Monday, September 23, 2024
Homeຂ່າວໜ້າໜຶ່ງຄະນະນໍາກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 78 ປີ

ຄະນະນໍາກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 78 ປີ

ໃນຕອນເຊົ້າຂອງວັນທີ 28 ສິງຫາ 2023, ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 78 ປີ (02/09/ 1945-02/09/2023) ແລະ ວັນການທູດຫວຽດນາມ ຄົບຮອບ 78 ປີ (28/08/1945-28/08/2023), ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ໃນໂອກາດນີ້, ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍເນື່ອງໃນໂອກາດວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 78 ປີ ມາຍັງ ສະຫາຍ ເອກອັກຄະລັດຖະທູດ, ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍທູດ ໄປຍັງຄະນະນໍາ ແລະ ບັນດາອ້າຍນ້ອງພະນັກງານກະຊວງການຕ່າງປະເທດຂອງຫວຽດນາມ, ເຊິ່ງຕະຫຼອດໄລຍະ 78 ປີ ແຫ່ງ ການສ້າງຕັ້ງ ສສ ຫວຽດນາມ, ສະຫາຍຫວຽດນາມ ສາມາດຍາດໄດ້ຜົນສຳເລັດໃຫຍ່ຫຼວງໃນຫຼາຍດ້ານ, ໂດຍສະເພາະແມ່ນໄລຍະ 37 ປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພານັ້ນ, ອ້າຍນ້ອງຫວຽດນາມຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໂດຍສະເພາະໃນການຈັດຕັ້ງ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ຂະແໜງການຕ່າງປະເທດຫວຽດນາມ ຍາດມາໄດ້ຕະຫຼອດໄລຍະ 78 ປີ ຜ່ານມາ, ເຊິ່ງເປັນຂະແໜງການນໍາໜ້າພາທາງທີ່ເຂັ້ມແຂງ, ເຮັດໃຫ້ບົດບາດຊື່ສຽງ ແລະ ອິດທິພົນຂອງຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ມີຄຸນຄ່າຂອງສະຫາຍຫວຽດນາມຕໍ່ ສປປ ລາວ ໃນໄລຍະຜ່ານມາ; ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ການຮ່ວມມື ແລະ ປະກອບສ່ວນ ຂອງສະຖານທູດ ໂດຍສະເພາະສະຫາຍທູດເອງ ໃນການປະສານ ແລະ ອຳນວຍຄວາມສະດວກໃນໄລຍະຜ່ານມາ ອັນເຮັດໃຫ້ການຢ້ຽມຢາມເຄື່ອນໄຫວຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ລວມທັງໄດ້ຊຸກຍູ້ໃຫ້ຫຼາຍໂຄງການຮ່ວມມືສອງຝ່າຍມີຄວາມຄືບໜ້າ ແລະ ສໍາເລັດຜົນເປັນກ້າວໆມາ, ເຊິ່ງປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ.

ໃນໂອກາດດຽວກັນນີ້, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍພອນອັນປະເສີດ, ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມ ຈາກ ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ແລະ ຄະນະຈາກກະຊວງການຕ່າງປະເທດລາວ ທີ່ມາອວຍພອນໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຖານທູດ ກໍ່ຄື ກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ຮັກສາມູນເຊື້ອການພົວພັນອັນສະໜິດແໜ້ນ ກັບກະຊວງການຕ່າງປະເທດລາວ ເພື່ອຮ່ວມກັນ ຈັດຕັ້ງຜັນຂະຫຍາຍ ບັນດາວຽກງານທີ່ຂັ້ນເທິງໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments