຸ້ມຄອງເງິນຕາປະເທດ ອື່ນໆ.
ສໍາລັບການກໍານົດການຖືຄອງເງິນຕາຕ່າງປະເທດໃນຮູບແບບເງິນສົດເກີນຈໍານວນທີ່ ທຫລ ກໍານົດອອກແຕ່ໄລຍະ ແລະ ບໍ່ສາມາດຢັ້ງຢືນແຫຼງທີ່ມາຊັດເຈນນັ້ນຖືວ່າເງິນດັ່ງກ່າວບໍ່ຖືກຕ້ອງຕາມກົດໝາຍນັ້ນ, ບັນຫານີ້ ທຫລ ເຫັນວ່າໃນໄລຍະນີ້ ແມ່ນຈະແນະນໍາໃຫ້ ປະຊາຊົນຖືຄອງເງິນຕາຕ່າງປະເທດ ໃນຮູບແບບເງິນສົດຕາມຈໍານວນທີ່ເໝາະສົມຈໍາເປັນໃນການດໍາລົງຊີວິດ ແລະ ຮັບປະກັນຄວາມປອດໄພ ແລະ ບໍ່ຄວນເກັບຮັກສາເງິນສົດໄວ້ຈຳນວນຫຼາຍເພາະອາດຈະບໍ່ປອດໄພ (ເກີດການຂີ້ລັກ, ງັດແງະ, ປຸ້ນຈີ້, ແລະ ອື່ນໆ) ເນື່ອງຈາກໃນເສດຖະກິດຍັງມີການຊຳລະເປັນເງິນສົດຍັງຫຼາຍຢູ່, ສະພາບເສດຖະກິດການເງິນ-ເງິນຕາປັດຈຸບັນ (ເງິນກີບບໍ່ທັນຄົງທີ່ ແລະ ອັດຕາເງິນເຟີ້) ແລະ ຄວາມສິນເຄີຍຂອງສັງຄົມໃນການຖືຄອງເປັນເງິນສົດເພື່ອການສຳລະສະສາງກັບຕ່າງປະເທດ.
ໃນຖານະ ທຫລ ເປັນຜູ້ຄຸ້ມຄອງທະນາຄານທຸລະກິດ ແມ່ນເຄົາລົບຕໍ່ຫຼັກການຄຸ້ມຄອງປົກປັກຮັກສາຂໍ້ມູນຄວາມເປັນສ່ວນຕົວຖານະການເງິນຂອງ ລູກຄ້າທະນາຄານ, ຈະບໍ່ທັນກຳນົດ ແລະ ກວດກາ ການຖືຄອງເງິນສົດຂອງບຸກຄົນ ແລະ ນິຕິບຸກຄົນ. ການຖືຄອງເງິນຕາເງິນຕ່າງປະເທດ ເປັນເງິນສົດໄວ້ຈຳນວນຫຼາຍ ຈະພົບຄວາມຫຍຸ້ງຍາກໃນກໍລະນີການປະຕິບັດງານຂອງເຈົ້າໜ້າທີ່ດຳເນີນຂະບວນການສືບສວນຄະດີໃດໜຶ່ງຕາມຂັ້ນຕອນລະບຽບກົດໝາຍ.
ເວົ້າລວມແລ້ວ ຢາກແຈ້ງໃຫ້ບັນດາທ່ານຊາບ ແລະ ເຂົ້າໃຈໃນຄວາມປອດໄພຂອງຊັບສິນ ກໍຄືເງິນຝາກຂອງທ່ານ ຢູ່ນຳລະບົບທະນາຄານຂອງພວກເຂົາເຈົ້າ. ທ່ານສາມາດອ່ານເພີ່ມໃນບົດແນະນຳ ຄຳສັ່ງວ່າດ້ວຍການຄຸ້ມຄອງເງິນຕາ ສະບັບເລກທີ 363/ກງຄຕ ລົງວັນທີ 4 ກັນຍາ 2023 ໄດ້ລົງເຜີຍແຜ່ໃນເວັບໄຊ ທະນາຄານ ແຫ່ງ ສປປ ລາວ.
ທ່ານໄດ້ຮຽກຮ້ອງ ໃຫ້ປະຊາຊົນລາວ ທີ່ເປັນລູກຄ້າຂອງທະນາຄານທຸລະກິດ ມີຄວາມເຊື້ອໝັ້ນ ຕໍ່ການເຄື່ອນໄຫວຂອງລະບົບທະນາຄານ ບໍ່ຫຼົງເຊື່ອຕໍ່ກະແສຂ່າວທີ່ບໍ່ເປັນທາງການ ຫຼື ມີຂໍ້ສົງໄສປະການໃດ ຂໍໃຫ້ປະສານຫາ ທຫລ ແລະ ພາກສ່ວນກ່ຽວຂ້ອງ ເພື່ອໃຫ້ເຂົ້າໃຈຢ່າງຖືກຕ້ອງ ປະກອບສ່ວນເຂົ້າໃນການປັບປຸງແກ້ໄຂວຽກງານຄຸ້ມຄອງມະຫາພາກຂອງລັດ ກໍຄືການເຄື່ອນໄຫວທຸລະກິດ ເພື່ອຜົນປະໂຫຍດລວມຂອງປະຊາຊົນ ລາວ ບັນດາເຜົ່າໃຫ້ມີຊີວິດ ການເປັນຢູ່ກັບເຂົ້າສູ່ສະພາບປົກກະຕິ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ.
ຂ່າວ-ພາບ: ຕຸໄລເພັດ