Wednesday, September 25, 2024
Homeຂ່າວໜ້າໜຶ່ງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍສິ່ງແວດລ້ອມ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍສິ່ງແວດລ້ອມ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍສິ່ງແວດລ້ອມ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ຄັ້ງທີ 17 (PREP-AAME) ຈັດຂຶ້ນໃນຕອນເຊົ້າວັນທີ 22 ສິງຫາ 2023 ນີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພັກກາວັນ ພິດສະໄໝ, ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເຈົ້າໜ້າທີ່ອາວຸໂສອາຊຽນດ້ານສິ່ງແວດລ້ອມຂອງ ສປປ ລາວ, ມີເຈົ້າໜ້າທີ່ອາວຸໂສຈາກປະເທດສະມາຊິກອາຊຽນ, ຕາງໜ້າກອງເລຂາອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ພັກກາວັນ ພິດສະໄໝ ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອກະກຽມໃຫ້ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນຄັ້ງທີ 17 ທີ່ຈະໄຂຂຶ້ນໃນວັນທີ 23 ສິງຫາ 2023 ນີ້ ທີ່ນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ອາວຸໂສອາຊຽນກ່ຽວກັບສິ່ງແວດລ້ອມ (ASOEN) ແມ່ນອົງການທີ່ຄຸ້ມຄອງການຈັດຕັ້ງປະຕິບັດຂອບການຮ່ວມມືອາຊຽນກ່ຽວກັບສິ່ງແວດລ້ອມ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ASCC), ແຜນແມ່ນບົດ 2025 (Blueprint 2025). ມີໜ້າທີ່ເປັນຈຸດປະສານງານແຫ່ງຊາດຂອງ ASOEN. ບົດບາດຍຸດທະສາດໃນການຮັບປະກັນວາລະນີ້ແມ່ນສຳເລັດຜົນສຳລັບຄວາມກ້າວໜ້າຂອງການຄຸ້ມຄອງສິ່ງ ແວດລ້ອມພາກພື້ນອາຊຽນ ແລະ ການພັດທະນາແບບຍືນຍົງ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ທົບທວນຄືນຄັ້ງສຸດທ້າຍຂອງບົດລາຍງານ ASOEN ກ່ຽວກັບການຈັດຕັ້ງປະຕິບັດ ແລະ ຜົນສຳເລັດຂອງ 7 ບຸລິມະສິດຍຸດທະ ສາດດ້ານສິ່ງແວດລ້ອມ ໂດຍສະເພາະບົດລາຍງານຂອງເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງທີ 34 ກ່ຽວກັບສິ່ງແວດລ້ອມ.
ນອກຈາກນີ້ ກອງປະຊຸມຍັງໄດ້ຜ່ານບົດລາຍງານຂອງຄະນະບໍລິຫານງານຂອງສູນຊີວະນາໆພັນອາຊຽນ (ACB) ກ່ຽວກັບຄວາມຄືບໜ້າ ແລະ ຜົນສຳເລັດຂອງໂຄງ ການວຽກງານ ABC. ສິ່ງສໍາຄັນ, ແມ່ນໄດ້ປຶກສາຫາລືແລະຕົກລົງກ່ຽວກັບວາລະດໍາເນີນກອງປະຊຸມ AMME ຄັ້ງທີ 17 ແລະ ບັນຫາສໍາຄັນອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments