Sunday, September 22, 2024
Homeຂ່າວຕ່າງປະເທດຍາດແຍ່ງໂອກາດໃນບັນດາຂະແໜງການຜະລິດສີຂຽວ

ຍາດແຍ່ງໂອກາດໃນບັນດາຂະແໜງການຜະລິດສີຂຽວ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ການແຂ່ງຂັນສີຂຽວທົ່ວໂລກ, ຈາກຍຸດທະສາດຕະຫຼອດຮອດການປະຕິບັດດຳເນີນທຸລະກິດແບບຍືນຍົງ ແມ່ນຫົວຂໍ້ຂອງເວທີປາໄສວິສາຫະກິດພັດທະນາແບບຍືນຍົງ ຫວຽດນາມ (VCSF) 2023 ທີ່ໄດ້ດຳເນີນໃນວັນທີ 23 ສິງຫາ ຜ່ານມາ ຢູ່ ຮ່າໂນ້ຍ. ນີ້ແມ່ນຄັ້ງທີ 10 ທີ່ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັບສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ (VBCSD) ຈັດຕັ້ງຂຶ້ນ.

ຂ່າວລະບຸວ່າ: ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມຄົບຄະນະຂອງເວທີປາໄສ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ: ການພັດທະນາແບບຍືນຍົງຕ້ອງຕິດພັນກັບການພັດທະນາກວມລວມໃນ 3 ເສົາຄ້ຳ: ພັດທະນາເສດຖະກິດແບບຍືນຍົງ, ພັດທະນາສັງຄົມ, ວັດທະນະທຳ-ມະນຸດແບບຍືນຍົງ ແລະ ພັດທະນາສິ່ງແວດລ້ອມແບບຍືນຍົງ. ທ່ານຍັງໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ລັດຖະບານຈະສືບຕໍ່ຊີ້ນຳປະຕິບັດບັນດາມາດຕະການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຢ່າງມີປະສິດທິຜົນໃນທຸກຂົງເຂດ.

ໃນເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນຈຸດສຸມຄື: ຊຸກຍູ້ການຜັນຂະຫຍາຍຮູບແບບເສດຖະກິດໝູນວຽນ, ປ່ອຍອາຍພິດລົງລະດັບຕ່ຳ, ສ້າງລະບົບສະໜອງສີຂຽວ, ຫັນປ່ຽນພະລັງງານແບບຍືນຍົງ, ພັດທະນາເສດຖະກິດທະເລສີຂຽວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments