Tuesday, September 24, 2024
Homeຂ່າວພາຍໃນແຂວງຄຳມ່ວນ ຄາດຄະເນເກັບລາຍຮັບ ໝົດປີ ບັນລຸ 2 ພັນຕື້ກີບ ເທົ່າກັບ 115,56% ຂອງແຜນການ

ແຂວງຄຳມ່ວນ ຄາດຄະເນເກັບລາຍຮັບ ໝົດປີ ບັນລຸ 2 ພັນຕື້ກີບ ເທົ່າກັບ 115,56% ຂອງແຜນການ

ທ່ານ ຄໍາສິງ ໄຊສິດທິເດດ ຫົວໜ້າພະແນກການເງິນແຂວງຄໍາມ່ວນ ລາຍງານຕໍ່ກອງປະຊຸມສະພາປະຊາຊົນແຂວງ ຊຸດທີ II ສະໄໝສາມັນເທື່ອທີ 5 ເຊິ່ງໄຂຂຶ້ນໃນວັນທີ 22 ສິງຫາ 2023 ທີ່ສະໂມສອນ ຫຼັກ 4 ໃຫ້ຮູ້ວ່າ: ໃນປີ 2023 ແຂວງຄໍາມ່ວນ ໄດ້ຮັບການມອບໝາຍ ເພື່ອຈັດເກັບລາຍຮັບເຂົ້າງົບປະມານ ຈຳນວນທັງໝົດ 1.735 ຕື້ກີບ. ໃນນັ້ນ ລາຍຮັບພູດສູນກາງ 788 ຕື້ກີບ, ລາຍຮັບທ້ອງຖິ່ນ 947,02 ຕື້ກີບ. ໃນໄລຍະ 6 ເດືອນຕົ້ນປີ ສາມາດຈັດຕັ້ງປະຕິບັດໄດ້ 1.118,94 ຕື້ກີບ ເທົ່າກັບ 64,49% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ການເກັບລາຍຮັບແມ່ນເພີ່ມຂຶ້ນ 647,96 ຕື້ກີບ ຫຼື ເທົ່າກັບ 137,57%. ໃນນັ້ນ ພູດສູນກາງ ປະຕິບັດໄດ້ 442,91 ຕື້ກີບ ເທົ່າກັບ 56,21% ຂອງແຜນການປີ, ພູດທ້ອງຖິ່ນ ປະຕິບັດໄດ້ 676,03 ຕື້ກີບ ເທົ່າກັບ 71,38% ຂອງແຜນປີ. ສ່ວນດ້ານລາຍຈ່າຍ ປະຕິບັດໄດ້ 351,42 ຕື້ກີບ ເທົ່າກັບ 48,86% (ແຜນການປີ 719,17 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 2,95% ຫຼື ເທົ່າກັບ 17,81 ຕື້ກີບ.

ທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2023 ຄາດຄະເນເກັບລາຍຮັບໄດ້ທັງໝົດ 886,01 ຕື້ກີບ ເທົ່າກັບ 51,07% ຂອງແຜນປີ. ໃນນັ້ນ ພູດສູນກາງ 341,40 ຕື້ກີບ ເທົ່າກັບ 43,35% ຂອງແຜນປີ, ພູດທ້ອງຖິ່ນ 544,61 ຕື້ກີບ ເທົ່າກັບ 57,51% ຂອງແຜນປີ ແລະ ຄາດຄະເນລາຍຮັບໝົດປີ 2.004,96 ຕື້ກີບ ເທົ່າກັບ 115,56% ຂອງແຜນການປີ ໃນນີ້ ພູດສູນກາງ 784,31 ຕື້ກີບ ເທົ່າກັບ 99,53% ຂອງແຜນປີ (ແຜນສູ້ຊົນພູດສູນກາງ ໃຫ້ໄດ້ເພີ່ມ 3,68 ຕື້ກີບ ຈຶ່ງຈະບັນລຸ 100% ຂອງແຜນປີ), ພູທ້ອງຖິ່ນ 1.220,64 ຕື້ກີບ ເທົ່າກັບ 128,89% ຂອງແຜນປີ. ເພື່ອແນໃສ່ເຮັດໃຫ້ບັນລຸຕາມຕົວເລກຄາດໝາຍ ພະແນກການເງິນແຂວງ ແມ່ນໄດ້ວາງໜ້າວຽກຈຸດສຸມໃນການຈັດຕັ້ງປະຕິບັດຄື: ສຸມໃສ່ຈັດເກັບພັນທະທາງດ້ານອາກອນ ຊັບຄອນແທັກ ນຳບໍລິສັດຂະໜາດໃຫຍ່ທີ່ມາລົງທຶນພາຍໃນແຂວງ, ຈັດຕັ້ງປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົວປະມານແຫ່ງລັດ ໃຫ້ເປັນຮູບປະທຳ, ຄຸ້ມຄອງເກັບລາຍຮັບຈາກການນຳເຂົ້າ ນໍ້າມັນເຊື້ອໄຟ, ສິນຄ້າວັດສະດຸກໍ່ສ້າງ, ເຄື່ອງໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄົບຖ້ວນ ແລະ ຖືກຕ້ອງ, ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດພາຍໃນແຂວງໃຫ້ຫັນມາຖືບັນຊີຂອງຂະແໜງບັນຊີ ແລະ ສ່ວຍສາອາກອນ ພ້ອມທັງ ເອົາໃຈໃສ່ຕໍ່ວຽກງານ ການຫັນເປັນທັນສະໄໝ ໂດຍການຫັນເອົາຫົວໜ່ວຍທຸລະກິດທີ່ຂຶ້ນກັບບັນດາເມືອງ ເຂົ້າໃນລະບົບ TaxRis ໃຫ້ສຳເລັດ, ຍົກສູງປະສິດທິພາບການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ເຂົ້າສູ່ລະບົບທີ່ທັນສະໄໝທຸກຮູບແບບ, ຝຶກອົບຮົມໃຫ້ພະນັກງານ ວິຊາການ ໃຫ້ສາມາດນຳໃຊ້ລະບົບທັນສະໄໝຢ່າງຄ່ອງແຄ້ວ ແລະ ຊຳນານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments