Monday, September 23, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ໂອ້ລົມໂທລະສັບ ກັບ ນາຍົກລັດຖະມົນຕີໄທ

ນາຍົກລັດຖະມົນຕີ ໂອ້ລົມໂທລະສັບ ກັບ ນາຍົກລັດຖະມົນຕີໄທ

ໃນຕອນບ່າຍຂອງວັນທີ 28 ສິງຫາ 2023, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມໂທລະສັບກັບ ທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ເສດຖາ ທະວີສິນ, ທີ່ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນໄທ ແລະ ລັດຖະສະພາເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການທີ່ກວ້າງຂວາງ ພາຍໃຕ້ການບໍລິຫານງານຂອງພະນະທ່ານ ຣາຊະອານາຈັກໄທ ກໍຄືປະຊາຊົນໄທ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ພັດທະນາຍິ່ງໆຂຶ້ນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ທີ່ມີມາແຕ່ດົນນານ ແລະ ໄດ້ຮັບການເສີມຫຍາຍຂຶ້ນເປັນກ້າວໆມາ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 19 ທັນວາ 1950 (73 ປີ) ແລະ ໃນການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນປີ 2022 ຜ່ານມາ.

ການໂອ້ລົມໂທລະສັບຄັ້ງນີ້ ທ່ານນາຍົກລັດຖະມົນຕີທັງສອງປະເທດ ໄດ້ມີການແລກປ່ຽນຄວາມຄິດເຫັນເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ, ເຊິ່ງມີຄວາມເປັນເອກະພາບຮ່ວມກັນໃນການສືບຕໍ່ຮ່ວມມືທາງດ້ານເສດຖະກິດ, ສ້າງສະພາບແວດລ້ອມໃຫ້ແກ່ການຄ້າ-ການລົງທຶນ ບົນພື້ນຖານເພິ່ງພາເຊິ່ງກັນ ແລະ ກັນ ແລະ ຍືນຍົງ ໂດຍສະເພາະເລັ່ງໃສ່ການພັດທະນາພື້ນຖານໂຄງລ່າງ, ການເຊື່ອມໂຍງ-ເຊື່ອມຈອດກັບ ພາກພື້ນ-ອະນຸພາກພື້ນ ເຊັ່ນ: ການພັດທະນາເສັ້ນທາງ, ການເຊື່ອມຈອດລະບົບລາງ, ຂົວມິດຕະພາບ, ການເຊື່່ອມຈອດຕາຂ່າຍໄຟຟ້າ ແລະ ອື່ນໆໃຫ້ມີຄວາມລ່ວງລ່ຽນ. ນອກນີ້, ທັງສອງປະເທດ ຈະສືບຕໍ່ຮ່ວມມືກັນທາງດ້ານພະລັງງານໄຟຟ້າສະອາດ ເພື່ອສ້າງຄວາມໝັ້ນຄົງທາງດ້ານພະລັງງານ ແລະ ຕອບສະໜອງໃຫ້ແກ່ການພັດທະອຸດສາຫະກໍາ ລວມທັງການສະໜອງພະລັງງານໃຫ້ແກ່ປະເທດທີ 3 ຕາມແຜນພັດທະນາ ແລະ ເຊື່ອມໂຍງຕາຂ່າຍໄຟຟ້າຂອງອາຊຽນເທື່ອລະກ້າວ ລວມທັງການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024.

ພ້ອມດຽວກັນ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ທ່ານນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງ ທ່ານນາຍົກລັດຖະມົນຕີໄທ ສະແດງຄວາມຂອບໃຈທີ່ໄດ້ພົບປະໂອ້ລົມທາງໂທລະສັບຄັງນີ້ ແລະ ຍິນດີທີ່ຈະເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພາຍຫຼັງປະກອບຄະນະລັດຖະບານເຂົ້າບໍລິຫານປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments