Tuesday, September 24, 2024
Homeຂ່າວພາຍໃນເນື່ອງໃນ​ໂອກາດ "ວັນ​ແພດ​ຈີນ" ຄັ້ງທີ VI ຄະນະນາຍແພດຜູ້ຊ່ຽວຊານຈີນ

ເນື່ອງໃນ​ໂອກາດ “ວັນ​ແພດ​ຈີນ” ຄັ້ງທີ VI ຄະນະນາຍແພດຜູ້ຊ່ຽວຊານຈີນ

ຈັດກິດຈະກໍາ “ກວດສຸຂະພາບດ້ວຍຮັກ” ໃຫ້ແກ່ພະນັກງານທາງລົດໄຟໂດຍບໍ່ເສຍຄ່າ

​ເພື່ອຮັບປະກັນໃຫ້​ພະນັກງານ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນມີ​ສຸຂະພາບ​ທີ່ແຂງແຮງ, ມີຄວາມພ້ອມ ແລະ ກຳລັງຫ້າວຫັນ​ໃນການປະຕິບັດໜ້າທີ່, ໃນວັນທີ 19 ສິງຫາທີ່ຜ່ານມາ, ເນື່ອງ​ໃນ​ໂອກາດ “ວັນ​ແພດ​ຈີນ” ຄັ້ງທີ VI, ບໍລິສັດ​ທາງ​ລົດ​ໄຟລາວ-ຈີນ ໄດ້ເຊີນຄະນະທີມແພດຈີນຜູ້ຊ່ຽວຊານ ຈຳນວນ 8 ທ່ານທີ່ມາຊ່ວຍເຫຼືອຢູ່ລາວເດີນທາງ​ຈາກສະຖານີ​ນະຄອນຫຼວງວຽງຈັນໄປຍັງສະຖານີວັງ​ວຽງ​ ເພື່ອຈັດ​ກິດຈະກຳ​ປິ່ນປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ພະນັກງານ​ທາງລົດໄຟ. ກິດຈະກຳດຳເນີນໄປດ້ວຍບັນຍາກາດອົບອຸ່ນ ແລະ ຄວາມເອົາໃຈໃສ່ຂອງແພດໝໍໃນການກວດພະຍາດໃຫ້ແກ່ພະນັກງານທົ່ວໜ້າ, ພໍແຕ່ມາຮອດສະຖານີວັງວຽງ, ທີມແພດຈີນຜູ້ຊ່ຽວຊານກໍຮີບລົງຈາກລົດ ແລະ ເລີ່ມກວດສຸຂະພາບຢ່າງວ່ອງໄວໃຫ້ແກ່ພະນັກງານທາງລົດໄຟທີ່ມາລໍຖ້າຢູ່ໃນຫ້ອງລໍຖ້າຂອງສະຖານີວັງວຽງ.

ທີມຜູ້ຊ່ຽວຊານແພດໝໍໄດ້ວັດແທກຄວາມດັນເລືອດ, ອັດຕາການເຕັ້ນຫົວໃຈຂອງພະນັກງານແຕ່ລະຄົນ, ໃຫ້ຄຳປຶກສາບັນຫາສຸຂະພາບ, ຮັບຟັງເຖິງປະຫວັດຂອງຄົນເຈັບ ແລະ ແນະນຳວິທີການໃຊ້ຢາໃຫ້ແກ່ຄົນເຈັບຢ່າງລະອຽດ, ພ້ອມທັງໃຫ້ຄວາມຮູ້ດ້ານການປະຖົມພະຍາບານເບື້ອງຕົ້ນເຊັ່ນ: ການເຮັດ PCR; ເຜີຍແຜ່ຄວາມຮູ້ ແລະ ຂໍ້ຄວນລະວັງໃນການປ້ອງກັນພະຍາດທີ່ມັກເກີດໃນສະພາບອາກາດຮ້ອນເຊັ່ນ: ພະຍາດລົມແດດ, ໄຂ້ເລືອດອອກເປັນຕົ້ນ; ນອກນີ້, ກໍໃຫ້ຄວາມຮູ້ດ້ານການຮັກສາສຸຂະພາບ ແລະ ອາຫານການກິນເພື່ອປ້ອງກັນພະຍາດຊ້ຳເຮື້ອຕ່າງໆເຊັ່ນ: ພະຍາດຄວາມດັນເລືອດສູງ ແລະ ພະຍາດເບົາຫວານ; ພ້ອມທັງໄດ້ວິເຄາະເຖິງສາເຫດຂອງການເກີດຕິດເຊື້ອໄຂ້ຍຸງລາຍ ແລະ ມາລາເລຍ ທີ່ກຳລັງແຜ່ຫຼາຍໃນປະເທດລາວ ແລະ ໄດ້ໃຫ້ຄຳແນະນຳເຖິງວິທີປ້ອງກັນຢ່າງມີວິທະຍາສາດ.

ພະນັກງານຈາກສູນສ້ອມແປງຫຼວງພະບາງໄດ້ກ່າວວ່າ: “ກິດຈະກໍາກວດສຸຂະພາບໃນຄັ້ງນີ້ ແມ່ນຮອງຮັບໄດ້ທັນເວລາຫຼາຍ, ບໍ່ພຽງແຕ່ຊ່ວຍໃຫ້ພວກເຮົາເຂົ້າໃຈກ່ຽວກັບສະພາບຄວາມແຂງແຮງຂອງຮ່າງກາຍຂອງຕົວເອງ, ຍັງຊ່ວຍໃຫ້ພວກເຮົາມີຄວາມຮູ້ດ້ານການປະຖົມພະຍາບານ ແລະ ວິທີການການປ້ອງກັນພະຍາດເບື້ອງຕົ້ນອີກດ້ວຍ, ເຊິ່ງຊ່ວຍເຮັດໃຫ້ພະນັກງານທີ່ເຮັດວຽກຢູ່ພາກສະໜາມຄືພວກເຮົາມີຄວາມຫ້າວຫັນຂຶ້ນກວ່າເກົ່າ ຮັບປະກັນຮ່າງກາຍມີສຸຂະພາບດີ”

ພະນັກງານລາວທີ່ມາກວດສຸຂະພາບໄດ້ກ່າວວ່າ: “ຂອບໃຈຜູ້ຊ່ຽວຊານຈາກທີມແພດຈີນທີ່ເດີນທາງຈາກແດນໄກເພື່ອມາຊ່ວຍຊ່ວຍກວດສຸຂະພາບໃຫ້ພວກເຮົາ ແລະ ຍັງໄດ້ຊ່ວຍເຫຼືອປະເທດເຮົາໃນການພັດທະນາວຽກງານທາງການແພດ, ຖ່າຍທອດຄວາມຮູ້ໃຫ້ແພດລາວໃນການປິ່ນປົວພະຍາດໃຫ້ມີປະສິດທິພາບຫຼາຍຂຶ້ນ, ຂະໜາດມື້ພັກທາງລັດຖະການແບບນີ້ ທາງທີມແພດຫມໍກໍໄດ້ສະຫລະເວລາພັກຜ່ອນມາຊ່ວຍຈັດກິດຈະກຳການປິ່ນປົວພະຍາດ ແລະ ກວດສຸຂະພາບໂດຍທີ່ບໍ່ເສຍຄ່າໃຊ້ຈ່າຍໃຫ້ແກ່ພວກເຮົາ, ພວກເຮົາມີຄວາມຕື້ນຕັນໃຈຫລາຍ, ຫຼັງຈາກນີ້ພວກເຮົາຈະຕັ້ງໃຈເຮັດຫນ້າທີ່ວຽກງານໃຫ້ດີ, ບໍລິຫານທາງລົດໄຟລາວ-ຈີນມີຄວາມປອດໄພສູງ ແລະ ມີປະສິດທິຜົນສູງທີ່ສຸດ ເພື່ອເປັນຜູ້ສືບຕໍ່ສ້າງຄູ່ຮ່ວມສະຕາກຳລາວ-ຈີນ ແລະ ນ້ຳໃຈມິດຕະພາບລາວ-ຈີນທີ່ຍືນຍົງ! ”

ໃນເວລາກວ່າ 2 ຊົ່ວໂມງທີມງານແພດໝໍຈີນໄດ້ໃຫ້ຄໍຳປຶກສາດ້ານສຸຂະພາບ ແລະ ກວດສຸຂະພາບໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ແກ່ພະນັກງານທັງລາວ ແລະ ຈີນໄດ້ເປັນຈຳນວນຫຼາຍ. ໃນຕອນທ້າຍ, ທຸກຄົນກໍຍັງບໍ່ຢາກຈະອຳລາກັນ, ພາຍໃຕ້ສາຍຕາທີ່ເຕັມໄປດ້ວຍຄວາມປາບປື້ມໃຈຂອງທຸກຄົນ, ພະນັກງານທາງລົດໄຟໄດ້ໂບກມືລາ ແລະ ສົ່ງຄະນະທີມແພດຈີນຜູ້ຊ່ຽວຊານ ຂຶ້ນລົດໄຟກັບຄືນໄປ ນະຄອນຫຼວງວຽງຈັນ.

#Medialaos#MMD

#ແຫລ່ງຂໍ້ມູນ: ບໍລິສັດລົດໄຟລາວ-ຈີນ​ ຈຳກັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments