Wednesday, September 25, 2024
Homeຂ່າວການເມືອງປະເມີນກົດໝາຍ 4 ສະບັບ ໃນຂົງເຂດສະພາແຫ່ງຊາດ ຢູ່ແຂວງໄຊຍະບູລີ

ປະເມີນກົດໝາຍ 4 ສະບັບ ໃນຂົງເຂດສະພາແຫ່ງຊາດ ຢູ່ແຂວງໄຊຍະບູລີ

ເພື່ອເປັນບ່ອນອີງໃຫ້ການປະເມີນ ການຈັດຕັ້ງປະຕິບັດ ແລະ ການທາບທາມ ຮ່າງກົດໝາຍ 4 ສະບັບ ມີຄວາມເໝາະສົມກັບສະພາບຕົວຈິງ, ສອດຄ່ອງ ກັບກົດໝາຍ ແລະ ຮັບປະກັນປະສິດ ທິພາບ, ທັງເປັນການລະດົມສະຕິປັນຍາ, ຄໍາຄິດຄໍາເຫັນທີ່ເປັນປະໂຫຍດຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ຂັ້ນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາ ຊົນບັນດາເຜົ່າ ກໍຄືເປົ້າໝາຍທີ່ກ່ຽວຂ້ອງຕ່າງໆ ເພື່ອປັບປຸງກົດໝາຍ 4 ສະບັບໃຫ້ຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບຕົວຈິງ ກ່ອນນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ.

ໃນລະຫວ່າງວັນທີ 21-22 ສິງຫາ 2023 ທີ່ຫ້ອງປະຊຸມໃຫຍ່ແຂວງໄຊຍະບູລີ, ກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຈັດກອງປະຊຸມການປະເມີນການຈັດຕັ້ງປະຕິບັດ ກົດໝາຍ 4 ສະບັບ ໃນຂົງເຂດສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ, ປະ ທານສະພາປະຊາຊົນແຂວງ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7, ຄະ ນະປະຈຳພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ພະນັກງານບຳນານ, ຫົວໜ້າ-ຮອງຫົວໜ້າພະ ແນກການອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດປະເມີນ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ; ບົດປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍ ວ່າດ້ວຍສະພາປະຊາຊົນແຂວງ; ບົດປະເມີນການ ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຕິດຕາມ ກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ຫລັງຈາກນັ້ນ ຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດ ຄໍາເຫັນ ຕໍ່ບົດປະເມີນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ແລະ ຕາມຄຳເຈາະຈີ້ມຂອງປະທານກອງປະຊຸມ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມມີຄວາມຮັດກຸມ ສອດຄ່ອງ ກັບສະພາບຄວາມເປັນຈິງໃນການປະຕິບັດ.

ຂ່າວ: ສອນສັກ ວັນວິໄຊ ສພຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments