Wednesday, September 25, 2024
Homeຂ່າວພາຍໃນວາງສີລາຈາລຶກ ສ້າງພິພິທະພັນວິຫານ ອົງພຣະຍອດແກ້ວ ມະຫາງອນ

ວາງສີລາຈາລຶກ ສ້າງພິພິທະພັນວິຫານ ອົງພຣະຍອດແກ້ວ ມະຫາງອນ

ພິທີວາງສີລາຈາລຶກ ສ້າງພິພິທະພັນວິຫານອົງພຣະຍອດແກ້ວ ມະຫາງອນ ດຳຣົງບຸນ ມະ ຫາເຖຣະເຈົ້າ ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2023 ນີ້, ຢູ່ວັດປ່າພິລາວົງ ບຸດກັດສະກາຣາມ ບ້ານຈຳ ປາ-ບັກແຮດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍມີ ຍາທ່ານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ມີບັນດາ ຄະນະພະສົງ, ສຳມະເນນ ຈາກວັດຕ່າງໆ ອ້ອມຂ້າງນະຄອນຫລວງວຽງຈັນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍຊາວພຸດທະສາສະນິກະຊົນ ແລະ ບັນດາຄອບຄົວ ການນຳ ພັກ, ລັດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ພະອາຈານ ດໍາຣົງ ພິມມະຈັກ ຄະນະບໍລິຫານງານ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ກ່າວວ່າ: ພິພິທະພັນດັ່ງກ່າວ, ສ້າງຂຶ້ນເພື່ອລະນຶກເຖິງຄຸນງາມຄວາມດີ, ເພື່ອຄວາມເຄົາລົບ, ສັກກາລະບູຊາ ອົງພຣະຍອດແກ້ວ ເພື່ອໄວ້ເປັນທີ່ປະດິດສະຖານ ພຣະອັດຖິທາດ, ເຄື່ອງບໍຣິຂານ, ຜ້າໄຕຣຈີວອນ, ບາດ ແລະ ປະຫວັດ ການເຄື່ອນໄຫວວຽກງານຂອງເພີ່ນ ເພື່ອໃຫ້ຍາດໂຍມ ແລະ ຄົນຮຸ່ນຫລັງໄດ້ສຶກສາ. ອົງພຣະຍອດແກ້ວ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ເປັນພະສົງທີ່ມີຄວາມຮູ້ ຕໍ່ພຸດທະສາສະໜາຢ່າງໃຫຍ່ຫລວງ ທັງຊາດບ້ານເມືອງ ເຊິ່ງຕະລອດຊີວິດຂອງຫົມສາວະພັດ ເພິ່ນໄດ້ບຳເພັນທັງປະໂຫຍດ, ເກື້ອກູນແກ່ໂລກ.

ພະອາຈານ ດໍາຣົງ ພິມມະຈັກ ກ່າວອີກວ່າ: ໃນການສ້າງພິພິທະພັນວິຫານ ອົງພຣະຍອດແກ້ວ ເພື່ອສະແດງອອກເຊິ່ງຄວາມກະຕັນຍູ ກະຕະເວທີ ຕໍ່ມະຫາບູຣະພາຈານ ບຸບພະກາຣີຊົນ ຄື ອົງພຣະຍອດແກ້ວມະຫາງອນ ດຳຣົງບຸນ ຜູ້ເປັນພໍ່ແມ່ຄູບາອາຈານທີ່ມີຄຸນປະການຕໍ່ພຣະສາສະໜາ ປະເທດຊາດບ້ານເມືອງ ພຸດທະສາສະນິກະຊົນທັງຫລາຍ ໂດຍສະເພາະ ກໍຄືລູກຫລານ, ລູກເຕົ້າສິດໂຍມຢ່າງຫລວງຫລາຍສຸດຄະນານັບ ດັ່ງປາກົດໃນປະນິທານ ຂອງເພິ່ນທີ່ວ່າ ຂຸດນໍ້າບໍ່ ກໍ່ສາລາ ສ້າງມັກຄາໄຕ່ເຕົ້າ ປັ້ນເບົ້າຫລໍ່ຫລອມຄົນ, ສ້າງກຸສົນປົວພະຍາດ ສ້າງນັກປຣາດສັ່ງສອນສິນທຳ. ປະນິທານ ຄະຕິທັມນີ້ຂອງເພິ່ນ ຖ້າເບິ່ງໂດຍລວມແມ່ນ ໝາຍເຖິງການພັດທະນາທີ່ຍືນຍົງ ຮອບດ້ານ ຄື ການພັດທະນາຖາວອນ ວັດຖຸ(ສ້າງສາລາ) ການສ້າງຄວາມຢູ່ດີກິນດີ(ຂຸດນໍ້າບໍ່), ການພັດທະນາຄົມມະນາຄົມໃຫ້ດີ(ສ້າງມັກຄາໄຕ່ເຕົ້າ) ການພັດທະນາຊັບພະຍາກອນມະນຸດ(ປັ້ນເບົ້າຫລໍ່ຫລອມຄົນ), ການຮັບປະກັນສຸຂະພາບຊີວິດທີ່ດີ(ສ້າງກຸສົນປົວພະຍາດ), ສັນສ້າງ ສົ່ງເສີມ ເຊີດຊູຄົນດີ ໃຫ້ຄຳສອນອັນດີງາມແກ່ໂລກ (ສ້າງນັກປາດສັ່ງສອນສິນທຳ) ຖ້ານໍາເອົາໄປປະຍຸກໃຊ້ ໃນການບໍລິຫານ ການພັດທະນາສັງຄົມ ຈະສໍາເລັດສົມບູນຮອບດ້ານ. ປະນິທານເຫລົ່ານີ້ ຍາທ່ານໃຫຍ່ອົງພຣະຍອດແກ້ວ ໄດ້ພຽນພໍ່າກະທຳມາ ຕະຫລອດຊີວິດ ຄຸນຄວາມດີຂອງເພິ່ນ ເຫລືອຈະຄະນາທີ່ຈະພັນລະນາໄດ້.

ສຳລັບທຶນໃນການກໍ່ສ້າງ ແມ່ນໄດ້ຈາກແຮງສັດທາ ຈາກພຸດທະສາສະນິກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ລວມມູນຄ່າການກໍ່ສ້າງປະມານ 8 ຕື້ກີບ, ຄາດວ່າຈະສ້າງສຳເລັດ ແລະ ເປີດໃຫ້ຊາວພຸດ ເຂົ້າມາກາບໄຫ້ວສັກກະລະບູຊາ ໃນອີກ 3 ປີຂ້າງໜ້າ ເຊິ່ງຮູບຊົງຂອງພິພິທະພັນວິຫານອົງ ພຣະຍອດແກ້ວ ສູງ 35 ແມັດ, ກວ້າງ 27 ແມັດ.

ທ່ານໃດຖາກມີຈິດໃຈເຫລື້ອມໄສສັດທາ ຢາກມາສ້າງບຸນສ້າງກຸສົນ ສາມາດເຂົ້າມາປະກອບສ່ວນທຶນຮອນໃນການສ້າງພິພິທະພັນວິຫານ ອົງພຣະຍອດແກ້ວ ໄດ້ໂດຍກົງ ທີ່ວັດປ່າພິລາວົງ ບຸດກັດສະກາຣາມ ຕັ້ງຢູ່ ບ້ານຈຳປາ-ບັກແຮດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments