Monday, September 23, 2024
Homeຂ່າວດ່ວນຊົມເຊີຍປະຊາຊົນໃນຫຼາຍທ້ອງຖິ່ນຂອງເມືອງອາດສະພອນ ພ້ອມກັນສ້ອມແປງເສັ້ນທາງຄືນໃໝ່

ຊົມເຊີຍປະຊາຊົນໃນຫຼາຍທ້ອງຖິ່ນຂອງເມືອງອາດສະພອນ ພ້ອມກັນສ້ອມແປງເສັ້ນທາງຄືນໃໝ່

ໃນໄລຍະວັນທີ 18- 21 ສິງຫາ 2023 ນີ້, ທາງອໍານາດການປົກຄອງ ເມືອງອາດສະພອນ, ຈຸດສຸມ-ກຸ່ມບ້ານ, ອຳນາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນຫຼາຍບ້ານ ຫຼາຍທ້ອງຖິ່ນ ພາຍໃນເມືອງ ຈຶ່ງພ້ອມພາກັນສ້ອມແປງເສັ້ນທາງຄືນໃໝ່ຫຼາຍຈຸດເຊັ່ນ: ເສັ້ນທາງຈາກບ້ານ ດົງນາງາມ ເຂົ້າຫາເມືອງ ແມ່ນໄດ້ມີການວາງເປົາດິນຊາຍກັ້ນນ້ຳໄວ້, ຖົມຂຸມແຕ່ລະຈຸດຕາມເສັ້ນທາງ ເພື່ອສະດວກໃນການສັນຈອນໄປມາ ໂດຍການນຳພາຂອງ ທ່ານ ສີວິໄລ ສີທຳມະວັນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ເສັ້ນທາງແຕ່ຈຸດສຸມນາເລົ່າ ໄປຫາ ບ້ານນາຂາມ ໂດຍການນຳພາຂອງ ທ່ານ ສະຫງວນ ຮົ່ມໂພສີ ເລຂາຄະນະພັກຮາກຖານ ຫົວໜ້າຈຸດສຸມນາເລົ່າ.

ເສັ້ນທາງເລກທີ 10 ໃນຂອບເຂດຮັບຜິດຊອບຂອງບ້ານນາແຄ ນຳພາໂດຍທ່ານ ນວນຕາ ພັນທິລາດ ນາຍບ້ານນາແຄ, ເສັ້ນທາງແຕ່ຫົວຂົວຫ້ວຍສັງຄຽງ ຫາບ້ານໜອງເດີ່ນ ນຳພາໂດຍທ່ານ ພອນວິໄລ ມະດາໄລ ນາຍບ້ານ ໜອງເດີ່ນ ແລະຢູ່ທີ່ບ້ານບຶງຜະເໜາະ ກໍ່ໄດ້ມີການສ້ອມແປງເສັ້ນທາງ ແລະຂົວເຂົ້າບ້ານຂອງຕົນ ໂດຍການນຳພາຂອງ ທ່ານ ນາຍບ້ານບຶງຜະເໜາະ. ທັງນີ້ກໍ່ເພື່ອເຮັດໃຫ້ການສັນຈອນ ໄປມາຫາສູ່ລະຫວ່າງບ້ານຕໍ່ບ້ານ ແລະ ບ້ານຫາເມືອງສະດວກສະບາຍຂຶ້ນ.

CR: ເມືອງອາດສະພອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments