Tuesday, September 24, 2024
Homeຂ່າວກິລາສື່ອັງກິດ ເຜີຍແຜ່ຂ່າວກາຕາ ໃກ້ປິດຂໍ້ຕົກລົງຊື້ກິດຈະການ ແມນຢູ ສໍາເລັດ

ສື່ອັງກິດ ເຜີຍແຜ່ຂ່າວກາຕາ ໃກ້ປິດຂໍ້ຕົກລົງຊື້ກິດຈະການ ແມນຢູ ສໍາເລັດ

ແມນເຊັສເຕີ ຢູໄນເຕັດ ກຽມໄດ້ປ່ຽນເຈົ້າຂອງສະໂມສອນໃໝ່ໃນໄວໆນີ້ ພາຍຫຼັງຄອບຄົວ ເກວເຊີ ຕົກລົງຮັບຂໍ້ສະເໜີມູນຄ່າມະຫາສານຈາກທາງທ່ານ ຊິກ ຢ່າຊິມ ບິນ ຮາໝັດ ອັລ ທານີ ແຫ່ງກາຕາຮຽບຮ້ອຍແລ້ວ.

ສື່ອັງກິດກະຈາຍຂ່າວວ່າ ແມນເຊັສເຕີ ຢູໄນເຕັດ ກຽມໄດ້ປ່ຽນເຈົ້າຂອງສະໂມສອນໃໝ່ຢ່າງເປັນທາງການໃນອີກບໍ່ດົນເກີນໄປພາຍຫຼັງຄອບຄົວ ເກວເຊີ ຕົກລົງຮັບເອົາຂໍ້ສະເໜີມູນຄ່າມະຫາສານຈາກທາງທ່ານ ຊິກ ຢ່າຊິມ ບິນ ຮາໝັດ ອັລ ທານີ ແຫ່ງກາຕາ ຮຽບຮ້ອຍແລ້ວ ດ້ວຍມູນຄ່າ 6 ຕື້ປອນ.

ຄອບຄົວ ເກວເຊີ ເຈົ້າຂອງທີມ ແມນເຊສເຕີ ຢູໄນເຕັດ ປະກາດຫາຜູ້ຮ່ວມລົງທຶນໃໝ່ ລວມເຖິງການຂາຍສະໂມສອນມາຕັ້ງແຕ່ເດືອນພະຈິກປີທີ່ຜ່ານມາ ເຊິ່ງກໍມີກຸ່ມທຶນຕ່າງໆຍື່ນຂໍ້ສະເໜີເຂົ້າມາແລ້ວຫຼາຍຄັ້ງ.

ທີ່ຜ່ານມາ ມີ 2 ກຸ່ມທຶນທີ່ເປັນຕົວເກງໃນການຄອບຄອງສະໂມສອນ ຄືທ່ານ ຊິກ ຢ່າຊິມ ບິນ ຮາໝັດ ອັລ ທານີ ຂອງກາຕາ ແລະ ນັກທຸລະກິດຊາວອັງກິດ ທ່ານ ເຊີ ຈິມ ແຣດຄລິຟ ເຈົ້າຂອງທຸລະກິດພະລັງງານແຖວໜ້າ ເຊິ່ງຍື່ນຂໍ້ສະເໜີເຂົ້າມາໃກ້ຄຽງກັນທີ່ປະມານ 5 ຕື້ປອນ, ແຕ່ບໍ່ສາມາດປິດຂໍ້ຕົກລົງກັນໄດ້ຈົນຮອດມື້ນີ້.

ຢ່າງໃດກໍຕາມ, ຫຼ້າສຸດ The Sun ກະຈາຍຂ່າວໃຫຍ່ວ່າ ທ່ານ ຊິກ ຢ່າຊິມ ບິນ ຮາໝັດ ອັລ ທານີ ໄເປັນຝ່າຍເອົາຊະນະທ່ານ ເຊີ ຈິມ ໄດ້ແລ້ວໃນການເຂົ້າຊື້ສະໂມສອນ ແມນເຊັສເຕີ ຢູໄນເຕັດ ດ້ວຍມູນຄ່າ 6 ຕື້ປອນ ແລະ ຂະບວນການຈະສຳເລັດໃນກາງເດືອນຕຸລານີ້.

ໃນເວລານີ້, ທາງທ່ານ ຊິກ ຢ່າຊິມ ບິນ ຮາໝັດ ອັລ ທານີ ເຊິ່ງຕ້ອງການທີ່ຈະຄອບຄອງສະໂມສອນແບບ 100% ນັ້ນ ກໍາລັງເຂົ້າສູ່ຂັ້ນຕອນສຸດທ້າຍຂອງການກວດສອບສະຖານະກັບສະໂມສອນ ເຊິ່ງເຮັດໃຫ້ອາດມີການຢືນຢັນເລື່ອງເຈົ້າຂອງໃໝ່ ແມນເຊສເຕີ ຢູໄນເຕັດ ຢ່າງເປັນທາງການ ໃນຕົ້ນເດືອນກັນຍານີ້ເລີຍ.

ນອກຈາກນີ້ ຫາກວ່າຂັ້ນຕອນ ສາມາດລຸລ່ວງໄດ້ດ້ວຍດີພາຍໃນເວລາທີ່ກຳນົດໄວ້ ກໍມີສິດທີ່ຈະເຮັດໃຫ້ ເອຣິກ ເທນ ຮາກ ຄູຝຶກສອນຊາວໂຮນລັງຂອງທີມ ແມນຢູ ສາມາດໃຊ້ເງິນຊື້ຂາຍໄດ້ຢ່າງສະໜັ່ນຫວັ່ນໄຫວໃນໄລຍະເປີດຕະຫຼາດລະດູໜາວເດືອນມັງກອນປີໜ້າ ເຖິງແມ່ນວ່າໃນລັກສະນະດຽວກັນ ກໍຍັງຕ້ອງຄໍານຶງເຖິງກົດລະບຽບທາງດ້ານການເງິນ FFP ດ້ວຍເຊັ່ນກັນກໍຕາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments