Friday, September 27, 2024
Homeຂ່າວກິລາແອັດສະປາຍ ຊະນະ ອັງກິດ ຫວຸດຫວິດ 1-0 ຄວ້າແຊັມບານໂລກເພດຍິງຄັ້ງທຳອິດ

ແອັດສະປາຍ ຊະນະ ອັງກິດ ຫວຸດຫວິດ 1-0 ຄວ້າແຊັມບານໂລກເພດຍິງຄັ້ງທຳອິດ

ແອັດສະປາຍ ຄອງແຊ້ມບານເຕະໂລກເພດຍິງ ຫຼັງຈາກເອົາຊະນະ ອັງກິດ 1-0 ໃນຮອບຊິງຊະນະເລີດ ທີ່ນະຄອນຊິດນີ ປະເທດອົດສະຕຣາລີ.

ປະຕູດຽວຂອງເກມທີ່ສະໜາມກິລາອົດສະຕຣາລີ ໃນຊິດນີ ເປັນຂອງແອັດສະປາຍ ຈາກ ໂອນກາ ກາໂມນ່າ ໃນນາທີ 29, ເຖິງແມ່ນວ່າມີໂອກາດຍິງປະຕູຝັງໃນເຄິ່ງເວລາທີ່ສອງ ເມື່ອມາໄດ້ຈຸດໂທດໃນນາທີ 70 ແຕ່ ເຈນນີເຟີ ເອໂມໂຊ່ ຍິງບໍ່ເຂົ້າ.

ນີ້ຄືການຄວ້າແຊັມບານເຕະຍິງໂລກຄັ້ງທຳອິດໃນປະຫວັດສາດຂອງແອັດສະປາຍ ເພາະກ່ອນໜ້ານີ້ບໍ່ເຄີຍແມ່ນແຕ່ຜ່ານເຂົ້າສູ່ຮອບ ຮອງຊະນະເລີດ ໂດຍ 2 ຄັ້ງກ່ອນໜ້ານີ້ ທີ່ໄດ້ເຂົ້າມາຫຼິ້ນໃນຮອບສຸດທ້າຍ ຕົກຮອບທຳອິດດ້ວຍການເປັນທີມອັນດັບສຸດທ້າຍຂອງກຸ່ມໃນປີ 2015 ແລະ ຕົກຮອບ 16 ຄົນສຸດທ້າຍ ເສຍໃຫ້ ສະຫະລັດອາເມຣິກາ 1-2 ໃນປີ 2019.

ຂະນະທີ່ ອັງກິດ ຕ້ອງພົບກັບຄວາມຜິດຫວັງ ຫຼັງຈາກທີ່ຜ່ານເຂົ້າຮອບຊີງຊະນະເລີດເປັນຄັ້ງທຳອິດເຊັ່ນກັນ ໂດຍກ່ອນໜ້ານີ້ຕົກຮອບຮອງຊະນະເລີດທັງໃນປີ 2015 ແລະ 2019.

ສໍາລັບການແຂ່ງຂັນບານເຕະໂລກເພດຍິງຄັ້ງຕໍ່ໄປໃນປີ 2027 ຈະມີການຕັດສິນເລືອກເຈົ້າພາບໃນເດືອນພຶດສະພາ 2024 ໂດຍມີ 4 ປະເທດ ຫຼື ກຸ່ມ ທີ່ສະເໜີຕົວເປັນເຈົ້າພາບ 1. ປະເທດແບນຊິກ, ເຢຍລະມັນ ແລະ ໂຮນລັງ 2. ອາຟຣິກາໃຕ້, 3. ບຣາ ຊິນ ແລະ 4. ເມັກຊິໂກ ກັບ ສະຫະລັດອາເມຣິກາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments