Thursday, September 26, 2024
Homeຂ່າວດ່ວນບໍລິສັດ ໄຟຟ້ານ້ຳເທີນ 2 ມອບເຂົ້າສານໃຫ້ຜູ້ປະສົບໄພ ແຂວງ ບໍລິຄຳໄຊ

ບໍລິສັດ ໄຟຟ້ານ້ຳເທີນ 2 ມອບເຂົ້າສານໃຫ້ຜູ້ປະສົບໄພ ແຂວງ ບໍລິຄຳໄຊ

ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ເພື່ອປະກອບສ່ວນຊ່ວຍເຫລືອບັນເທົາທຸກ ໃຫ້ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກອຸທົກກະໄພ ໃນໄລຍະຜ່ານມາ, ໃນວັນທີ 21 ສິງຫາ 2023 ຢູ່ຫ້ອງຮັບຮອງຂອງແຂວງ, ທ່ານ ມາກ ອ່ອງຕວນ ຣຸບ ຜູ້ອຳນວຍການໃຫຍ່ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ໄດ້ນຳເຂົ້າສານ ມູນຄ່າ 100 ລ້ານກີບ ມາມອບໃຫ້ແຂວງບໍລິຄໍາໄຊ. ຕາງໜ້າໃຫ້ການນໍາແຂວງຮັບໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໂດຍມີການນໍາຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ທີ່ໄດ້ປະກອບສ່ວນຊ່ວຍເຫລືອບັນເທົາທຸກ ແກ່ປະ ຊາຊົນຜູ້ປະສົບໄພນ້ຳຖ້ວມ ໃນຄັ້ງນີ້, ພ້ອມທັງໄດ້ລາຍງານໂດຍຫຍໍ້ວ່າ 4 ເມືອງ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກອຸທົກກະໄພ, ພື້ນທີ່ກະສິກໍາ ໄດ້ຮັບຄວາມເສຍຫາຍຫລາຍກວ່າ 6 ພັນກວ່າເຮັກຕາ, ສັດລ້ຽງ 2.700 ກວ່າໂຕ ແລະ ເສັ້ນທາງຄົມມະນາຄົມ ໄດ້ຮັບຄວາມເສຍຫາຍ ໂດຍສະເພາະແມ່ນເສັ້ນ ທາງ ເລກ 8A ທີ່ໄດ້ຮັບຄວາມເສຍຫາຍຫລາຍກວ່າໝູ່. ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ຢັ້ງຢືນຕໍ່ຜົນງານຄວາມດີ, ທ່ານເຈົ້າແຂວງບໍລິຄຳໄຊ ໄດ້ມອບໃບຍ້ອງຍໍ ໃຫ້ຜູ້ອຳນວຍການໃຫຍ່ບໍລິສັດ ໄຟຟ້ານ້ຳເທີນ 2 ຈຳກັດ ນຳອີກ.

ຂ່າວ: ສີປະເສີດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments