Tuesday, September 24, 2024
Homeສຶກສາສສກ ຈະສຸມໃສ່ 16 ຄາດໝາຍຫຼັກໃຫ້ບັນລຸໃນສົກຮຽນ 2023-2024

ສສກ ຈະສຸມໃສ່ 16 ຄາດໝາຍຫຼັກໃຫ້ບັນລຸໃນສົກຮຽນ 2023-2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈະສຸມໃສ່ຈັດຕັ້ງປະຕິບັດ 16 ຄາດໝາຍຫຼັກໃຫ້ບັນລຸ ໃນສົກຮຽນ 2023-2024 ເພື່ອເປັນການສືບຕໍ່ສົ່ງເສີມ ແລະ ຂະຫຍາຍວຽກງານການສຶກສາກ່ອນໄວຮຽນ, ຍົກສູງຄຸນນະພາບຂອງການສຶກສາຊັ້ນມັດທະຍົມສຶກສາ ແລະ ການສຶກສາຫຼັງຊັ້ນມັດທະຍົມໃຫ້ດີຂຶຶ້ນ, ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາໃໝ່ໆ ແລະ ສົ່ງເສີມວຽກງານກິລາ-ກາຍຍະກໍາ ໃຫ້ກາຍເປັນກິລາອາຊີບ.

ອີງຕາມບົດລາຍງານຂອງກົມແຜນການ ກະຊວງສຶກສາທິການ ແລະ ກິລາ ໃນກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈໍາສົກຮຽນ 2022-2023 ເມື່ອບໍ່ດົນມານີ້ ໃຫ້ຊາບວ່າ: ກະຊວງສຶກສາທິການ ແລະ ກິລາ ວາງ 16 ຄາດໝາຍຫຼັກ ໃນການສຸມໃສ່ຈັດຕັ້ງປະຕິບັດໃນສົກຮຽນ 2023-2024 ຊຶ່ງປະກອບມີ ອັດຕາເຂົ້າຮຽນຂອງເດັກ 5 ປີໃນຊັ້ນການສຶກສາກ່ອນໄວຮຽນສະເລ່ຍໃນທົ່ວປະເທດໃຫ້ບັນລຸໄດ້ 82% ຂຶ້ນໄປ; ອັດຕາເຂົ້າຮຽນໃໝ່ ປ.1 ບັນລຸໄດ້ 98% ຂຶ້ນໄປ; ອັດຕາເຂົ້າຮຽນໃໝ່ລວມ ປ.5 ໃຫ້ບັນລຸໄດ້ 97% ຂຶ້ນໄປ; ອັດຕາປະລະການຮຽນຂອງນັກຮຽນ ປ.1 ບໍ່ໃຫ້ເກີນ 4,4%; ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມ ບໍ່ໃຫ້ເກີນ 4,2%; ອັດຕາຈົບຊັ້ນປະຖົມໃຫ້ບັນລຸໄດ້ 93,5%, ອັດຕາການເລື່ອນຊັ້ນ ປ.5 ຂຶ້ນ ມ.1 ໃຫ້ບັນລຸ 85%; ດັດຊະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ໃຫ້ບັນລຸໄດ້ລະຫວ່າງ 0,97-1,03; ອັດຕາເຂົ້າຮຽນໃໝ່ລວມ ມ.4 ໃຫ້ບັນລຸ 65,5% ຂຶ້ນໄປ; ອັດຕາປະລະການຮຽນຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 11%, ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບໃຫ້ບັນລຸໄດ້ຫຼາຍກວ່າ 25.000 ຄົນ.

ນອກຈາກນີ້, ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາໃຫ້ໄດ້ຮັບການຝຶກອົບຮົມ ບໍ່ໃຫ້ຫຼຸດ 10% ຂອງຈໍານວນຄູທັງໝົດ; ສົ່ງເສີມໃຫ້ນັກສຶກສາທີີ່ສະໝັກເຂົ້າຮຽນຢູ່ມະຫາວິທະຍາໄລ ແລະ ສະຖານການສຶກສາຊັ້ນສູງຕ່າງໆ ໄດ້ເຂົ້າຮຽນໃນສາຍວິທະຍາສາດທໍາມະຊາດ, ເຕັກໂນໂລຊີ, ວິສາວະກໍາ ແລະ ຄະນິດສາດໃຫ້ໄດ້ຫຼາຍກວ່າ 2.500 ຄົນ; ນັກຮຽນທີີ່ຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບໃຫ້ບັນລຸ 2%; ສືບຕໍ່ສົ່ງເສີມມວນຊົນທຸກເພດ, ທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກໍາການແຂ່ງຂັນກິລາປະຈໍາປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ໃຫ້ໄດ້ 44% ຂອງພົນລະເມືອງລາວ; ຊຸກຍູ້ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ສໍາເລັດບໍ່ໃຫ້ຫຼຸດ 40 ຫົວຂໍ້.

ທັງນີ້, ກໍເພື່ອເປັນການສືບຕໍ່ສົ່ງເສີມ ແລະ ຂະຫຍາຍການສຶກສາກ່ອນໄວຮຽນໃຫ້ກວ້າງຂວາງ ພ້ອມທັງຮັບປະກັນດ້ານຄຸນນະພາບ; ປັບປຸງຄຸນນະພາບການຮຽນການສອນໃນຊັ້ນປະຖົມສຶກສາ ໂດຍແນໃສ່ໃຫ້ນັກຮຽນທີີ່ຮຽນຈົບແຕ່ລະຂັ້ນສາມາດອ່ານອອກຂຽນໄດ້ ແລະ ຄິດໄລ່ເລກເປັນຕາມຈຸດປະສົງຂອງຫຼັກສູດ; ເພື່ອຍົກສູງຄຸນນະພາບຂອງການສຶກສາຊັ້ນມັດທະຍົມສຶກສາ ແລະ ການສຶກສາຫຼັງຊັ້ນມັດທະຍົມໃຫ້ດີຂຶຶ້ນ ໂດຍເນັ້ນໃສ່ການສ້າງສີມືແຮງງານ ແລະ ນັກວິຊາການ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ, ພ້ອມທັງສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາໃໝ່ໆ; ສົ່ງເສີມໃຫ້ປະຊາຊົນທຸກເພດທຸກໄວຫັນມາໃສ່ໃຈການອອກກໍາລັງກາຍເພື່ອສຸຂະພາບ ແລະ ສົ່ງເສີມໃຫ້ຜູ້ທີີ່ມີພອນສະຫວັນດ້ານກິລາ-ກາຍຍະກໍາ ໃຫ້ກາຍເປັນນັກກິລາອາຊີບ; ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິຫານ ແລະ ຄຸ້ມຄອງການສຶກສາແຕ່ສູນກາງຮອດທ້ອງຖິ່ນ ລວມທັງການປັບປຸງກົງຈັກການຈັດຕັ້ງ ແລະ ຕໍາແໜ່ງງານໃຫ້ເໝາະສົມ ແລະ ເພື່ອສ້າງຄວາມເຂັ້ມແຂງວຽກງານຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາໃໝ່.

ໂດຍ ດາວຫວຽດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments