Saturday, September 28, 2024
Homeຂ່າວພາຍໃນຍີ່ປຸ່ນ ຊ່ວຍເຫຼືອກໍ່ສ້າງໂຮງຮຽນປະຖົມສົມບູນບ້ານກາງ ເມືອງພຽງ

ຍີ່ປຸ່ນ ຊ່ວຍເຫຼືອກໍ່ສ້າງໂຮງຮຽນປະຖົມສົມບູນບ້ານກາງ ເມືອງພຽງ

ພິທີເຊັນສັນຍາໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານກາງ ເມືອງພຽງ ແຂວງໄຊຍະບູລີ ຈັດຂຶ້ນວັນທີ 19 ສິງຫາ 2023 ຢູ່ສະຖາເອກອັກຄະຣາຊາທູດຍີ່ປຸ່ນ ປະຈໍາ ສປປ ລາວ ລະຫວ່າງ ທ່ານ ບຸນທະວີ ຊົງເຮີ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງພຽງ ແລະ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊາທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີທ່ານ ພົງສະຫວັນ ສິດທິວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພະນັກງານທີ່ກ່ຽວຈ້ອງສອງຝ່າຍເຂົ້າຮ່ວມ.

ທ່ານ ໂຄບະຢະຊິ ເຄັນອິຈິ ກ່າວວ່າ: ໂຄງການນີ້ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ເປັນມູນຄ່າ ປະມານ 62,000 ໂດລາສະຫະລັດ (ປະມານ 1,19 ຕື້ກີບ) ໃນການກໍ່ສ້າງອາຄານໃໝ່ ຫ້ອງນໍ້າ ແລະ ມອບອຸປະກອນທີ່ຈໍາເປັນ ໃຫ້ແກ່ໂຮງຮຽນບ້ານກາງ ເຊິ່ງໂຮງຮຽນປະຖົມບ້ານກາງຫຼັງເກົ່າ ແມ່ນມີອາຄານຢູ່ 2 ຫຼັງ ໃນນັ້ນ 1 ຫຼັງ ແມ່ນໃຊ້ວັດສະດຸເກົ່າ ນໍາມາກໍ່ສ້າງຄືນໃໝ່ ເຮັດໃຫ້ອາຄານບໍ່ແໜ້ນໜາ ແລະ ອາດຈະຖະຫຼົ່ມລົງຕອນເກີດພາຍຸໄດ້ ນອກຈາກນັ້ນ ອາຄານຮຽນກໍມີຄວາມຊຸດໂຊມຫຼາຍ ທັງເພດານ ແລະ ຝາກໍ່ມີຮອຍແຕກ ແລະ ເປັນຮູ ມີທັງຝົນ ລົມ ແລະ ຂີ້ຝຸ່ນເຂົ້າມາໃນອາຄານ ໂຕະຕັ່ງກໍເຊັ່ນດຽວກັນ ຕ່າງກໍມີຄວາມເກົ່າ ແລະ ເປເພຫຼາຍ ສ້າງຄວາມກັງວົນດ້ານຄວາມປອດໄພໃຫ້ແກ່ເດັກນ້ອຍ ສະນັ້ນ ການປ່ຽນໂຕະຕັ່ງໃໝ່ ຈຶ່ງເປັນບັນຫາໜຶ່ງທີ່ຄວນແກ້ໃຫ້ວ່ອງໄວ.

ຍັງບໍ່ພຽງແຕ່ເທົ່ານີ້ ຈໍານວນຫ້ອງນໍ້າກໍບໍ່ພຽງພໍຕໍ່ຈໍານວນນັກຮຽນເລີຍ ເຮັດໃຫ້ສາມາດເວົ້າໄດ້ວ່າ ມາດຕະຖານການກໍ່ສ້າງ ແມ່ນບໍ່ເປັນໄປຕາມກະຊວງສຶກສາທິການ ແລະ ກີລາ ວາງອອກ ຈາກສະພາບການດັ່ງກ່າວ ຂ້າພະເຈົ້າຮັບຮູ້ມາວ່າ ທັງຄູອາຈານ ແລະ ນ້ອງນັກຮຽນທຸກຄົນ ຕ່າງກໍເຮັດວຽກ ແລະ ສຶກສາຮໍ່າຮຽນຢູ່ໃນສະພາບແວດລ້ອມທີ່ລໍາບາກຫຼາຍ ຂ້າພະເຈົ້າຫວັງວ່າ ການຊ່ວຍເຫຼືອໃນຄັ້ງນີ້ ຈະຊ່ວຍເຮັດໃຫ້ສະພາບແວດລ້ອມການສຶກສາ ຂອງນ້ອງນັກຮຽນທີ່ແມ່ນອານາຄົດຂອງຊາດ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນ ເຮັດໃຫ້ສະພາບແວດລ້ອມການເຮັດວຽກຂອງນາຍຄູດີຂຶ້ນ ແລະ ປັບປຸງສຸຂະອານາໄມຂອງໂຮງຮຽນໃຫ້ດີຍິ່ງຂຶ້ນ.

ໃນໄລຍະ 5 ປີຜ່ານມາ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ແຂວງໄຊຍະບູລີ ໃນຂັ້ນຮາກຖານ ເປັນມູນຄ່າຫຼາຍກວ່າ 570.000 ໂດລາ (ປະມານ 11 ຕື້ກີບ) ໃນຂະແໜງສາທາລະນະສຸກ ສຶກສາ ນໍ້າລິນ ແລະ ອື່ນໆ ໃນເດືອນ 8 ປີກາຍ ທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມແຂວງໄຊຍະບູລີ ຮ່ວມກັບ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານເຈົ້າແຂວງນັ້ນ ແມ່ນການໄປຢ້ຽມຢາມລະບົບນໍ້າລິນທີ່ຊ່ວຍເຫຼືອລ້າ ໂດຍໂຄງການຮາກຖານຢູ່ບ້ານຖໍ້າລອດ ນອກຈາກນັ້ນ ຂ້າພະເຈົ້າຍັງໄດ້ໄປຢ້ຽມຢາມເມືອງໄຊສະຖານ ເພື່ອໄປມອບລົດສຸກເສີນໃຫ້ໂຮງໝໍເມືອງ ເຊິ່ງຕອນນັ້ນເອງ ທ່ານເຈົ້າແຂວງກໍໄດ້ເວົ້າໄວ້ວ່າ ເປັນຄັ້ງທໍາອິດທີ່ເຫັນທ່ານທູດໄປຮອດເຂດຫ່າງໄກປານນັ້ນ ການທີ່ຂ້າພະເຈົ້າໄດ້ໄປເຂດຫ່າງໄກສອກຫຼີກຮ່ວມກັບທ່ານລັດຖະມົນຕີ ແລະ ທ່ານເຈົ້າແຂວງ ໄດ້ເຮັດໃຫ້ຂ້າພະເຈົ້າຕະໜັກເຖິງຄວາມສໍາຄັນຂອງຂະແໜງການສຶກສາ ແລະ ສາທາລະນະສຸກ ປະເທດຍີ່ປຸ່ນ ໃນນາມເປັນຄູ່ຮ່ວມຍຸດທະສາດຂອງປະເທດລາວຈະສືບຕໍ່ໃຫ້ການສະໜັບສະໜຸນທີ່ຫຼາກຫຼາຍ ໂດຍສະເພາະຂະແໜງສຶກສາ ແລະ ສາທາລະນະສຸກ ຢູ່ແຂວງໄຊຍະບູລີ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments