Tuesday, September 24, 2024
Homeສຶກສາ2 ສົກຮຽນ ຂະແໜງການສຶກສາ ປະເຊີນ 3 ບັນຫາຫຼັກ ໃນການປະຕິບັດວຽກຈຸດສຸມຕ່າງໆ

2 ສົກຮຽນ ຂະແໜງການສຶກສາ ປະເຊີນ 3 ບັນຫາຫຼັກ ໃນການປະຕິບັດວຽກຈຸດສຸມຕ່າງໆ

ໃນສົກຮຽນ 2021-2022 ແລະ 2022-2023 ການຈັດຕັ້ງປະຕິບັດວຽກຈຸດສຸມທີີ່ເປັນບູລິມະສິດຕ່າງໆຂອງຂະແໜງການສຶກສາ ແມ່ນໄດ້ປະເຊີນກັບ 3 ບັນຫາ ແລະ ສິ່ງທ້າທາຍ. ຂະນະທີ່ ມີ 4 ປັດໄຈທີີ່ກໍ່ໃຫ້ເກີດບັນຫາເຫຼົ່ານີ້ ຊຶ່ງໄດ້ສະສົມມາຈາກສະພາບການລະບາດຂອງພະຍາດໂຄວິດ-19 ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍ້ອນປັດໄຈພາຍໃນ ແລະ ພາຍນອກຕ່າງໆ.

ອີງຕາມການນໍາສະເໜີຂອງທ່ານ ສີທອງ ສີຂາວ ຮອງຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ໃນກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົົ່ວປະເທດ ປະຈໍາສົກຮຽນ 2022-2023 ເມື່ອລະຫວ່າງວັນທີ 21-22 ສິງຫາ ຜ່ານມາ ທີ່ຫ້ອງປະຊຸມສໍານັກງານກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ບັນຫາ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຜ່ານການສຶກສາ ແລະ ຕີລາຄາສະພາບການຈັດຕັ້ງປະຕິບັດວຽກຈຸດສຸມທີີ່ເປັນບູລິມະສິດຕ່າງໆທີີ່ກໍານົດໃນແຜນ ໃນ 2 ສົກຮຽນຜ່ານມາ (ສົກ 2021-2022 ແລະ 2022-2023) ແມ່ນມີ 3 ບັນຫາ ແລະ ສິ່ງທ້າທາຍ ທີີ່ປະເຊີນຢູ່ ຄື: ການເຂົ້າຮຽນຫຼຸດລົງໃນທຸກຊັັ້ນທຸກສາຍ, ການປະລະການຮຽນເພີ່ມຂຶ້ນ; ຄຸນນະພາບ ຫຼື ຜົນການຮຽນຂອງນັກຮຽນຕໍ່າ ທຽບໃສ່ມາດຕະຖານຂອງຫຼັກສູດ; ປະສິດທິພາບໃນການນໍາໃຊ້ຊັບພະຍາກອນຍັງບໍ່ສູງເທົ່າທີ່ຄວນ.

ທັງນີ້, ປັດໄຈ ແລະ ສາເຫດທີີ່ກໍ່ໃຫ້ເກີດບັນຫາເຫຼົ່ານີ້ ແມ່ນສະສົມມາຈາກສະພາບການລະບາດຂອງພະຍາດໂຄວິດ-19 ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍ້ອນປັດໄຈພາຍໃນ ແລະ ພາຍນອກຕ່າງໆ ໂດຍສະເພາະແມ່ນ ປັດໄຈດ້ານພູມສາດ ແລະ ສະຖານການສຶກສາ ຊຶ່ງມີບາງເຂດ, ບາງບ້ານ ໂຮງຮຽນຕັ້ງຢູ່ໄກບ້ານ ເຮັດໃຫ້ການໄປໂຮງຮຽນມີຄວາມຫຍຸ້ງຍາກ, ໂຮງຮຽນມັດທະຍົມບໍ່ມີຫໍພັກໃຫ້ນັກຮຽນທີີ່ຢູ່ບ້ານໄກ, ນັກຮຽນຍັງນ້ອຍບໍ່ສາມາດທຽວໄປຮຽນໄດ້, ສະຖານການສຶກສາຂາດອຸປະກອນສິລະປະ, ກິລາ ແລະ ເຄື່ອງທົດລອງວິທະຍາສາດ ເຮັດໃຫ້ຂາດແຮງຈູງໃຈໃຫ້ເດັກມາຮຽນປົກກະຕິ, ສະພາບແວດລ້ອມຂອງໂຮງຮຽນບໍ່ເປັນທີີ່ດຶງດູດຈິດໃຈນັກຮຽນ, ອາຄານສະຖານທີີ່ເປ່ເພ,ໂຕະຕັ່ງບໍ່ພຽງພໍ; ປັດໄຈຜູ້ບໍລິຫານການສຶກສາ, ຄູສອນ ແລະ ນັກຮຽນ ຊຶ່ງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງຜູ້ບໍລິຫານການສຶກສາຈໍານວນໜຶ່ງ ໃນການຈັດຕັ້ງປະຕິບັດໜ້າທີີ່ຂອງຕົນຍັງບໍ່ສູງ, ການລົງຊຸກຍູ້ຕິດຕາມການຈັດການສຶກສາຂອງຜູ້ບໍລິຫານການສຶກສາຂັ້ນກະຊວງ, ຂັ້ນແຂວງ ແລະ ຂັ້ນເມືອງຈໍານວນໜຶ່ງຍັງບໍໍ່ທັນມີຈຸດສຸມ ແລະ ເຮັດເປັນປົກກະຕິ ອັນເນື່ອງມາຈາກຂາດປັດໄຈອໍານວຍຄວາມສະດວກ, ການປະສານສົມທົບລະຫວ່າງໂຮງຮຽນ ກັບ ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຜູ້ປົກຄອງນັກຮຽນບາງແຫ່ງ ຍັງບໍ່ທັນເຂັ້ມແຂງເທົ່າທີີ່ຄວນ, ການຂຶ້ນຫ້ອງຂອງຄູອາຈານຈໍານວນໜຶ່ງແມ່ນບໍ່ປົກກະຕິ ແລະ ບໍ່ທັນປະຕິບັດຕາມໂມງເວລາ, ຄວາມຮູ້ຕໍ່ກັບຫຼັກສູດ ແລະ ວິຊາສອນຂອງຄູຍັງບໍ່ໄດ້ດີ ຍ້ອນຂາດການຝຶກອົບຮົມ ຫຼື ການຝຶກອົບຮົມ ຍັງບໍ່ທົ່ວເຖິງ ແລະ ເລິກເຊິິ່ງ, ຄູບໍ່ພຽງພໍ ເຮັດໃຫ້ສອນຫຼາຍວິຊາ, ສອນຫຼາຍຫ້ອງ ແລະ ສອນຫ້ອງຄວບ ອັນນໍາໄປສູ່ຄຸນນະພາບຕໍ່າ, ບັນຫາຄອບຄົວຂອງນັກຮຽນ ເປັນຕົ້ນ ຄວາມອົບອຸ່ນ, ການສົົ່ງເສີມຂອງພໍ່ແມ່, ນັກຮຽນຕິດເກມ, ຕິດຢາເສບຕິດ, ນັກຮຽນຈໍານວນໜຶ່ງອອກໂຮງຮຽນເພື່ອສ້າງຄອບຄົວແຕ່ອາຍຸຍັງນ້ອຍ.

ປັດໄຈທາງເສດຖະກິດ-ສັງຄົມ ເປັນຕົ້ນແມ່ນ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງຄອບຄົວ, ການປະກອບອາຊີບຂອງພໍ່ແມ່/ຜູ້ປົກຄອງນັກຮຽນ ສ່ວນຫຼາຍປະກອບອາຊີບກະສິກໍາ ອີງໃສ່ທໍາມະຊາດ, ລາຍຮັບບໍ່ສົມຄູ່ກັບລາຍຈ່າຍ, ໄປອອກແຮງງານໃນເມືອງ ແລະ ຢູ່ຕ່າງປະເທດ ໄດ້ຊັກຈູງລູກຫຼານໄປນໍາ, ຄວາມເຂົ້າໃຈຂອງພໍ່ແມ່/ຜູ້ປົກຄອງຂອງນັກຮຽນຕໍ່ກັບຄວາມສໍາຄັນຂອງການສຶກສາຍັງບໍໍ່ສູງ ຊຶ່ງສະແດງອອກດ້ວຍການປຽບທຽບລູກຕົນເອງກັບຜູ້ທີີ່ຮຽນຈົບກໍ່ບໍ່ມີວຽກເຮັດງານທໍາ, ຄອບຄົວນັກຮຽນຂາດແຮງງານໃນການທໍາການຜະລິດ ແລະ ໃຫ້ລູກອອກໂຮງຮຽນເພື່ອທໍາການຜະລິດ ຫຼື ເບິ່ງນ້ອງຢູ່ເຮືອນ(ຄອບຄົວມີລູກຫຼາຍຄົນ), ການປະກອບສ່ວນຂອງພາກທຸລະກິດເຂົ້າໃນການພັດທະນາສີມືແຮງງານ ແລະ ການສະໜອງຕະຫຼາດແຮງງານຍັງບໍ່ກວ້າງຂວາງ, ການເສຍໂອກາດໃນການສ້າງລາຍຮັບໃຫ້ແກ່ຄອບຄົວ ເຮັດໃຫ້ພໍ່ແມ່ນັກຮຽນ ສົ່ງເສີມໃຫ້ລູກອອກໂຮງຮຽນ ເພື່ອໄປເຮັດວຽກຫາລາຍໄດ້ໃຫ້ຄອບຄົວ; ປັດໄຈການສະໜອງ/ປັດໄຈນໍາເຂົ້າ ຊຶ່ງງົບປະມານທີີ່ໄດ້ຮັບອະນຸມັດຍັງບໍໍ່ພຽງພໍກັບຄວາມຕ້ອງການໃນການຈັດຕັ້ງປະຕິບັດວຽກຈຸດສຸມຕ່າງໆ ເພື່ອໃຫ້ບັນລຸໄດ້ຄາດໝາຍທີີ່ກໍານົດ, ງົບປະມານທີີ່ໄດ້ຮັບສ່ວນໃຫຍ່ແມ່ນງົບປະມານເງິນເດືອນ, ສ່ວນງົບປະມານບໍລິຫານປົກກະຕິທີີ່ຈະມາຮັບໃຊ້ເຂົ້າໃນການປັບປຸງຄຸນນະພາບການຮຽນການສອນ ແລະ ປັບປຸງລະບົບການບໍລິຫານ ແລະ ຄຸ້ມຄອງການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນຍັງມີຈໍາກັດ, ການສະໜອງຕົກເລກລັດຖະກອນຄູໃໝ່ ແມ່ນບໍ່ສົມດູນກັບຕົວເລກລັດຖະກອນຄູທີີ່ອອກບໍາເນັດ, ບໍານານ ແລະ ອອກໄປໃນຮູບການຕ່າງໆ.

ໂດຍ ດາວຫວຽດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments