Tuesday, September 24, 2024
Homeຂ່າວຕ່າງປະເທດກຳປູເຈຍ ຕັ້ງເປົ້າໝາຍເປັນປະເທດລາຍໄດ້ສູງໃນປີ 2050

ກຳປູເຈຍ ຕັ້ງເປົ້າໝາຍເປັນປະເທດລາຍໄດ້ສູງໃນປີ 2050

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ສິງຫາ ຜ່ານມາ, ທ່ານ ຮຸນ ມາແນດ ນາຍົກລັດຖະມົນ ຕີກຳປູເຈຍ ໄດ້ປະກາດຕັ້ງເປົ້າໝາຍໃຫ້ປະເທດ ເປັນປະເທດທີ່ມີລາຍໄດ້ສູງພາຍໃນປີ 2050. ທ່ານ ຮຸນ ມາແນດ ກ່າວວ່າ: ການປະຕິຮູບເສດຖະກິດເປັນວົງກວ້າງ ເພື່ອບັນລຸເປົ້າໝາຍໃນການເຮັດໃຫ້ກຳປູເຈຍເປັນປະເທດທີ່ມີລາຍໄດ້ສູງພາຍໃນປີ 2050 ຈຶ່ງຖືໄດ້ວ່ານັບຈາກນີ້ ເປັນໄລຍະເວລາແຫ່ງການປ່ຽນຜ່ານທີ່ສຳຄັນຂອງກຳປູເຈຍ ໂດຍທ່ານນາຍົກລັດຖະມົນຕີກຳປູເຈຍໃຫ້ຄຳສັນຍາວ່າຈະເພີ່ມການເຂົ້າເຖິງສາທາລະນະສຸກ ແລະ ການສຶກສາ ຕະຫຼອດຈົນຮອດການເພີ່ມຄວາມຈິງຈັງໃນການຮັບມື ແລະ ແກ້ໄຂສະຖານະການທ່າມກາງພາວະການປ່ຽນແປງຂອງສະພາບອາກາດໂລກ. ນອກຈາກນີ້, ທ່ານ ມາແນດ ຍັງໄດ້ກ່າວເຖິງເປົ້າໝາຍການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດໃຫ້ສະເລ່ຍຢູ່ທີ່ປີລະ 7% ມຸ່ງເນັ້ນການຫຼຸດຜ່ອນຄວາມທຸກຍາກ ແລະ ຄວາມປອດໄພທາງອາຫານ ໂດຍເນັ້ນວ່າຈະບໍ່ຖິ້ມໃຜໄວ້ຂ້າງຫຼັງ.

ເຖິງຢ່າງໃດກໍຕາມ, ມີການວິເຄາະວ່າ ແນວທາງທັງໝົດທີ່ປະກາດອອກມາຍັງບໍ່ທັນມີລາຍລະອຽດ ແລະ ຍັງຄົງຕ້ອງໃຊ້ເວລາອີກດົນໃນທາງປະຕິບັດ ເມື່ອອີງຕາມກົດເກນຂອງທະນາຄານໂລກ (WB) ທີ່ນິຍາມການເປັນປະເທດມີລາຍໄດ້ສູງຕ້ອງມີລວມຍອດລາຍໄດ້ແຫ່ງຊາດ (GNI) ບໍ່ຕໍ່າກວ່າ 13.846 ໂດລາ ແຕ່ GNI ຂອງກຳປູເຈຍໃນປີທີ່ຜ່ານມາຢູ່ທີ່ 1.700 ໂດລາ ເທົ່ານັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments