ໃນວັນທີ 24 ມິຖຸນາ ນີ້ ຄະນະໂຄສະນາອົບຮົມສູກາງພັກ (ຄອສພ) ໄດ້ຈັດງານສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຄື: ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນ ທາງການທູດ ຄົບຮອບ 60 ປີ ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູກາງພັກ, ໃຫ້ກຽດເຂົ້າຮ່ວມປາຖະກະກາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ມີແຂກ​ຖືກ​ເຊີນ ພ້ອມດ້ວຍພະນັກງານພາຍໃນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນ ຄວາມໝາຍ-ຄວາມສຳຄັນຂອງ ສາຍພົວພັນຮ່ວມມື ລາວ-ຫວຽດນາມ ນັບ​ແຕ່​ສອງ​ປະ​ເທດລາວ-ຫວຽດນາມ ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ ​ທາງ​ການ​ທູດ ​ແລະ ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື, ລາວ-ຫວຽດນາມ ໄດ້ກາຍເປັນສອງປະເທດອ້າຍນ້ອງທີ່ມີຄວາມໃກ້ຊິດສະໜິດສະໜົົມ ມີຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວ ແລະ ມີມູນເຊື້ຶອອັນດີງາມມາຕັ້ງແຕ່ດົນນານແລ້ວ ຜ່ານໄລຍະປະຫວັດສາດອັນລະອິດລະອ້ຽວ ການ​ພົວພັນ​ແບບ​ພິ​ເສດ​ຕະຫຼອດໄລຍະຜ່ານມາ ຈົນເຖິງປັດຈຸບັນ ພັກ,ລັດ ແລະ ປະຊາຊົນທັງສອງປະເທດມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຈິງໃຈ ໃນການຮ່ວມມືຊ່ວຍເຫຼືອ​ຊຶ່ງ​ກັນ​ ແລະ ​ກັນ ຢ່າງສະເໝີຕົ້ນສະເໝີປາຍ, ການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ບໍລິສຸດຜຸດຜ່ອງ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ວຽດນາມ-ລາວ ຈຶ່ງສືບຕໍ່ໄດ້ຮັບການປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີຮັກແພງ ໃນທາງທີ່ດີ ແລະ ພັດທະນາຢ່າງແຂງແຮງ ແລະ ບໍ່ຢຸດຢັ້ງສົ່ງຕໍ່ຈາກຄົນຮຸ່ນກ່ອນສູ່ຄົນຮຸ່ນຫຼັງ ແລະ ຮຸ່ນຕໍ່ໆໄປ ເພື່ອປະຊາຊົນທັງສອງປະເທດ ມີຄວາມສີວິໄລ ແລະ ຄວາມຜາສຸກ ບົນເສັ້ນທາງກ້າວເຂົ້າສູ່ສັງຄົມນິຍົມເທື່ອລະກ້າວ.

ໃນໂອກາດສະເຫຼີມສະຫຼອງວັນດັ່ງກ່າວ, ທ່ານ ລາວປາວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູກາງພັກ ໄດ້ລາຍງານໃຫ້ຮູ້ວ່າ: ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ໄດ້​ຜັນ​ຂະຫຍາຍ 8 ກິດ​ຈະ​ກໍາ​ໃຫຍ່​ລະດັບ​ຊາດ ມາ​ເປັນ 10 ກິດ​ຈະ​ກໍາ​ສະເພາະ​ຂອງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ຄື: ສ້າງ​ເອກະສານ ແລະ ແຈ້ງ​ການ​ກ່ຽວ​ກັບ​ການ​ໂຄສະ​ນາ​-​ປາຖະກະຖາ​ກ່ຽວ​ກັບ​ສາຍ​ພົວພັນ ລາວ​-​ຫວຽດນາມ; ເຜີຍແຜ່​ປຶ້ມ​ປະຫວັດສາດ ສາຍ​ພົວພັນ​ລາວ​-​ຫວຽດນາມ: ຈັດ​ພິມ​ປຶ້​ມ​ຕາມ​ຮອຍ​ປະຫວັດສາດ​ສືບ​ສານ​ມູນເຊື້ອ​ບົນ​ເສັ້ນທາງ​ໂຮ່​ຈິ​ມິນ ບົນ​ຜືນ​ແຜ່ນດິນ​ລາວ (ສະບັບ​ພາສາ​ລາວ ແລະ ພາສາ​ຫວຽດນາມ); ​ປຸກ​ລະດົມ​ຂະບວນ​ການ​ສຶກສາ​ອົບຮົມ​ແນວ​ຄິດ ໃຫ້​ປະຊາຊົນ​ລຽບ​ຕາມ​ຊາຍ​ແດນ ລາວ​-​ຫວຽດນາມ; ສົມ ທົບ​ກັບ​ ກະຊວງ​ຖະແຫຼງ​ຂ່າວ, ວັດ​ທະ​ນະ​ທໍາ ແລະ ທ່ອງ​ທ່ຽວ ແລະ ສະມາຄົມ​ນັກ​ປະພັນ​ລາວ ຈັດ​ກິດ​ຈະ​ກໍາ​ແຂ່ງຂັນ​ກວດ​ສອບ: ບົດ​ເລື່ອງສັ້ນ, ບົດ​ເລື່ອງ​ຍາວ, ບົດ​ບັນທຶກ​ຄວາມ​ຊົງ​ຈໍາ, ບົດ​ກະວີ, ກາບກອນ​ທີ່​ກ່ຽວ​ພັນ​ເຖິງ​ສາຍ​ພົວພັນ ລາວ​-​ຫວຽດນາມ; ສົມທົບ​ກັບ​ກະຊວງ​ສຶກສາ​ທິ​ການ ແລະ ກິລາ, ສູນ​ກາງ​ຊາວ​ໜຸ່ມ ປປ ລາວ ແລະ ພາກສ່ວນ​ກ່ຽວຂ້ອງ​ຈັດ​ກິດ​ຈະ​ກໍາ​ຖາມ​-​ຕອບ​ແບບ​ເຊິ່ງໜ້າ ແລະ ແບບ​ຜ່ານ​ສື່​ມວນ​ຊົນ ທີ່​ກ່ຽວ​ພັນ​ເຖິງ​ສາຍ​ພົວພັນ ລາວ – ຫວຽດນາມ ຢູ່​ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆ ໃນ​ທົ່ວ​ປະ​ເທດ; ຮ່າງ​ບົດ​ສູນ​ທອນ​ພົດ​ໃຫ້​ການ​ນໍາ​ກ່າວ ໃນ​ພິທີ​ໂຮມ​ຊຸມນຸມ​ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດຕະພາບ ແລະ ບົດ​ກາບກອນ​ໃຫ້​ເຍົາວະ​ຊົນ​ອ່ານ ໃນ​ພິທີ​ດັ່ງ​ກ່າວ; ປຸກລະດົມ​ໃນ​ການ​ຂຽນ​ບົດ​ກອນ, ບົດ​ນໍາ, ຂຽນ​ຂ່າວ ແລະ ການ​ແປ​ບົດ​ຕ່າງໆ ທີ່​ກ່ຽວ​ພັນ​ເຖິງ​ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ, ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ​-​ຫວຽດນາມ ລົງ​ສື່​ຕ່າງໆເປັນ​ປົກ​ກະ​ຕິ; ຈັດ​ສໍາ​ມະ​ນາ​ວິທະຍາສາດ ກ່ຽວ​ກັບ​ການ​ພົວພັນ ລາວ​-​ຫວຽດນາມ 2 ຄັ້ງ (ສໍາ​ມະ​ນາ​ພາຍ​ໃນ 1 ຄັ້ງ ແລະ ສໍາ​ມະ​ນາ​ລະຫວ່າງ​ສອງ​ພັກ ລາວ​-​ຫວຽດນາມ 1 ຄັ້ງ); ຈັດ​ຕັ້ງ​ການ​ຢ້ຽມຢາມ, ພົບ​ປະ, ແລກປ່ຽນ​ບົດຮຽນ ລະຫວ່າງ ຄະ​ນະ​ນໍາ​ສອງ​ຄະນະ​ໂຄສະນາ​ສູນກາງ​ພັກ ລາວ​-​ຫວຽດນາມ 2 ຄັ້ງ (ຢູ່​ລາວ ແລະ ຢູ່​ຫວຽດນາມ) ແລະ ສົມທົບ​ກັບ​ກະຊວງ​ພາຍ​ໃນ ກ່ຽວ​ກັບ​ການ​ຍ້ອງຍໍ​ບຸກຄົນ ແລະ ຄະນະ​ໂຄສະນາ​ອົບຮົມ​ໃນ​ຂອບ​ເຂດ ທົ່ວ​ປະ​ເທດ.

ຂ່າວ-ພາບ: ແສງຈັນ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here